ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກະບົດ ຕາ​ລີ​ບານ ບຸກ​ເຂົ້າຍຶດ ເມືອງຫຼວງ ​ແຂວງ Uruzgan


ທະຫານອັຟກາ​ນິສຖານ (ຊ້າຍ) ຮ້ອງໃສ່​ກຸ່ມຕາ​ລີ​ບານ, ຫຼັງຈາກທີ່ໄດ້ຍິງປືນຄົກໂຈມຕີກຸ່ມ​ຕາ​ລີ​ບານ, ຂ້າງນອກເມືອງ Kunduz, ພາກເໜືອອັຟກາ​ນິສຖານ, 16 ເມສາ, 2016.
ທະຫານອັຟກາ​ນິສຖານ (ຊ້າຍ) ຮ້ອງໃສ່​ກຸ່ມຕາ​ລີ​ບານ, ຫຼັງຈາກທີ່ໄດ້ຍິງປືນຄົກໂຈມຕີກຸ່ມ​ຕາ​ລີ​ບານ, ຂ້າງນອກເມືອງ Kunduz, ພາກເໜືອອັຟກາ​ນິສຖານ, 16 ເມສາ, 2016.

ກຸ່ມ​ຫົວ​ຮຸນ​ແຮງ ​ຕາ​ລີ​ບານ ​ໄດ້ບຸກ​ເຂົ້າສູ່​ເຂດ​ໃຈກາງ​ເມືອງ​ຫຼວງຂອງແຂວງ Uruzgan ​ ໃນພາກ​ກາງຂອງ​ປະ​ເທດ​ອັຟກາ​ນິສຖານ ຊຶ່ງ​ໄດ້​ກໍ່ໃຫ້​ເກີດ​ການປະ​ທະ​ກັບກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ອັຟກາ​ນິສຖານຢ່າງ​ດຸ​ເດືອດ ອີງ​ຕາມ​ເຈົ້າ​ໜ້​າທີ່​ທ້ອງ​ຖິ່ນ​ແລະ​ພວກກະບົດ.

ຕົ້ນ​ສັບປະດາ​ນີ້ ພວກກະບົດ​ຕາ​ລີ​ບານ ​ໄດ້​ເລີ້ມ​ການ​ໂຈມ​ຕີ​ແບບ​ມີ​ການ​ປະສານ​ງານ​ກັນ ​
ທີ່​ເມືອງ Tarin Kot ​ເມືອງ​ຫຼວງ​ຂອງ​ແຂວງດັ່ງກ່າວ ​ແລະ​ໂຈມ​ຕີ​ດ່ານ​ຮັກສາ​ຄວາມ​ປອດ​ໄພ ສຳຄັນ ກ່ອນ​ທີ່​ຈະ​ບຸກເຂົ້າເມືອງ ​ໃນຕອນ​ເຊົ້າ​ວັນ​ພະຫັດ​ມື້​ນີ້ ​ຊຶ່ງ​ທາງໂທລະພາບ​ຂອງ ອັຟກາ​ນິສຖານ ​ໄດ້​ອ້າງ​ເອົາ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ. ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ກອງ​ກຳລັງພິ​ເສດ​ຂອງອັຟກາ​ນິສຖານໄດ້ໄປ​ເຖິງ​ເມືອງດັ່ງກ່າວ ​ເພື່ອ​ຊ່ອຍ​ຕ້ານ​ຢັນກຸ່ມກະບົດ​ຕາ​ລິ​ບັນ.

​ໂຄສົກ​ກຸ່ມຫົວ​ຮຸນ​ແຮງອິສລາມ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບວ່າ ພວກ​ນັກ​ຕໍ່​ສູ້​ຂອງ​ຕົນໄດ້​ຍຶດ​ເອົາ​ບໍລິ​ເວນສ່ວນໃຫຍ່ຂອງ​ເມືອງ Tarin Kot ​ແລະປະຈຸ​ບັນ​ນີ້ ກຳລັງ​ສູ້​ລົບ​ກັບກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ອັຟກາ​ນິສຖານ.

ການ​ສູ້​ລົບ​ກັນ​ໃນ​ເວລາ​ນີ້ແມ່ນ​ກຳລັງ​ດຳ​ເນີນ​ຢູ່​ຕໍ່​ມາ ໃນ​ບໍລິ​ເວນ​ອ້ອມ​ແອ້ມກອງ​ບັນຊາການ​ຕຳຫຼວດ ​ຄຸກໃຫຍ່ ​ແລະໂຮງການເຈົ້າ​ແຂວງ.​

ແຂວງ Uruzgan, ອັຟການິສຖານ
ແຂວງ Uruzgan, ອັຟການິສຖານ

ເຈົ້າ​ໜ້າ​ທີ່​ແຂວງ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ ບໍ່​ສາມາດ​ຮ້ອງ​ຂໍ​ການ​ໂຈມ​ຕີ​ທາງ​ອາກາດ ​ເພື່ອຍຸຕິ​ການ​ບຸກຄືບ​ໜ້າ​ຂອງ​ພວກ​ກະບົດ​ ຍ້ອນ​ຢ້ານ​ວ່າ ​ຜົນ​ກະທົບ​ທີ່​ຈະ​ຕາມ​ມາ ​ເພາະວ່າ ພວກ​ໂຈມ​ຕີ​ທີ່​ວ່າ​ນີ້ ປະ​ປົນ​ຢູ່ໃນເຂດ​ທີ່​ມີ​ພົນລະ​ເຮືອນອາ​ໄສ​ຢູ່.

ພວກ​ຕໍ່ສູ້ຂອງ​ກຸ່ມ​ ​ຕາ​ລີ​ບານ ຈາກ​ເຂດອ້ອມ​ແອ້ມຄື​ແຂວງ Helmand ​ແລະແຂວງ Kandahar ໄດ້ສົ່ງ​ກຳລັງ​ໄປ​ສະໜັບສະໜູນ​ເປັນຈຳນວນ​ຫຼວງ​ຫຼາຍ​ໃນ​ຕອນ​ກາງຄືນ ​ເພື່ອເຂົ້າ​ຄວບ​ຄຸມ​ເມືອງ Tarin Kot ຊຶ່ງ​ຈຳນວນ​ດັ່ງກ່າວ​ນີ້ ​ແມ່ນ​ຫຼາຍ​ກວ່າ ກອງ​ກຳລັງ​ທະຫານ​ລັດຖະບານ ອີງ​ຕາມ​ສື່​ມວນ​ຊົນທ້ອງ​ຖິ່ນ.

ຍັງ​ບໍ່​ທັນ​ມີ​ລາຍ​ງານ​ທີ່​ເຊື່ອ​ຖື​ໄດ້ ກ່ຽວ​ກັບຈຳນວນ​ຜູ້​ບາດ​ເຈັບ​ລົ້ມ​ຕາຍ​ ເຖິງ​ແມ່​ນວ່າທັງ​ສອງ​ຝ່າຍ​ຕ່າງ​ກໍອອກ​ມາ​ກ່າວອ້າງ​ວ່າ ຕົນ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ ໃຫ້​ແກ່ຝ່າຍກົງກັນ ຂ້າມ.

​ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພອັຟການ​ກິ​ສຖານ ທີ່ໄດ້​ຮັບການ​ສະໜັບສະໜຸນ​ຈາກກຳ ລັງ ​ອົງການ​ເນ​ໂຕ ​ແມ່ນ​ເພັ່ງ​ເລັງ​ຄວາມ​ພະຍາຍາມ​ຂອງ​ພວກ​ເຂົາ​ເຈົ້າ​ໃນ​ປີ​ນີ້ ​ເພື່ອ​ປ້ອງ​ກັນ​ເຂດ​ເທດສະບານ​ຂອງເມືອງຕ່າງໆ ​ໃນ​ແຂວງ Helmand ​ແລະ​ບັນດາແຂວງທາງພາກ​ເໜືອ ທີ່​ຮວມມີ Kunduz ບ່ອນທີ່​ກຸ່ມ​ຕາ​ລີ​ບານ ​ໄດ້​ເລີ້ມ​ການ​ໂຈມ​ຕີເລື້ອຍໆ ​ແລະ​ໄດ້​ເຂົ້າ​ຍຶດ​ເອົາ​ຫຼາຍ​ເຂດ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG