ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ກໍ່ຕັ້ງ ກຸ່ມຫົວຮຸນແຮງ ເຄືອຂ່າຍຮັກການີ ໄດ້ເສຍຊີວິດແລ້ວ ຫຼັງຈາກລົ້ມປ່ວຍມາ ຍາວນານ


ທ່ານ ຈາລາລູດດິນ ຮັກການີ, ຂວາ, ລັດຖະມົນຕີຂອງກຸ່ມ
ຕາລີບານ ຮັບຜິດຊອບດ້ານຊົນເຜົ່າ, ຊີ້ໃສ່ ແຜນທີ່ຂອງ
ອັຟການິສຖານ ໃນລະຫວ່າງ ການເດີນທາງໄປຢ້ຽມຢາມ ນະຄອນຫຼວງ ອິສລາມາບັດ ຂອງປາກິສຖານ, ວັນທີ 19 ຕຸລາ 2001, ໃນຂະນະທີ່ ລູກຊາຍຂອງທ່ານ ທ້າວ ນາຊີຣູດດິນ, ຊ້າຍ, ແນມເບິ່ງຢູ່.
ທ່ານ ຈາລາລູດດິນ ຮັກການີ, ຂວາ, ລັດຖະມົນຕີຂອງກຸ່ມ ຕາລີບານ ຮັບຜິດຊອບດ້ານຊົນເຜົ່າ, ຊີ້ໃສ່ ແຜນທີ່ຂອງ ອັຟການິສຖານ ໃນລະຫວ່າງ ການເດີນທາງໄປຢ້ຽມຢາມ ນະຄອນຫຼວງ ອິສລາມາບັດ ຂອງປາກິສຖານ, ວັນທີ 19 ຕຸລາ 2001, ໃນຂະນະທີ່ ລູກຊາຍຂອງທ່ານ ທ້າວ ນາຊີຣູດດິນ, ຊ້າຍ, ແນມເບິ່ງຢູ່.

ຊາຍຜູ້ທີ່ກໍ່ຕັ້ງ ກຸ່ມເຄືອຂ່າຍຮັກການີ (Haqqani Network) ເປັນບຸກຄົນຜູ້ນຶ່ງ ທີີ່ໜ້າ
ຢ້ານກົວ ແລະ ຮ້າຍກາດທີ່ສຸດ ຂອງກຸ່ມຕາລີບານ ອັຟການິສຖານ ໄດ້ເສຍຊີວິດແລ້ວ
ພາຍຫຼັງທີ່ໄດ້ລົ້ມປ່ວຍມາ ເປັນເວລາຍາວນານ.

ໃນວັນອັງຄານມື້ນີ້ ໂຄສົກຂອງກຸ່ມຕາລີບານ ຊາບີອູລລາ ມູຈາຮີດ ໄດ້ເປີດເຜີຍຖະ
ແຫລງການ ສະບັບນຶ່ງ ທີ່ຢືນຢັນການເສຍຊີວິດ ຂອງ ທ່ານ ຈາລາລູດດິນ ຮັກການີ
ໂດຍກ່າວສັນລະເສີນວ່າ ເປັນ “ຜູ້ຕໍ່ສູ້ໃນນາມສາສະໜາ ຫຼື ຈີຮາດ” ຂອງຜູ້ກ່ຽວ
ແລະ ໄດ້ສະແດງຄວາມເສຍໃຈ ຕໍ່ “ຄອບຄົວຈີຮາດທີ່ຮັກຫອມ” ຂອງທ່ານນຳດ້ວຍ.

ກຸ່ມຮັກການີ ໄດ້ເຂົ້າຮ່ວມ ກຸ່ມຈີຮາດ ຂອງອັຟການິສຖານ ຕໍ່ສູ້ຕ້ານ ອະດີດສະຫະພາບ
ໂຊຫວຽດ ໃນຊ່ວງປີ 1980.

ທ່ານ ຈາລາລູດດິນ ຮັກການີ ຜູ້ກໍ່ຕັ້ງກຸ່ມ ຫົວຮຸນແຮງ ເຄືອຂ່າຍຮັກການີ, ວັນທີ 22 ສິງຫາ 1998.
ທ່ານ ຈາລາລູດດິນ ຮັກການີ ຜູ້ກໍ່ຕັ້ງກຸ່ມ ຫົວຮຸນແຮງ ເຄືອຂ່າຍຮັກການີ, ວັນທີ 22 ສິງຫາ 1998.

​ຖະແຫລງການຂອງກຸ່ມຕາລີບານ
ກ່າວວ່າ “ໃນເວລາທີ່ ປະເທດ
ຂອງພວກເຮົາ ໄດ້ປະເຊີນກັບ ລັດທິຄອມມິວນິສ ບໍ່ນັບຖືສາ
ສະໜາ ທີ່ອັນຕະລາຍ ແລະ
ດິນແດນແຫ່ງອິສລາມ ຂອງ
ອັຟການິສຖານ ແມ່ນຕົກຢູ່
ພາຍໃຕ້ໄພຂົ່ມຂູ່ໂດຍການບໍ່
ນັບຖືສາສະໜາຢູ່ນັ້ນ.....
ພະນະທ່ານ ຮັກການີ ຊາຮີບ
ແລະ ຜູ້ຊົງກຽດ ມູຈາຮີດີນ
ຄົນອື່ນໆ ຂອງຍຸກສະໄໝນັ້ນ
ໄດ້ເອົາທ່າທີ່ີ ຕໍ່ຕ້ານກັບ ການບໍ່ເຫັນດີເຫັນພ້ອມກັບ
ຄອມມິວນິສ.”

ໃນເວລານັ້ນ ທ່ານ ຮັກການີ ຍັງໄດ້ໃກ້ຊິດກັບ ອົງການສູນກາງສືບລັບ ສະຫະລັດ ຫຼື
CIA ເຊິ່ງໄດ້ສະໜັບສະໜຸນ ພວກນັກລົບ ຕໍ່ສູ້ຕ້ານຢັນ ອະດີດ ສະຫະພາບໂຊຫວຽດ.

ຫຼັງຈາກກຸ່ມຕາລີບານ ໄດ້ເຂົ້າຍຶດອຳນາດ ໃນຊ່ວງປີ 1990 ທ່ານ ຮັກການີ ໄດ້ເຂົ້າ
ຮ່ວມກັບພວກເຂົາເຈົ້າ ໃນຖານະເປັນລັດຖະມົນຕີຂອງຂົງເຂດ ແລະ ໄດ້ກາຍມາເປັນ
ສະມາຊິກ ສະພາຜູ້ແທນ ຂອງພວກເຂົາເຈົ້ານຳ.

ເມື່ອກຸ່ມຕາລີບານ ໄດ້ຖືກຂັບໄລ່ອອກຈາກອຳນາດ ໂດຍການໂຈມຕີທີ່ນຳພາໂດຍ
ສະຫະລັດ ໃນປີ 2001 ທ່ານ ຮັກການີ ກໍໄດ້ຫລົບໜີ ໄປປະເທດເພື່ອນບ້ານປາກິສຖານ.

ກຸ່ມເຄືອຂ່າຍຮັກການີຂອງທ່ານ ໄດ້ດຳເນີນການໂຈມຕີຫຼາຍຄັ້ງ ທີ່ສະຫລັບຊັບຊ້ອນ
ແນ່ນອນ ແລະຮ້າຍແຮງທີ່ສຸດ ຢູ່ໃນອັຟການິສຖານ. ບັນດາເຈົ້າໜ້າທີ່ ອັຟການິສຖານ
ແລະ ປະເທດຕາເວັນຕົກ ເຊື່ອວ່າ ລົດກະບະບັນຈຸລະເບີດ ຢູ່ໃນນະຄອນຫຼວງກາບູລ
ໃນປີ 2017 ທີ່ໄດ້ສັງຫານ ຫຼາຍກວ່າ 150 ຄົນ ແລະ ໄດ້ເຮັດໃຫ້ສະຖານທູດ ເຢຍຣະມັນ
ເສຍຫາຍໜັກນັ້ນ ແມ່ນເປັນຜົນງານຂອງເຄືອຂ່າຍດັ່ງກ່າວ.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG