ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີການຕ່າງປະເທດຂອງຕາລິບານ ພົບກັບຜູ້ແທນພິເສດຂອງ ສະຫະລັດ, ຣັດເຊຍ, ຈີນ ແລະປາກິສຖານ


ລັດຖະມົນຕີການຕ່າງປະເທດຂອງອັຟການິສຖານ ທ່ານຊາ ມາມູດ ຄູເຣີຊີ (ຄົນທີ່ 4 ທາງຂວາມື), ແລະເຈົ້າໜ້າທີ່ຂັ້ນສູງຄົນອື່ນໆ ຖ່າຍຮູບຮ່ວມກັບລັດຖະມົນຕີການຕ່າງປະເທດຂອງຕາລິບານ ທ່ານອາເມຍ ຄານ ມຸທຕາກີ ແລະຄະນະຜູ້ແທນຂອງທ່ານ ກ່ອນການປະຊຸມຂອງພວກເຂົາເຈົ້າ, ໃນນະຄອນຫລວງອິສສະລາມາບັດ, ວັນທີ 11 ພະຈິກ, ປີ 2021.
ລັດຖະມົນຕີການຕ່າງປະເທດຂອງອັຟການິສຖານ ທ່ານຊາ ມາມູດ ຄູເຣີຊີ (ຄົນທີ່ 4 ທາງຂວາມື), ແລະເຈົ້າໜ້າທີ່ຂັ້ນສູງຄົນອື່ນໆ ຖ່າຍຮູບຮ່ວມກັບລັດຖະມົນຕີການຕ່າງປະເທດຂອງຕາລິບານ ທ່ານອາເມຍ ຄານ ມຸທຕາກີ ແລະຄະນະຜູ້ແທນຂອງທ່ານ ກ່ອນການປະຊຸມຂອງພວກເຂົາເຈົ້າ, ໃນນະຄອນຫລວງອິສສະລາມາບັດ, ວັນທີ 11 ພະຈິກ, ປີ 2021.

ປາກິສຖານ, ເປັນເຈົ້າພາບຈັດການພົບປະລະຫວ່າງ ຈີນ, ຣັດເຊຍ ແລະສະຫະລັດໃນມື້ວັນພະຫັດວານນີ້ ເພື່ອເຈລະຈາກ່ຽວກັບ ອັຟການິສຖານ, ທີ່​ນະຄອນອິສລາມາບັດ ໃນເວລາດຽວກັນຄະນະຜູ້ແທນຂອງກຸ່ມຕາລິບານທີ່ນໍາພາໂດຍລັດຖະມົນຕີການຕ່າງປະເທດ ທ່ານອາເມຍ ຄານ ມຸທຕາກີ (Amir Khan Muttaqi), ກໍເດີນທາງມາເຖິງໃນຕອນກາງຄືນມື້ວັນພຸດທີ່ຜ່ານມາ.
ລັດຖະມົນຕີການຕ່າງປະເທດຂອງປາກິສຖານ ທ່ານຊາ ມາມູດ ຄູເຣີຊີ (Shah Mahmood Qureshi), ກ່າວຖະແຫລງ ໃນການເປີດປະ​ຊຸມວ່າ “ພວກເຮົາມີຄວາມໝັ້ນໃຈວ່າ ກອງ​ປະ​ຊຸມທຣອຍກາ ບວກ (Troika Plus’s) ກັບລັດຖະບານຊຸດໃໝ່ຈ​າກອັຟການິສຖານ ຈະຊ່ວຍກໍ່​ໃຫ້​ເກີດສັນຕິພາບ ແລະສະຖຽນລະພາບ, ສົ່ງເສີມການພັດທະນາເສດຖະກິດໃຫ້ດໍາເນີນຕໍ່ໄປ, ຈໍາກັດພື້ນທີ່​ໃນການປະຕິບັດງານຂອງພວກກໍ່ການຮ້າຍ ທັງ​ຈາກ​ແລະ​ຢູ່​ພາຍ​ໃນອັຟການິສຖານ.”

ໃນການສົນທະນາກັບສື່ມວນຊົນໃນພາຍຫລັງ, ທ່ານຄູເຣີຊີ ໄດ້ບອກກັບນັກຂ່າວໃນນະຄອນຫລວງອິ​ສລາມາ​ບັດ ໂດຍທ່ານໄດ້ສັນຍາວ່າຈະໃຫ້​ກຸ່ມ​ຕາ​ລີ​ບານ​ມີສ່ວນຮ່ວມຢ່າງເປັນທາງການ ໃນການປະຊຸມລະດັບພູມິພາກໃນອະນາຄົດ. “ໂດຍ​ຄວາມປະສົງຂອງພະເຈົ້າ, ພວກເຮົາຈະເຊີນເຂົາເຈົ້າເຂົ້າຮ່ວມການປະຊຸມຢູ່ປັກກິ່ງ ໃນຄັ້ງຕໍ່ໄປ, ດັ່ງນັ້ນ ຄວາມກັງວົນຂອງພວກເຂົາ ຄວນໄດ້ເປີດເຜີຍກັບຜູ້ຄົນໃນທົ່ວໂລກ, ແລະພວກເຂົາຄວນຮູ້ວ່າ ແມ່ນຫຍັງຄືສິ່ງທີ່ປະຊາຄົມໂລກຄາດຫວັງ ໃນການຕອບແທນຈາກພວກເຂົາ.”

ໃນຖະແຫລງການຮ່ວມຫລັງຈາກກອງປະຊຸມ, ທັງ 4 ປະເທດໃນຮູບແບບຂອງ ທຣອຍກາ ບວກ ໄດ້ກົດດັນໃຫ້ກຸ່ມຕາລິບານ ເອື້ອອໍານວຍໃນການເຂົ້າເຖິງລະບົບການສຶກສາ ສໍາລັບບັນດາແມ່ຍິງ ແລະເດັກຍິງໃນທຸກອາຍຸ. ກຸ່ມຕາລິບານໄດ້ລະງັບການສຶກສາໃນລະດັບມັດທະຍົມສຶກສາ ສໍາລັບເດັກນ້ອຍຍິງທັງຫລາຍໃນຫລາຍໆແຂວງ ຕັ້ງແຕ່ມື້ທີ່ພວກເຂົາເຂົ້າຢຶດອໍານາດໃນວັນທີ 15 ສິງຫາ.

ຖະແຫລງການດັ່ງກ່າວ ຍັງໄດ້ຮຽກຮ້ອງໃຫ້ກຸ່ມຕາລິບານ “ຮັບປະກັນການເຂົ້າເຖິງດ້ານມະນຸດສະທໍາຢ່າງບໍ່ມີຂໍ້ຈໍາກັດ, ເຊິ່ງລວມໂດຍເຈົ້າໜ້າທີ່ຊ່ວຍເຫລືອແມ່ຍິງ ສໍາລັບການນໍາສົ່ງຄວາມຊ່ວຍເຫລືອດ້ານມະນຸດສະທໍາໃນ ອັຟການິສຖານ ເພື່ອຕອບສະໜອງຕໍ່ວິກິດການທີ່ກໍາລັງເພີ້ມຂຶ້ນ.”

ຢູ່ໃນຫລາຍໆແຂວງຂອງອັຟການິສຖານ, ຜູ້ບັນຊາການປະຈໍາທ້ອງຖິ່ນຂອງກຸ່ມຕາລິບານຮຽກຮ້ອງໃຫ້ເຈົ້າໜ້າທີ່ເພດຍິງ ມີຍາດພີ່ນ້ອງທີ່ເປັນຜູ້ຊາຍໄປເປັນໝູ່, ໃນບາງເວລາທີ່ການເຮັດວຽກ ພົບຄວາມຫຍຸ້ງຍາກ ຫລືໃນບາງເຫດສຸດວິໄສ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG