ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລີບານ ກ່າວວ່າ ການເຈລະຈາ ຂັ້ນຕົ້ນ ກັບ ສຫລ ປະສົບ ຜົນສຳເລັດ


ຫ້ອງການ ຂອງກຸ່ມຕາລີບານ ທີ່ໂດຮ້າ ປະເທດກາຕ້າ.
ຫ້ອງການ ຂອງກຸ່ມຕາລີບານ ທີ່ໂດຮ້າ ປະເທດກາຕ້າ.

ກຸ່ມຕາລີບານ ໃຫ້ການຢືນຢັນວ່າ ຕົນໄດ້ເປີດການເຈລະຈາໂດຍກົງ ກັບສະຫະລັດ ທີ່
ປະເທດກາຕ້າໃນອາທິດນີ້ ເພື່ອຊອກຫາຊ່ອງທາງຍຸຕິສົງຄາມທີ່ດຳເນີນມາເປັນເວລາ
17 ປີ ໃນອັຟການິສຖານ.

ເຈົ້າໜ້າທີ່ອະວຸໂສຂອງກຸ່ມຕາລີບານຄົນນຶ່ງ ກ່າວຕໍ່ວີໂອເອ ໃນວັນສຸກວານນີ້ວ່າ ທ່ານ
ອາລິສ ແວລສ໌ ຮອງລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດຮັບ
ຜິດຊອບ ກ່ຽວກັບເຂດເອເຊຍໃຕ້ ແລະເອເຊຍກາງ ເປັນຜູ້ນຳພາ ຄະນະເຈລະຈາ ສະ
ຫະລັດ ໃນການປະຊຸມທີ່ນະຄອນໂດຮາ.

ເຈົ້າໜ້າທີ່ຂອງພວກກະບົດ ທີ່ຂໍສະຫງວນຊື່ ໃຫ້ການອະທິບາຍກ່ຽວກັບການເຈລະຈາ
ໃນຂັ້ນ ຕົ້ນນີ້ວ່າ ສ່ວນໃຫຍ່ແລ້ວ ແມ່ນໄດ້ເພັ່ງເລັງ ໃສ່ “ການວາງພື້ນຖານສຳລັບການ
ຕິດຕໍ່ ແລະການພົບປະໃນອະນາຄົດ” ລະຫວ່າງກຸ່ມຕາລີບານແລະສະຫະລັດ.

ເຈົ້າໜ້າທີ່ຂອງກຸ່ມຕາລີບານກ່າວວ່າ “ບັນຍາກາດໂດຍທົ່ວໄປຂອງການປະຊຸມແມ່ນດີ
ຫຼາຍແລະການຫາລື ກໍໄດ້ຮັບຜົນເປັນຢ່າງດີ” ແຕ່ກໍບໍ່ໄດ້ໃຫ້ລາຍລະອຽດຫຍັງຫຼາຍໄປ
ກວ່ານີ້.

ລາຍງານກ່ຽວກັບການພົບທີ່ສຳຄັນໃນວັນຈັນທີ່ຜ່ານມາ ຢູ່ທີ່ນະຄອນຫຼວງກາຕ້າໄດ້ມີ
ການພິມເຜີຍແຜ່ ໂດຍໜັງສືພິມອາເມຣິກັນ ໃນຕົ້ນອາທິດນີ້ ແຕ່ບໍ່ມີ ເຈົ້າໜ້າທີ່ສະຫະ
ລັດ ຫຼືກຸ່ມຕາລີບານ ໃຫ້ຄວາມເຫັນກ່ຽວກັບເລື້ອງດັ່ງກ່າວ ມາຈົນຮອດເວລານີ້.

ກະຊວງການຕ່າງປະເທດສະຫະລັດ ບໍ່ຍອມໃຫ້ຄວາມເຫັນໃດໆ ຕໍ່ລາຍງານການພົບ
ປະກັບພວກກະບົດໃນອັຟການິສຖານ.

ເມື່ອມີການຂໍຄວາມເຫັນ ກ່ຽວກັບລາຍງານຂ່າວ ໃນການເຈລະຈາ ກັບກຸ່ມຕາລີບານ
ເຈົ້າໜ້າທີ່ກະຊວງການຕ່າງປະເທດສະຫະລັດ ກ່າວຕອບວ່າ “ສະຫະລັດແມ່ນຊອກ
ຫາທຸກຊ່ອງທາງ ເພື່ອສ້າງຄວາມກ້າວໜ້າ ໃຫ້ແກ່ຂັ້ນຕອນສັນຕິພາບໂດຍມີການປຶກ
ສາຫາລືຢ່າງໃກ້ຊິດກັບລັດຖະບານອັຟການິສຖານ.”

ເຈົ້າໜ້າທີ່ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ລັດຖະບານອັຟການິສຖານຈະມີສ່ວນ
ພົວພັນຢ່າງເຕັມທີ່ ໃນຄວາມພະຍາຍາມ ເພື່ອລິເລີ້ມການເຈລະຈາສັນຕິພາບ.

ເຈົ້າໜ້າທີ່ກະຊວງການຕ່າງປະເທດກ່າວວ່າ “ການເຈລະຈາໃດໆກໍຕາມກ່ຽວກັບອະ
ນາຄົດ ທາງການເມືອງຂອງອັຟການິສຖານຈະແມ່ນລະຫວ່າງກຸ່ມຕາລີບານແລະລັດ ຖະບານອັຟການິສຖານ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG