ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຕາລີບານ ບຸກຄຸກ ອັຟການິສຖານ ປ່ອຍນັກໂທດ ອອກຫຼາຍຮ້ອຍຄົນ


ທະຫານກອງທັບແຫ່ງຊາດ ອັຟການິສຖານ ຢືນປ້ອງກັນຢູ່ ໃກ້ໆສົບຂອງຜູ້ໂຈມຕີ ຕາລີບານ ຢູ່ຕໍ່ໜ້າຄຸກໃຫຍ່ ຫຼັງຈາກຈາກການຖືກໂຈມຕີ ໃນແຂວງ Ghazni, ພາກຕາເວັນອອກຂອງ ອັຟການິສຖານ, 14 ກັນຍາ, 2015.
ທະຫານກອງທັບແຫ່ງຊາດ ອັຟການິສຖານ ຢືນປ້ອງກັນຢູ່ ໃກ້ໆສົບຂອງຜູ້ໂຈມຕີ ຕາລີບານ ຢູ່ຕໍ່ໜ້າຄຸກໃຫຍ່ ຫຼັງຈາກຈາກການຖືກໂຈມຕີ ໃນແຂວງ Ghazni, ພາກຕາເວັນອອກຂອງ ອັຟການິສຖານ, 14 ກັນຍາ, 2015.

ພວກ​ຕາ​ລີ​ບານ ຕໍ່ຕ້ານ​ລັດຖະບານ ​ໄດ້​ບຸກ​ຖະລົ່ມຄຸກໃນ​ພາກ​ຕາ​ເວັນ​ອອກ​ຂອງ ອັຟກາ​ນິສ​ຖານ ​ແລະ ​ໄດ້​ປົດປ່ອຍນັກ​ໂທດອອກ​ໄປ​ຫຼາຍ​ຮ້ອຍ​ຄົນ.

ທ່ານ Mohammad Ali Ahmadi ຮອງ​ເຈົ້າແຂວງ Ghazni ​ກ່າວ​ວ່າ ການ​ໂ​ຈມຕີ​ທີ່​ມີ​ການວາງແຜນ​ເປັນ​ຢ່າງ​ດີ​ໄດ້​ເລີ່​ມຂຶ້ນ​ດ້ວຍ​ການລະ​ເບີດ​ລົດ​ສະຫຼະ​ຊີບ ທີ່​ເຮັດ​ໃຫ້​ພວກ​ກະບົດ​ຄົນ​ອື່ນໆ​ສາມ​າດ ເຂົ້າ​ໄປ​ໃນ​ຄຸກໄດ້.

​ເຈົ້າ​ໜ້າ​ທີ່ ​ອັຟກາ​ນິສຖານ ກ່າວ​ວ່າ ຢູ່​ໃນສູນ​ຄຸມ​ຂັງ​ດັ່ງກ່າວ​ມີ​ນັກໂທດ​ທັງໝົດ 436 ຄົນ, ​ເຊິ່ງ 355 ຄົນ​ໄດ້​ຫຼົບໜີ​ອອກ​ໄປ​ໃນ​ລະຫວ່າງ​ການ​ໂຈມ​ຕີດັ່ງກ່າວ. ລັດ​ຖະບານ​ໄດ້​ກ່າວ​ວ່າ ຜູ້​ຫຼົບໜີ 148 ຄົນ “​ແມ່ນ​ເປັນ​ໄພ​ຂົ່ມຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ.”

​ຄຳ​ຖະ​ແຫຼ​ງ​ຂອງ​ກະຊວງ​ພາຍ​ໃນ ອັຟກາ​ນິຖານ ​ໃນ​ນະຄອນຫຼວງ ກາ​ບູລ ກ່າວ​ວ່າ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ 7 ຄົນ​ໄດ້​ຖືກ​ຂ້າ​ຕາຍ ​ແລະ ອີກ 7 ​ຄົນ​ໄດ້​ຮັບ​ບາດ​ເຈັບ. ພວ​ກ​ເຂົາ​ເຈົ້າ​ກ່າວ​ວ່າ ພວກ​ຕໍ່ຕ້ານ​ລັດຖະບານ 5 ຄົນ​ກໍໄດ້​ຖືກ​ຂ້າ​ຕາຍ​ເຊັ່ນ​ກັນ.

​ໃນຖະ​ແຫຼ​ງການ​ທີ່​ໄດ້​ຖືກ​ສົ່ງ​ໄປ​ທາງ email ​ໃຫ້​ບັນດາ​ນັກ​ຂ່າວ, ​ໂຄສົກພວກ ຕາ​ລີ​ບານ Zabihullah Mujahid ​ໄດ້​ອ້າງ​ຄວາມ​ຮັບຜິດຊອບ​ສຳລັບ​ການ​ໂຈມ​ຕີ​ນັ້ນ, ແລະ ກ່າວ​ຫາ​ວ່າຄຸກ​ດັ່ງກ່າວ​ແມ່ນໄດ້​ຖືກ​ດຳ​ເນີນ​ການ​ໂດຍ​ອົງກາ​ນສິ້ງ​ຊອມ ອັຟກາ​ນິສຖານ ​ແລະ ກ່າວ​ວ່າ ພວກ​ນັກ​ໂທດ, ລວມທັງ​ນັກ​ຕໍ່ສູ້ ຕາ​ລີ​ບານ, ​ແມ່ນ​ໄດ້​ຖືກ​ທໍລະມານ​ຢ່າງ​ຮ້າຍ​ແຮງ. ​ໃນ​ຄຳ
ຖະ​ແຫຼ​ງ​ຄັ້ງ​ທີ​ສອງ, ພວກ​ ຕາ​ລີ​ບານ ອ້າງ​ວ່າ ຜູ້​ບັນຊາ​ການ​ອາວຸ​ໂສ ​ແລະ ກຸ່ມ​ຂອງ​ບັນດາ​
ນັກ​ຕໍ່ສູ້​ແມ່ນ​ບັນດາ​ຜູ້​ທີ່​ໄດ້​ຖືກ​ປ່ອຍ​ອອກຈາກ​ຄຸກ​ໃນ​ແຂວງ Ghazni.

ທ້າວ Mujahid ກ່າວ​ວ່າ ສະມາຊິກ​ທິມງານ ລະ​ເບີດ​ສະຫຼະ​ຊີບ 10 ຄົນ​ແມ່ນ​ໄດ້​ຖືກ​ສົ່ງ​ໄປ​ປົດປ່ອຍ​ພວກນັກ​ໂທດ ​ແລະ ​3 ຄົນ​ໄດ້​ເສຍ​ຊີວິດ​ໃນ​ການ​ປະຕິບັດ​ການ​ກ່ອນ​ແຈ້ງ ເມື່ອ​ຄົນ​ອື່ນໆ​ແມ່​ນ​ໄດ້ລອດ​ຊິວິດ​ກັບ​ຄືນ​ມາ​ຢ່າງ​ປອດ​ໄພ. ລາວ​ໄດ້​ກ່າວ​ວ່າ ນັກ​ໂທດ​ຫຼາຍ​ເຖິງ 400 ຄົນ​ໄດ້​ຖືກ​ປ່ອຍ​ເປັນ​ອິ​ດສະຫຼະ.

ພວກ​ ຕາ​ລີ​ບານ ​ໃນ​ເມື່ອ​ກ່ອນ​ໄດ້​ທຳ​ການ​ແຫກ​ຄຸກ​ທີ່​ສຳຄັນ​ໃນ ອັຟກາ​ນິສຖານ. ​ໃນ​ເດືອນ ​ເມສາ 2011, ພວກ​ເຂົາ​ໄດ້​ດຳ​ເນີນ​ການ​ໂຈມ​ຕີໂດຍບໍ່​ຢ້ານ​ຕາຍ​ໃນແຂວງ Kandahar ຢູ່ ​ທາ​ງພາກ​ໃຕ້​ຂອງ​ປະ​ເທດ ​ເພື່ອ​ປົດ​ປ່ອຍ​ນັກ​ຕໍ່ສູ້ 500 ຄົນ​ຈາກ​ເຮືອນ​ຈຳ Sarposa ເຊິ່ງເປັນ ເຮືອນຈຳທີ່ໃຫຍ່ທີ່ສຸດໃນປະເທດ. ພວກ ຕາລີບານ ໄດ້ຂຸດອຸມົງຢູ່ພື້ນດິນເປັນເວລາຫຼາຍ ເດືອນ ຍາວເກືອບໜຶ່ງກິໂລແມັດ ແລະ ກວ້າງ 91 ຊັງຕີແມັດໄປຍັງ ຫ້ອງຂັງໃນເຮືອນຈຳ Sarposa, ເຊິ່ງຖືກຈັດຫາໄຟຟ້າ ແລະ ທໍ່ອາກາດໃຫ້ໂດຍເຮືອນ ທີ່ຢູ່ໃກ້ຄຽງ.

ໃນການໂຈມຕີເຮືອນຈຳດຽວກັນກ່ອນໜ້ານັ້ນ, ກຸ່ມຂອງນັກຕໍ່ສູ້ ຕາລີບານ ພ້ອມດ້ວຍປືນກົນ ແລະ ປືນໝາກປີ ໄດ້ປົດປ່ອຍນັກໂທດ ຫຼາຍເຖິງ 1200 ຄົນໃນເດືອນ ມິຖຸນາ 2008.

Afghan Prison
please wait
Embed

No media source currently available

0:00 0:01:12 0:00

XS
SM
MD
LG