ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມຕາລີບານ ວາງຂໍ້ຈຳກັດເພີ້ມຂຶ້ນ​ຕໍ່​ແມ່​ຍິງ ດ້ວຍກົດລະບຽບ ການເດີນທາງໃໝ່


ແມ່​ຍິງ​ທີ່​ໃສ່​ຜ້າ​ປົກ​ໜ້າ​ປົກ​ຫົວພາ​ກັນ​ຖ່າຍ​ຮູບ​ຢູ່ໃນ​ຕະ​ຫລາດ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫລ​ວງ​ກາ​ບູ​ລຂອງ​ອັ​ຟ​ກາ​ນິ​ສ​ຖານ, ວັນ​ທີ 20 ທັນ​ວາ, 2021
ແມ່​ຍິງ​ທີ່​ໃສ່​ຜ້າ​ປົກ​ໜ້າ​ປົກ​ຫົວພາ​ກັນ​ຖ່າຍ​ຮູບ​ຢູ່ໃນ​ຕະ​ຫລາດ​ແຫ່ງ​ນຶ່ງ​ໃນ​ນະ​ຄອນ​ຫລ​ວງ​ກາ​ບູ​ລຂອງ​ອັ​ຟ​ກາ​ນິ​ສ​ຖານ, ວັນ​ທີ 20 ທັນ​ວາ, 2021

ກຸ່ມຕາລີບານທີ່ປົກຄອງອັຟການິສຖານໄດ້ອອກຂໍ້ຈຳກັດການເດີນທາງໃໝ່ ໃນວັນອາທິດ ວານນີ້ ສຳລັບແມ່ຍິງຂອງປະເທດນັ້ນ, ເຊິ່ງເປັນການກະທຳທີ່ສະຫະລັດຕຳໜິວ່າເປັນການຂົ່ມເຫັງແມ່ຍິງອັຟການິສຖານຕື່ມອີກ ໂດຍກຸ່ມກໍ່ການຮ້າຍ.

ຄໍາສັ່ງຂອງກະຊວງສົ່ງເສີມຄຸນງາມຄວາມດີ ແລະປ້ອງກັນການ​ກະ​ທຳ​ຊົ່ວ​ຮ້າຍ ໄດ້ຈໍາກັດຄວາມສາມາດໃນການເດີນທາງຂອງແມ່ຍິງບໍ່​ໃຫ້​ໄປໄກກວ່າ 72 ກິໂລແມັດ, ເວັ້ນເສຍແຕ່ວ່າ ມີພີ່ນ້ອງໃກ້ຊິດທີ່​ເປັນ​ຜູ້​ຊາຍ​ໄປ​ນຳ. ນອກ​ນີ້ ມັນ​ຍັງ​ໄດ້​ແນະ​ນໍາ​ໃຫ້​ຄົນ​ຂັບ​ລົດ​ແທັກ​ຊີ​ອະ​ນຸ​ຍາດໃຫ້ແຕ່​ຜູ້​ຍິງ​ທີ່​ໃສ່​ຜ້າ​ຄຸມ​ຮິ​ຈາບຂອງ​ອິ​ສ​ລາມ ຫຼື ​ຜ້າປົກຫົວ​ເທົ່າ​ນັ້ນຂີ່.

ໂຄສົກຂອງກະຊວງດັ່ງ​ກ່າວ, ທ່ານ​ ຊາ​ດິກ ອາ​ຄິ​ຟ ມາ​ຮາ​ເຈີ (Sadiq Akif Mahajer) ໄດ້​ກ່າວປ້ອງກັນຂໍ້ຈຳກັດດັ່ງກ່າວ, ໂດຍບອກ VOA ວ່າ ມັນສອດ ຄ່ອງກັບກົດໝາຍຊາ​ເຣຍ (Sharia) ຫຼືກົດໝາຍອິສລາມ.

ລັດຖະດຳລັດນີ້ຍັງຮຽກຮ້ອງຄົນຂັບລົດໃນຂະແຫນງການຂົນສົ່ງທີ່​ມີ​ແຕ່ເພດຊາຍເທົ່າ​ນັ້ນ​ຢູ່ໃນອັຟການິສຖານໃຫ້ຈົ່ງຫນວດ, ພັກວຽກເພື່ອໄປອະທິຖານ ແລະຫ້າມເປີດດົນຕີຢູ່ໃນຍານພາຫະນະຂອງພວກເຂົາເຈົ້າ.

ຂໍ້ຈໍາກັດອັນຫຼ້າສຸດທີ່​ໄດ້ອອກມາໃນຫຼາຍອາທິດຫຼັງຈາກກຸ່ມຕາລີບານໄດ້ຮຽກ​ຮ້ອງໃຫ້ໂທລະພາບຊ່ອງ​ຕ່າງໆ ຂອງອັຟການິສຖານຢຸດເອົາ​ລາຍການລະຄອນ ແລະລະຄອນກ່ຽວ​ກັບເລື່ອງ​ຂອງນັກສະແດງຍິງ​ທີ່​ມີ​ຫລາຍ​ຕອນ​ຕໍ່​ເນື່ອງ​ກັນອອກ​ມາ​ສາຍນັ້ນ ຮຽກຮ້ອງໃຫ້ຜູ້ປະກາດຂ່າວຍິງໃສ່ຜ້າ​ຄຸມ​ໜ້າຄຸມ​ຫົວ ຫລື hijab ໃນເວ​ລາທີ່ອອກອາກາດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG