ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໒ ພະຈິກ ໒໐໒໕

ກຸ່ມຕາລິບານ ບໍ່​ຫົວ​ຊາ​ຕໍ່ຄວາມມຸ້ງໝັ້ນ​ກ່ຽວ​ກັບລັດທິ​ກໍ່ການຮ້າຍ ໂດຍແຕ່ງຕັ້ງຜູ້ປົກຄອງລັດ ທີ່ພົວພົວກັບກຸ່ມອາລ-ກາອີດາ


ແຜນທີ່ປະເທດອັຟການິສຖານ, ພ້ອມດ້ວຍນະຄອນຫຼວງກາບູລ.
ແຜນທີ່ປະເທດອັຟການິສຖານ, ພ້ອມດ້ວຍນະຄອນຫຼວງກາບູລ.

ເປັນເວລາຫຼາຍກວ່າ 15 ປີ, ທ້າວກາຣີ ບາຢາລ (Qari Baryal) ຖືກຈັດຢູ່ ໃນລາຍຊື່ພິເສດໃນຈໍານວນຫົວໜ້າກຸ່ມຕາລິບານ ແລະຫົວໜ້າກຸ່ມ ອາລ-ກາອີດາ ທີ່ມີ “ຖືກ​ຕ້ອງ​ການ​ຕົວທີ່ສຸດ” ຂອງວໍຊິງຕັນ, ສໍາລັບຂໍ້ກ່າວກາກ່ຽວກັບ ການໂຈມຕີດ້ວຍການວາງລະເບີດ ແລະ ການ​ໂຈມ​ຕີ​ສະຫຼະ​ຊີບຢູ່ໃນທົ່ວປະ ເທດ.

ທ້າວບາຢາລ ແລະພວກຫົວຮຸນແຮງທີ່ລາວຄວບຄຸມຢູ່ “ໄດ້ມີສ່ວນຮ່ວມໃນການ ຄວບຄຸມການຜະລິດອຸປະກອນລະເບີດຊົ່ວຄາວ ຫຼື IED, ການ​ກຳ​ນົດ​ພວກ​ເຈົ້າ​ໜ້າ​ທີ່​ສະຫຼະ​ຊີບ, ແລະແຜນການໂຈມຕີໂດຍລວມ ແລະການປະຫານຊີວິດ” ໃນນະຄອນຫຼວງກາບູລ ແລະບັນດາແຂວງທີ່​ຢູ່ໃກ້ຄຽງ, ອີງຕາມລາຍງານຂອງ ກອງທັບສະຫະລັດ.

ໃນເດືອນພະຈິກ ປີ 2021, ສອງເດືອນ ລຸນຫຼັງກອງກໍາລັງຂອງສະຫະລັດ ແລະກອງກໍາລັງຂອງອົງການ NATO ຖອນໂຕອອກຈາກອັຟການິສຖານ, ກຸ່ມຕາລິບານ ໄດ້ແຕ່ງຕັ້ງໃຫ້ ທ້າວບາຢາລ ເປັນເຈົ້າຄອງນະຄອນຫຼວງກາບູລ. ໃນເດືອນ ມີນາ ປີ 2022, ລາວໄດ້ກາຍມາເປັນຜູ້ປົກຄອງແຂວງກາປີຊາ (Kapisa) ເຊິ່ງຕັ້ງຢູ່ທາງພາກເໜືອຂອງນະຄອນຫຼວງກາບູລ.

ທ້າວບາຢາລ ລວມຢູ່ໃນພວກຜູ້ຄົນເຫຼົ່ານັ້ນ ທີ່ມີຊື່ຢູ່ໃນບົດລາຍງານຂອງອົງ ການສະຫະປະຊາຊາດ ໃນຖານະນຶ່ງໃນຫົວໜ້າຂອງກຸ່ມຕາລິບານ ທີ່ “ເຊື່ອມໂຍງ” ກັບກຸ່ມ ອາລ-ກາອີດາ. ນອກຈາກ ທ້າວບາຢາລ ແລ້ວ, ຍັງມີ ຜູ້ປົກຄອງລັດນູຣິສຕານ ທ້າວຮາຟິສ ມີຮໍາມາດ ອາກາ ຮາຄີມ (Hafiz Muhammad Agha Hakeem) ແລະ ທ້າວທັຈເມຍ ຈາວາດ (Tajmir Jawad), ຮອງຫົວໜ້າໜ່ວຍສືບລັບຂອງກຸ່ມຕາລິບານ ກໍຢູ່ໃນລາຍຊື່ຂອງ ບົດລາຍງານດັ່ງກ່າວເຊັ່ນກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ
please wait

No live streaming currently available

0:00 0:00 Live

ສົດ ລາຍການວິທະຍຸ-ໂທລະພາບ ພາກພາສາລາວ

XS
SM
MD
LG