ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມຕາລີບານ ບັງຄັບໃຊ້ ການຫ້າມພວກນັກສຶກສາມະຫາວິທະຍາໄລແມ່ຍິງ ບໍ່ໃຫ້ເຂົ້າຮຽນ ທ່າມກາງຄວາມຄຽດແຄ້ນທົ່ວໂລກ


ພວກນັກສຶກສາມະຫາວິທະຍາໄລຍິງຊາວອັຟການິສຖານ ໄດ້ຖືຢຸດຢັ້ງໂດຍກຳລັງຮັກສາຄວາມປອດໄພຂອງຕາລີບານ ຢູ່ໃກ້ປະຕູທາງເຂົ້າມະຫາວິທະຍາໄລໃນນະຄອນຫຼວງກາບູລ, ວັນທີ 21 ທັນວາ 2022.
ພວກນັກສຶກສາມະຫາວິທະຍາໄລຍິງຊາວອັຟການິສຖານ ໄດ້ຖືຢຸດຢັ້ງໂດຍກຳລັງຮັກສາຄວາມປອດໄພຂອງຕາລີບານ ຢູ່ໃກ້ປະຕູທາງເຂົ້າມະຫາວິທະຍາໄລໃນນະຄອນຫຼວງກາບູລ, ວັນທີ 21 ທັນວາ 2022.

ພວກນັກສຶກສາມະຫາວິທະຍາໄລເພດຍິງ ໃນອັຟການິສຖານ ໄດ້ພາກັນກັບຄືນໄປວິດ​ທະຍາເຂດຕ່າງໆໃນຕອນເຊົ້າວັນພຸດວານນີ້ ຕາມປົກກະຕິ ແຕ່ພວກເຂົາກໍໄດ້​ຫລັ່ງນ້ຳຕາ ຫຼັງຈາກທີ່ໄດ້ຖືກຫ້າມບໍ່ໃຫ້ເຂົ້າ ໂດຍກຳລັງຮັກສາຄວາມປອດໄພຂອງຕາລີບານ ໂດຍອ້າງເຖິງການຫ້າມຕໍ່ການສຶກສາຊັ້ນສູງຂອງພວກເຂົາເຈົ້າ ທີ່ໄດ້ອອກມາເມື່ອມື້ຄືນວານນີ້.

ລະບອບການປົກຄອງອິສລາມຂອງກຸ່ມຕາລີບານ ໄດ້ປະກາດເມື່ອຕອນແລງວັນອັງຄານຜ່ານມານີ້ ທີ່ວ່າ ມະຫາວິທະຍາໄລທັງຂອງເອກະຊົນ ແລະຫຼວງທົ່ວປະເທດ ໄດ້ຖືກປິດສຳ​ລັບພວກນັກສຶກສາແມ່ຍິງ ຈົນກວ່າວ່າ ຈະມີແຈ້ງການຕື່ມອີກ ຊຶ່ງເປັນການໂຈມຕີຄັ້ງຫຼ້າສຸດ ຕໍ່ການເຂົ້າເຖິງການສຶກສາ ແລະຊີວິດການເປັນຢູ່ໃນສາທາລະນະ ຂອງພວກແມ່ຍິງອັຟການິຖານ.

ການຫ້າມຊົ່ວຄາວໃນການສຶກສາຊັ້ນສູງ ສຳລັບພວກນັກສຶກສາແມ່ຍິງ ໄດ້ສ້າງຄວາມຄຽດແຄ້ນ ແກ່ຊາວອັຟການິສຖານ ແລະປະຊາຄົມນານາຊາດ ຜູ້ທີ່ກ່າວວ່າ ກຸ່ມຕາລີບານ ປາກົດວ່າ ​ຈະນຳປະເທດໄປສູ່ການໂດດດ່ຽວ ພາຍໃຕ້ການປົກຄອງບໍລິຫານສຳລັບຜູ້ຊາຍເທົ່ານັ້ນ.

ພວກທີ່ເຫັນເຫດການໃນນະຄອນຫຼວງກາບູລ ຂອງອັຟການິສຖານ ກໍໄດ້ເຫັນພວກນັກສຶກສາພາກັນຮ້ອງໄຫ້ ແລະກອດໃຫ້ກຳລັງໃຈຊຶ່ງກັນແລະກັນຢູ່ປະຕູທາງເຂົ້າສະຖາບັນການສຶກສາຊັ້ນສູງຫຼາຍແຫ່ງ ລວມທັງມະຫາວິທະຍາໄລຫຼວງ ກາບູລ ໃນຕອນເຊົ້າຫຼັງຈາກທີ່ໄດ້ຖືກບອກວ່າ ພວກເຂົາເຈົ້າບໍ່ໄດ້​ຮັບອະນຸຍາດໃຫ້ເຂົ້າຫ້ອງຮຽນໄດ້. ເຫດການທີ່ຄ້າຍຄືກັນນີ້ ໄດ້ຖືກພົບເຫັນຢູ່ທີ່ແຫ່ງອື່ນໆ ໃນປະເທດເອເຊຍໃຕ້ທີ່ໄດ້ປະສົບກັບບັນຫາຂັດແຍ້ງມາຍາວນານ ແລະທຸກຍາກຫຼາຍ.

“ຂ້ອຍຫາກໍຮູ້ຈັກກ່ຽວກັບການຫ້າມ ໃນຕອນເຊົ້ານີ້ ເມື່ອຂ້ອຍໄດ້ໄປຮອດວິທະ ຍາເຂດ ແລະມີກຳລັງຮັກສາຄວາມປອດໄພຕາລີບານຈຳນວນຫຼວງຫຼາຍຢູ່ທີ່ທາງເຂົ້າ ກຳລັງໄລ່ພວກນັກສຶກສາແມ່ຍິງອອກໄປ” ນັກສຶກສາປີສຸດທ້າຍໄດ້ກ່າວຕໍ່ວີໂອເອ ໂດຍຂໍສະຫງວນຊື່ ຍ້ອນເຫດຜົນດ້ານຄວາມປອດໄພ ແລະດ້ວຍນ້ຳຕາໃນເບົ້າຕາຂອງນາງ.

ສ່ວນນັກສຶກຂອງສາມະຫາວິທະຍາໄລເອກະຊົນຄົນນຶ່ງ ຜູ້ທີ່ໄດ້ລະບຸໂຕເອງຄືນາງຟາຕີມາ ໄດ້ກ່າວຕໍ່ວີໂອເອ ວ່າ ພວກເຂົາເຈົ້າມີກຳໜົດຈະສອບເສັງໃນປີສຸດທ້າຍຂອງພວກເຂົາ ແຕ່ໄດ້ຖືກຫ້າມບໍ່ໃຫ້ເຂົ້າໄປ ໃນວິທະຍາເຂດ.

ນາງຟາຕີມາ ໄດ້ເວົ້າວ່າ “ພວກເຮົາໝົດທຸກຄົນພາກັນຮ້ອງໄຫ້ ແລະປະຕິເສດທີ່ຈະອອກໄປຈາກປະຕູທາງເຂົ້າ ເປັນເວລາຫຼາຍຊົ່ວໂມງ ແລະໄດ້ອ້ອນວອນອຳນາດການປົກຄອງຂອງຕາລີບານ ອະນຸຍາດໃຫ້ພວກເຮົາເຂົ້າໄປສອບເສັງ ແຕ່ຄຳຮ້ອງທຸກຢ່າງ ກໍບໍ່ໄດ້ຕອບສະໜອງເລີຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG