ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ​ຕາ​ລີ​ບານ ກັກ​ຂັງ​ພວກ​ນັກ​ຂ່າວ ແລະ​ ວາງ​ຂໍ້​ຫ້າມ​ຕ່າງໆ​ ອອກ​ມາ​ ໃນ​ການ ປາບ​ປາມສື່ມວນ​ຊົນ 


ພາບ​ຖ່າຍ​ໃນ​ວັນ​ທີ 29 ກັນ​ຍາ, 2020 ສະ​ແດງ​ໃຫ້​ເຫັນ​ວ່າ ນັກ​ຂ່າວ Shukria Wali ອ່ານ​ຂ່າວ​ອອກ​ອາ​ກາດ​ທາງວິ​ທະ​ຍຸ ໃນ​ຂະ​ນະ​ທີ່​ອອກ​ອາ​ກາດໃນ​ສະ​ຖາ​ນີ Merman ໃນ​ເມືອງ​ການ​ດາ​ຮາ.
ພາບ​ຖ່າຍ​ໃນ​ວັນ​ທີ 29 ກັນ​ຍາ, 2020 ສະ​ແດງ​ໃຫ້​ເຫັນ​ວ່າ ນັກ​ຂ່າວ Shukria Wali ອ່ານ​ຂ່າວ​ອອກ​ອາ​ກາດ​ທາງວິ​ທະ​ຍຸ ໃນ​ຂະ​ນະ​ທີ່​ອອກ​ອາ​ກາດໃນ​ສະ​ຖາ​ນີ Merman ໃນ​ເມືອງ​ການ​ດາ​ຮາ.

ພວກຕາລີບານ ໃນວັນຈັນວານນີ້ ໄດ້ກັກຂັງນັກຂ່າວວິທະຍຸການ​ດາ​ຮາ 6 ຄົນ ເປັນເວລາ ຫຼາຍ ຊົ່ວໂມງ ແລະໄດ້ປິດສະຖານີຂອງພວກເຂົາເຈົ້າ​ໄວ້ ເປັນເວລາສັ້ນໆ ຍ້ອນລະເມີດຂໍ້ຫ້າມ ໃນ​ການ​ເປີດເພັງ.

ບັນດາ​ນັກ​ຊ່ຽວຊານ​ດ້ານ​ສິດທິ​ມະນຸດ​ກ່າວ​ວ່າ ການ​ກະທຳ​ດັ່ງກ່າວ​ແມ່ນ​ສ່ວນ​ນຶ່ງ​ຂອງ​ການ​ປາບ​ປາມ​ຢ່າງ​ກວ້າງ​ຂວາງ ​ຕໍ່​ສື່​ມວນ​ຊົນ ​ທີ່​ເຄີຍ​ມີ​ເສລີພາບ​ແຕ່ກັບ​ມີ​ຄວາມ​ຫຍຸ້ງ​ຍາກນັບ​ມື້​ນັບ​ຫລາຍ​ຂຶ້ນ.

ໃນກໍລະນີຂອງການ​ດາ​ຮານັ້ນ ເຈົ້າຫນ້າທີ່ສືບລັບຕາ​ລີ​ບານໄດ້ສອບປາກ​ຄຳ ນັກຂ່າວ 6 ຄົນ ແລະປ່ອຍ ເຂົາເຈົ້າ​ໄປພຽງແຕ່ຫຼັງຈາກຜູ້ຈັດການສະຖານີຂອງ ເຂົາເຈົ້າຕົກລົງທີ່ຈະຢຸດການ ຫຼີ້ນດົນຕີຕາມຄໍາສັ່ງ ໃຫມ່ຂອງກຸ່ມ​ຕາ​ລີ​ບານ, ອີງຕາມທ່ານ​ໂມ​ຮຳ​ມາດ ຢາ ມາ​ຣູ (Mohammad Yar Majrooh). ຜູ້ຕາງຫນ້າ ຂອງສະມາຄົມນັກຂ່າວອິດ​ສະ​ຫຼະອັຟການິສຖານ ທີ່ຕັ້ງຢູ່ການ​ດາ​ຮາ ໄດ້ຊ່ວຍເຈລະຈາໃນການປ່ອຍຕົວ ຂອງເຂົາເຈົ້າ.

ນັກຂ່າວຄົນທີ 7 ທີ່ເມືອງການ​ດາ​ຮາ, ນາງເມີ​ໄວ​ສ໌ ອາ​ຕາ​ລ (Mirwais Atal) ທີ່ຖືກຈັບໃນວັນ ເສົາຜ່ານ​ມາໃນກໍລະນີທີ່ບໍ່ກ່ຽວຂ້ອງກັນ ໄດ້ຖືກປ່ອຍຕົວໃນ ວັນຈັນວານນີ້, ອີງ​ຕາມທ່ານມາ​ຣູ (Majrooh) ທີ່ກ່າວ ຕໍ່ວີໂອເອ.

ທ່ານມາ​ຣູກ່າວ​ວ່າ ນາງ​ອາ​ຕາ​ລ ທີ່​ເປັນ​ນັກ​ສົ່ງ​ເສີມ​ແມ່​ຍິງ​ໃນແບບ​ສະ​ເພາ​ະ​ຕົວຂອງ​ນາງ​ເອງ ຖືກ​ກ່າວ​ຫາ​ວ່າ​ໃຊ້​ສື່​ສັງ​ຄົມ​ເພື່ອ​ປະນາມ​ນະ​ໂຍ​ບາຍ​ຂອງ​ກຸ່ມ​ຕາ​ລີ​ບານ​ກ່ຽວ​ກັບເດັກ​ຍິງ ແລະ​ແມ່​ຍິງ.

ພາບນີ້​ຖ່າຍ​ໃນ​ວັນ​ທີ 12 ຕຸ​ລາ, 2021, ນັກ​ຂ່າວ Ebrahim Parhar ອ່ານ​ຂ່າວ​ອອກ​ອາ​ກາດ​ທາງວິ​ທະ​ຍຸ ຢູ່​ສະ​ຖາ​ນີ Urooj ໃນ​ແຂວງ Farah.
ພາບນີ້​ຖ່າຍ​ໃນ​ວັນ​ທີ 12 ຕຸ​ລາ, 2021, ນັກ​ຂ່າວ Ebrahim Parhar ອ່ານ​ຂ່າວ​ອອກ​ອາ​ກາດ​ທາງວິ​ທະ​ຍຸ ຢູ່​ສະ​ຖາ​ນີ Urooj ໃນ​ແຂວງ Farah.

ການກັກຂັງດັ່ງ​ກ່າວໄດ້ສັ່ນສະເທືອນປະ​ຊາ​ຄົມສື່ມວນຊົນທີ່ໃກ້ຄຽງ​ກັນ​ສຸດ​ກັບ​ການ​ດາ​ຮາ ບ່ອນທີ່ສະຖານີ ວິທະຍຸຈໍານວນບໍ່​ເທົ່​າໃດ​ແຫ່ງທີ່ຍັງອອກອາກາດ ຢູ່ຫຼັງຈາກການກັບຄືນສູ່ອໍານາດຂອງກຸ່ມຕາລີບານໃນ ເດືອນສິງຫາທີ່ຜ່ານມາ ໄດ້​ຮັບ​ອະ​ນຸ​ຍາດໃຫ້​ເປີດ​ດົນ​ຕີ​ເຖິງແມ່ນວ່າ ຈະມີການຫ້າມລາຍການບັນເທີງ ຢູ່ບ່ອນອື່ນໃນປະເທດກໍ​ຕາມ.

ທ່ານມາ​ຣູກ່າວ​ວ່າ “ຍັງ​ບໍ່​ມີ​ອົງ​ການ​ຂ່າວ​ໃດ​ຖືກ​ປິດ​ລົງເທື່ອ, ແຕ່​ບາງ​ຄົນ​ເວົ້າ​ວ່າ​ເຂົາ​ເຈົ້າ​ອາດ​ຈະ​ຕ້ອງ​ປິດ​ສະ​ຖາ​ນີ​ຂອງ​ເຂົາ​ເຈົ້າ (ຊຶ່ງເປັນ​ຜົນ​ມາ​ຈາກ​ການ​ກັກ​ຂັງດັ່ງ​ກ່າວ).”

ເຈົ້າ​ໜ້າ​ທີ່​ສືບ​ລັບ​ຂອງ​ກຸ່ມ​ຕາ​ລີ​ບານ​ໄດ້​ພົບ​ປະ​ກັບ​ຜູ້​ຈັດ​ການ​ສະ​ຖາ​ນີ​ວິ​ທະ​ຍຸ​ໃນ​ວັນ​ອາ​ທິດ​ຜ່ານ​ມາເພື່ອ​ເຕືອນ​ເຂົາ​ເຈົ້າ​ກ່ຽວ​ກັບ​ການ​ຫ້າມຄັ້ງ​ໃໝ່ບໍ່​ໃຫ້ເປີດ​ດົນ​ຕີ​ ແລະ​ ເມື່ອ​ຫລາຍ​ສະ​ຖາ​ນີ​ຄັດ​ຕໍ່​ຄຳ​ສັ່ງ​ໃນ​ວັນ​ຈັນ​ວານ​ນີ້, ​ເຈົ້າ​ໜ້າ​ທີ່​ຕາ​ລີ​ບານ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ເຂດຄຸ້ມຂອງ​ເຂົາ​ເຈົ້າ, ອີງ​ຕາມ​ພວກນັກ​ຂ່າວ​ທ້ອງ​ຖິ່ນ.

"ເລີ່ມຕັ້ງແຕ່ມື້ນີ້ໄປ, ຈະບໍ່ມີດົນຕີອີກ​ແລ້ວ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ມາ​ຣູ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG