ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກນັກລົບຂອງກຸ່ມຕາລີບານ ດຽວນີ້ປະຈຳການຢູ່ທີ່ດ່ານກວດກາ ໃນຕົວເມືອງແຫ່ງຕ່າງໆຂອງ ອັຟການິສຖານ


ພວກນັກລົບຕາລີບານ ກຳລັງລາດຕະເວນຢູ່ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ເມື່ອວັນທີ 19 ສິງຫາ 2021. (AP Photo/Rahmat Gul)
ພວກນັກລົບຕາລີບານ ກຳລັງລາດຕະເວນຢູ່ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ເມື່ອວັນທີ 19 ສິງຫາ 2021. (AP Photo/Rahmat Gul)

ນັບຕັ້ງແຕ່ກຸ່ມຕາລີບານ ໄດ້ຢຶດອຳນາດໃນ ອັຟການິສຖານ ຫຼາຍກວ່າສາມເດືອນເຄິ່ງມາແລ້ວ ທ່າມກາງຄວາມວຸ້ນວາຍໃນການຖອນກຳລັງທະຫານຂອງສະຫະລັດ ແລະເນໂຕ້ ນັ້ນ ພວກນັກລົບຂອງເຂົາໄດ້ປຽນບົດບາດໃໝ່ ຈາກການເປັນກະບົດທີ່ຕໍ່ສູ້ຢູ່ເຂດພູດອຍແລະທົ່ງນາໄປເປັນກອງກຳລັງຕິດອາວຸດທີ່ປົກຄອງປະເທດ ອີງຕາມລາຍງານຂອງອົງການຂ່າວເອພີ.

ທະຫານຕາລີບານຫຼາຍຄົນ ດຽວນີ້ ມີໜ້າທີ່ໃໝ່ເຊັ່ນ: ປະຈຳການຢູ່ດ່ານກວດຕາມຖະໜົນສາຍຕ່າງໆ ແລະດຳເນີນການລາດຕະເວນຮັກສາຄວາມປອດໄພຢູ່ໃນແລະອ້ອມຫົວເມືອງໃຫຍ່ແລະນ້ອຍຂອງ ອັຟການິສຖານ. ເມື່ອເດືອນແລ້ວນີ້ ນັກລົບຕາລີບານຫຼາຍຄົນ ໄດ້ໃຫ້ອົງການຂ່າວເອພີ ຖ່າຍ ຮູບພວກເຂົາເຈົ້າຂະນະທີ່ລາດຕະເວນໃນຕອນແລງແລະຢູ່ຕາມດ່ານກວດແຫ່ງຕ່າງໆ ໃນເມືອງເຮຣາດ (Herat) ທາງພາກຕາເວັນຕົກຂອງປະເທດ.

ນຶ່ງໃນນັ້ນແມ່ນທ້າວ ອາມາດ ວາລີ ອາຍຸ 21 ປີ ໄດ້ທຳການລາດຕະເວນຢູ່ໃນຄຸ້ມບ້ານ ຄາມາຣ ຄາລາກ (Kamar Kalagh) ຢູ່ທາງພາກເໜືອຂອງ ເຮຣາດ. ລາວເປັນນັກສຶກສາຢູ່ໃນໂຮງຮຽນສາສະ ໜາອິສລາມທີ່ຮູ້ຈັກກັນຄື ມາດຣາສ໌ສາ (madrassa) ລາວໄດ້ກ່າວວ່າ ລາວເຂົ້າຮ່ວມກຸ່ມຕາລີບານ ຍ້ອນວ່າລາວເຊື່ອໃນການສິດສອນຂອງຄຳພີກູຣານ ແລະຕໍ່ຕ້ານການມີໜ້າຂອງອາເມຣິກາ ຢູ່ໃນປະເທດຂອງລາວ ແລະຕໍ່ຕ້ານລັດຖະບານຊຸດກ່ອນ ຊຶ່ງຖືກວິພາກວິຈານຢ່າງກວ້າງຂວາງສຳລັບການສໍ້ລາດບັງຫຼວງ.

ດຽວນີ້ ລາວໄດ້ກ່າວວ່າ ລາວມີວຽກຫຼາຍກັບຄວາມຮັບຜິດຊອບໃໝ່ຂອງລາວ ໃນການຮັກສາຄວາມປອດໄພໃນພື້ນທີ່ທີ່ລາວຖືກມອບໝາຍໃຫ້ນັ້ນ. ລາວຫວັງວ່າ ທັງລາວເອງແລະປະເທດຂອງລາວ ຈະມີອະນາຄົດທີ່ສົດໃສ ແລະໄດ້ກ່າວວ່າ ລາວມີ “ຄວາມແນ່ໃຈ 99 ເປີເຊັນ” ວ່າມື້ທີ່ດີກວ່າເກົ່າຈະມາຮອດປະຊາຊົນທັງໝົດໃນອັຟການິສຖານ.

ຫຼັງຈາກທີ່ກຸ່ມຕາລີບານໄດ້ເຂົ້າກຳອຳນາດໃນກາງເດືອນສິງຫາ ອັຟການິສຖານໄດ້ຊຸດໂຊມລົງຢູ່ແລ້ວ ແລະເສດຖະກິດຂອງປະເທດກາງຕໍ່ການຊ່ອຍເຫຼືອນັ້ນ ກໍໄດ້ສົ່ງຜົນໃຫ້ເກີດວິກິດການຢ່າງເຕັມສ່ວນ. ປະຊາຄົມນາໆຊາດໄດ້ຖອນເງິນຫຼາຍຮອດລ້ານໂດລາໃນການສະໜອງທຶນທີ່ປະຊາ ຊົນ 38 ລ້ານຄົນຂອງປະເທດເພິ່ງພາອາໄສ. ຊັບສິນຂອງ ອັຟການິສຖານ ຫຼາຍພັນລ້ານໂດລາຢູ່ຕ່າງປະເທດໄດ້ຖືກກັກໄວ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG