ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ​ຕາ​ລີ​ບານ ຊົມ​ເຊີຍ ການ​ໃຊ້​ຄຳ​ເວົ້າ ໃນ​ທາງບວກ ຂອງ ປ. ທ​ຣຳ ​ນັ້ນ​ວ່າ ຈະ​ຊ່ວຍ ການ​ເຈ​ລະ​ຈາ ສັນ​ຕິ​ພາບ


ຫົວ​ໜ້າ ຫ້ອງ​ການ​ ການ​ເມືອງ ຂອງ​ກຸ່ມ​ຕາ​ລີ​ບານ ທ່ານ​ເຊີ ໂມ​ຮຳ​ເມັດ ອັບ​ບາ​ສ ພ​ວມ​ກ່າວ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ທີ່​ຈັດ​ຂຶ້ນ ໂດຍ​ຊາວ​ອັ​ຟ​ການ​ິ​ສ​ຖານ​ໂພ້ນ​ທະ​ເລ ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ ປະ​ເທດ​ຣັດ​ເຊຍ. (5 ກຸມ​ພາ 2019)
ຫົວ​ໜ້າ ຫ້ອງ​ການ​ ການ​ເມືອງ ຂອງ​ກຸ່ມ​ຕາ​ລີ​ບານ ທ່ານ​ເຊີ ໂມ​ຮຳ​ເມັດ ອັບ​ບາ​ສ ພ​ວມ​ກ່າວ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ທີ່​ຈັດ​ຂຶ້ນ ໂດຍ​ຊາວ​ອັ​ຟ​ການ​ິ​ສ​ຖານ​ໂພ້ນ​ທະ​ເລ ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ ປະ​ເທດ​ຣັດ​ເຊຍ. (5 ກຸມ​ພາ 2019)

ກຸ່ມ​ຕາ​ລີ​ບາ​ນ​ໄດ້​ກ່າວ​ຍົກ​ຍ້ອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ທີ່​ໄດ້​ຮັບ​ຮູ້ ​ກຸ່ມ​ກະ​ບົດ​ດັ່ງ​ກ່າວ​ວ່າ “ອີກ​ຝ່າຍ​ນຶ່ງ” ໃນ​ສົງ​ຄາມ​ທີ່​ແກ່​ຍາວ​ມາ ​ຢູ່​ອັ​ຟ​ກາ​ນິ​ສ​ຖານໂດຍ​ເວົ້າ​ວ່າ ມັນ​ອາດ​ຈະ​ຊ່ວຍ​ການ​ເຈ​ລະ​ຈາ ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ກັບ ​ວໍ​ຊິງ​ຕັນ​ໃນ​ເວ​ລານີ້.

ໃນ​ການ​ສະ​ແດງ​ຄວາມ​ເຫັນທີ່​ນຳ​ອອກ​ເຜີຍ​ແຜ່​ທາງ​ເວັບ​ໄຊ​ທີ່​ເປັນ​ທາງ​ການຂອງ ​ຕົນ​ ໃນ​ວັນ​ພະ​ຫັດ​ວານນີ້ ກ່ຽວ​ກັບ​ຄຳ​ປາ​ໄສ​ຕໍ່​ປະ​ເທດ​ຊາດ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ນັ້ນ ກຸ່ມ​ຕາ​ລີ​ບານ​ກ່າວ​ວ່າ ເປັນ​ບາດ​ກ້າວ​ ໃນ​ທາງບວກ ແລະ​ຄວາມຈິງ​ເພື່ອຮັບ​ຮູ້ “ສະພາບ​ການ​ໂຕ​ຈິງ​ທາງ​ພາກ​ພື້ນ​ດິນ” ໃນ​ອັ​ຟ​ກາ​ນິ​ສ​ຖານ.

​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ ຕໍ່​ລັດ​ຖະ​ສະ​ພາ ແລະ​ປະ​ເທດ​ຊາດ (5 ກຸມ​ພາ 2019)
​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ ຕໍ່​ລັດ​ຖະ​ສະ​ພາ ແລະ​ປະ​ເທດ​ຊາດ (5 ກຸມ​ພາ 2019)

ບົດ​ຄວາມ​ເຫັນ​ຂອງ​ກຸ່ມ​ຕາ​ລີ​ບານ​ກ່າວ​ວ່າ “ໃນ​ລະ​ຫວ່າງ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ປະ​ເທດ​ຊາດນັ້ນ ທ່ານ​ທ​ຣຳ​ເອີ້ນ​ກຸ່ມ​ອິ​ສ​ລາມ​ເອ​ເມີ​ເຣັດ (ຕາ​ລີ​ບານ) ວ່າ ເປັນອີກ​ຝ່າຍ​ນຶ່ງ ແລະ​ການ​ນຳ​ໃຊ້​ຄຳ​ເວົ້າ​ດັ່ງ​ກ່າວ ໂດຍ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດແມ່ນ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ ໃນ​ການ​ກ່າວເຖິງ​ທາງ​ດ້ານ​ການ​ເມືອງ​ຂອງ​ສະ​ຫະ​ລັດ ຈາກ​ຜົນ​ການ​ນຳ​ໃຊ້​ຄຳ​ເວົ້າ ​ໃນ​ທາງບວກ​ດັ່ງ​ກ່າວນີ້​ ຈຶ່ງຄາດ​ຫວັງ​ວ່າ​ການ​ເຈ​ລະ​ຈາ​ຈະ​ມີ​ຜົນ​ໄປ​ໃນ​ທາງບວກ​ເຊັ່ນກັນ.”

ທູດ​ພິ​ເສດ​ສະ​ຫະ​ລັດ ຮັບ​ຜິດ​ຊອບ​ໃນ​ການ​ສ້າງ​ຄວາມ​ປອງດອງ​ຊາດ​ຢູ່​ອັ​ຟ​ການິ​ສ​ຖານ ​ຊຶ່ງ​ເປັນ​ນັກ​ການ​ທູດ​ມື​ອາ​ຊີບ​ອະ​ວຸ​ໂສທີ່​ເປັນ​ຊາວ​ອັ​ຟ​ກາ​ນິ​ສ​ຖານ​ໂດຍ ກຳ​ເນີດ ທ່ານຊາ​ລ​ເມ ຄາ​ລີ​ລ​ຊາດໄດ້​ພົວ​ພັນ​ໃນ​ການ​ເຈ​ລະ​ຈາ​ໂດຍ​ກົງ​ກັບ​ກຸ່ມ​ຕາ​ລີ​ບານ ​ມາແຕ່​ລະ​ດູ​ໃບ​ໄມ້​ຫຼົ່ນ​ປີ​ກາຍນີ້ ເພື່ອ​ຊອກ​ຫາ​ການ​ແກ້​ໄຂ​ທາງ​ການເມືອງ ຕໍ່​ອັນ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ ກ່າວ​ໃນ​ຄຳ​ປາ​ໄສ​ຕໍ່​ປະ​ເທດ​ຊາດ​ເມື່ອ​ວັນທີ 5 ກຸມ​ພາ​ຜ່ານ​ມານັ້ນ​ວ່າ “ເປັນ​ບັນ​ຫາ​ຂັດ​ແຍ້ງ​ທີ່​ແກ່​ຍາວ​ແລະ​ນອງ​ເລືອດ” ທີ່​ກ້າວ​ເຂົ້າ​ສູ່​ປີ​ທີ 18 ໃນ​ເວ​ລານີ້.ໍ

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG