ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລີບານ ພວມສູ້ລົບ ກັບທະຫານ ອັຟການິສຖານ ທີ່ ຄ້າຍເກົ່າ ທະຫານອັງກິດ


ແຜນທີ່ ອັຟການິສຖານ
ແຜນທີ່ ອັຟການິສຖານ

ເຈົ້າໜ້າທີ່ອັຟການິສຖານ ກ່າວວ່າ ພວກຫົວຮຸນແຮງຕາລີບານ
ພວມທຳການສູ້ລົບ ກັບທະຫານລັດຖະບານ ຢູ່ທີ່ຄ້າຍເກົ່າ ທະ
ຫານອັງກິດແຫ່ງນຶ່ງ.

ເຈົ້າໜ້າທີ່ເວົ້າວ່າ ການສູ້ລົບກັນທີ່ Camp Bastion ໃນແຂວງ
Helmand ທາງພາກໃຕ້ຂອງປະເທດໄດ້ເລີ້ມຂຶ້ນໃນວັນພະຫັດ
ແລ້ວ ແລະຍັງດຳເນີນຢູ່ຕໍ່ມາໃນເວລານີ້.

ເຈົ້າໜ້າທີ່ເວົ້າວ່າ ມີທະຫານອັຟການິສຖານ ຢ່າງໜ້ອຍ 5 ຄົນ
ເສຍຊີວິດແລະພວກກະບົດຕາລີບານ 9 ຄົນຖືກສັງຫານ.

Camp Bastion ໄດ້ຖືກມອບໃຫ້ທະຫານອັຟການິສຖານໃນເດືອນແລ້ວນີ້ ອັນເປັນພາກ ສ່ວນນຶ່ງ ໃນການຖອນທະຫານ ຂອງກຳລັງປະສົມນາໆຊາດ ສ່ວນໃຫຍ່ອອກຈາກອັຟກາ ນິສຖານ ພາຍໃນທ້າຍປີນີ້.

ຄ້າຍດັ່ງກ່າວເປັນບ່ອນຢູ່ທະຫານຂອງອັງກິດ ສະຫະລັດ ແລະກຳລັງນາໆຊາດອື່ນໆ ໃນ ລະຫວ່າງສົງຄາມອັຟການິສຖານ.

ຄ້າຍ Bastion ເປັນຄ້າຍທະຫານບ່ອນທີ່ເຈົ້າຊາຍ Harry ຂອງອັງກິດຊົງປະທັບຢູ່ເວລາ ພະອົງຖືກສົ່ງໄປປະຕິບັດງານທີ່ນັ້ນ.

XS
SM
MD
LG