ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມຕາລິບານ ຂັດຂວາງການປະທ້ວງ ຂອງພວກແມ່ຍິງ ກ່ຽວກັບຂໍ້ຫ້າມຕໍ່ລະບົບການສຶກສາ


ແຟ້ມຮູບ-ສະມາຊິກຂອງກອງກໍາລັງຕາລິບານຄົນນຶ່ງ ຍິງປືນຂຶ້ນ​ຟ້າ ເພື່ອສະຫຼາຍກຸ່ມພວກແມ່ຍິງ ແລະເດັກ​ຍິງຊາວອັຟການິສຖານ ໃນລະຫວ່າງການໂຮມຊຸມນຸມ ເພື່ອປະທ້ວງ ໃນອັນທີ່ພວກປະທ້ວງຮ້ອງວ່າ ກົດຂໍ້ບັງຄັບຂອງພວກຕາລິບານ ຕໍ່ແມ່ຍິງ, ໃນນະຄອນຫຼວງກາບູລ, ວັນທີ 28 ທັນວາ 2021.
ແຟ້ມຮູບ-ສະມາຊິກຂອງກອງກໍາລັງຕາລິບານຄົນນຶ່ງ ຍິງປືນຂຶ້ນ​ຟ້າ ເພື່ອສະຫຼາຍກຸ່ມພວກແມ່ຍິງ ແລະເດັກ​ຍິງຊາວອັຟການິສຖານ ໃນລະຫວ່າງການໂຮມຊຸມນຸມ ເພື່ອປະທ້ວງ ໃນອັນທີ່ພວກປະທ້ວງຮ້ອງວ່າ ກົດຂໍ້ບັງຄັບຂອງພວກຕາລິບານ ຕໍ່ແມ່ຍິງ, ໃນນະຄອນຫຼວງກາບູລ, ວັນທີ 28 ທັນວາ 2021.

ກຸ່ມນັກເຄື່ອນໄຫວແມ່ຍິງນ້ອຍໆກຸ່ມນຶ່ງ ໄດ້ພາກັນຈັດການໂຮມຊຸມນຸມປະທ້ວງຂຶ້ນ ຢູ່ໃນນະຄອນຫຼວງກາບູລຂອງອັຟການິສຖານ ໃນວັນອາທິດວານນີ້, ໂດຍຮຽກຮ້ອງໃຫ້ເຈົ້າໜ້າທີ່ຂອງລັດຖະບານຕາລີບານ ຈົ່ງກັບຄືນມາເປີດບັນດາໂຮງ ຮຽນ ແລະມະຫາວິທະຍາໄລຕ່າງໆ ໃຫ້ແກ່ນັກຮຽນຍິງທັງຫຼາຍຢູ່ໃນທົ່ວປະເທດ ອີກຄັ້ງ.

ບັນດາຜູ້ປະທ້ວງ ໄດ້ພາກັນເດີນຂະບວນຜ່ານບໍລິເວນທີ່ຢູ່ອາໄສ ໂປລ-ອີ ໂສກຕາ (Pol-e Sokhta) ເຊິ່ງຕັ້ງຢູ່ທາງທິດຕາເວັນຕົກຂອງ​ນະ​ຄອນ​ຫຼວງ ກ່ອນຈະມີການສະຫຼາຍການປະທ້ວງດັ່ງກ່າວໃນທັນທີ ໂດຍກອງກໍາລັງຮັກສາຄວາມໝັ້ນຄົງຂອງກຸ່ມຕາລີບານ.

ຜູ້ຈັດການໂຮມຊຸມນຸມກ່າວວ່າ ມີແມ່ຍິງ ແລະເດັກຍິງປະມານ 25 ຄົນ ພາກັນເຂົ້າຮ່ວມ ໃນການປະທ້ວງດັ່ງກ່າວ, ເຊິ່ງພວກເຂົາເຈົ້າໄດ້ພາກັນຖືປ້າຍ ແລະຮ້ອງຄໍາຂວັນອອກມາວ່າ “ອິດສະຫຼະພາບ, ວຽກງານ, ການສຶກສາ,” “ແມ່ທີ່ສະ ຫຼາດ ເຮັດໃຫ້ປະເທດຊາດເຂັ້ມແຂງ,” ແລະ “ການສຶກສາ ຄືສິດທິຂອງພວກເຮົາ.”

ໂຮງຮຽນມັດທະຍົມສຶກສາສໍາລັບນັກຮຽນຊາຍ ໄດ້ກັບມາເປີດຄືນອີກຄັ້ງທົ່ວປະ ເທດໃນອາທິດທີ່ຜ່ານມາ ລຸນຫຼັງການຢຸດພັກກາງຊ່ວງລະດູໜາວ, ແຕ່ກຸ່ມຕາລິບານ ຍັງບໍ່ທັນອະນຸຍາດໃຫ້ບັນດານັກຮຽນຍິງ ກັບຄືນໄປເຂົ້າໂຮງຮຽນແຕ່ຢ່າງ ໃດ, ເຖິງແມ່ນວ່າ ຈະມີການປະນາມຈາກສາກົນກ່ຽວກັບການຫ້າມລະບົບການສຶກສາຂອງພວກເຂົາ ແລະກໍໄດ້ຮຽກຮ້ອງໃຫ້ພວກເຂົາຍົກເລີກຂໍ້ຫ້າມດັ່ງກ່າວກໍຕາມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG