ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຸ່ມຕາລີບານ ກ່າວປະນາມ ງານສະແດງແຟຊັນ ເຄື່ອງນຸ່ງແບບປະເທດຕາເວັນຕົກ


ນາງແບບຜູ້ນຶ່ງ ກຳລັງຍ່າງສະແດງເຄື່ອງນຸ່ງ ຂອງນັກອອກແບບ ໃນງານສະແດງແຟຊັນ ຢູ່ທີ່ໂຮງແຮມ ເຊີຣີນາ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 14 ກຸມພາ 2020.
ນາງແບບຜູ້ນຶ່ງ ກຳລັງຍ່າງສະແດງເຄື່ອງນຸ່ງ ຂອງນັກອອກແບບ ໃນງານສະແດງແຟຊັນ ຢູ່ທີ່ໂຮງແຮມ ເຊີຣີນາ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 14 ກຸມພາ 2020.

ກຸ່ມຫົວຮຸນແຮງຕາລີບານໃນອັຟການິສຖານ ໄດ້ສະແດງປະຕິກິລິຍາແບບຄຽດແຄ້ນ ຕໍ່ງານສະແດງແຟຊັນ ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ໃນນະຄອນຫຼວງກາບູລ ບ່ອນທີ່ພວກຊາວໜຸ່ມແມ່ຍິງແລະຊາຍ ຊຶ່ງສ່ວນຫຼາຍແຕ່ງກາຍດ້ວຍເຄື່ອງນຸ່ງຂອງປະເທດຕາເວັນຕົກ ເຂົ້າຮ່ວມໃນການຍ່າງໂຊຢູ່ເທິງເວທີ.

ໃນບົດວິຈານທີ່ພິມເຜີຍແຜ່ລົງໃນເວັບໄຊທີ່ເປັນທາງການຂອງຕົນ ກຸ່ມກະບົດ
ອິສລາມດັ່ງກ່າວ ໄດ້ປະນາມງານສະແດງແຟຊັນເມື່ອອາທິດແລ້ວນີ້ວ່າ ເປັນການສາທິດ “ວັດທະນະທຳຂອງຕາເວັນຕົກທີ່ລາມົກ” ທີ່ “ຢຽບຢ້ຳທຸກສາສະ
ໜາ ແລະສິນທຳ ຂອງຊາວອັຟການິສຖານ.”

ງານສະແດງແຟຊັນທັງຫຼາຍ ແມ່ນເລື້ອງແປກຢູ່ໃນປະເທດທີ່ຖືກທຳລາຍໂດຍສົງຄາມ ແຕ່ງານສະແດງທັງຫຼາຍນັ້ນ ມີນາຍແບບແລະນາງແບບຢູ່ສະເໝີ ທີ່ແຕ່ງກາຍດ້ວຍຊຸດພື້ນເມືອງຂອງອັຟການິສຖານ. ຖະແຫລງການຂອງກຸ່ມຕາລີບານ ໄດ້ປະຕິຍານວ່າ ຈະປ້ອງກັນທຸກສາສະໜາ ແລະວັດທະນະທຳທີ່ດີງາມຂອງຊາດ.

ຖະແຫລງການເຕືອນວ່າ “ຄວາມປາດຖະໜາຂອງພວກທີ່ນຳສະເໜີແລະພວກຜູ້ຊົມຂອງງານສະແດງນາຍແບບ ແລະນາງແບບຈະຖືກທຳລາຍ ຕາມຄວາມປະ ສົງຂອງພະເຈົ້າ.”

ພວກຜູ້ຈັດງານສະແດງແບບສ່ວນຕົວໃນວັນເສົາຜ່ານມາ ໄດ້ກ່າວວ່າ ມັນໄດ້ຖືກຈັດແຈງເພື່ອເລືອກເອົາ “ນາຍແບບ ແລະນາງແບບ ຂອງອັຟການິສຖານ ປີ 2020” ຈາກກຸ່ມຜູ້ເຂົ້າຮ່ວມ ຈໍານວນ 60 ຄົນ.

“ພວກວຊາວໜຸ່ມຄວນຖືກຝຶກຫັດ ແລະຖືກແນະນໍາຕໍ່ໂລກຂອງນາງແບບແລະນາຍແບບ ພ້ອມກັນນັ້ນ ຕໍ່ອຸດສາຫະກຳດ້ານໂທລະພາບ ແລະຮູບເງົາ ໃນອັຟການິສຖານ” ນັ້ນແມ່ນຄຳເວົ້າຂອງທ່ານ ອາຟຣາຊີອາບ ອາຣາບຊາດາ ຜູ້ຈັດງານສະແດງ ທີ່ໄດ້ກ່າວຕໍ່ຊ່ອງໂທລະພາບ TOLO ຂອງທ້ອງຖິ່ນ.

ກຸ່ມຕາລີບານ ໄດ້ນຳສະເໜີລະບົບການປົກຄອງແບບອິສລາມທີ່ເຄັ່ງຂັດໃນປະ ເທດ ໃນລະຫວ່າງການປົກຄອງຂອງຕົນມາໄດ້ 5 ປີ ແຕ່ 1996 ຫາ 2001. ກຸ່ມນີ້ ໄດ້ຫ້າມບໍ່ໃຫ້ມີເພງແລະຫ້າມບໍ່ໃຫ້ເດັກຍິງໄດ້ຮັບການສຶກສາ ແລະບໍ່ໃຫ້ພວກແມ່ຍິງ ເຮັດວຽກຢູ່ນອກບ້ານ.

ເລື້ອງນອງນັນກ່ຽວກັບງານສະແດງແຟຊັນ ເກີດຂຶ້ນມາໃນຂະນະທີ່ກຸ່ມຕາລີບານ ແລະບັນດາຜູ້ຕາງໜ້າຂອງລັດຖະບານອັຟການິສຖານ ແມ່ນມີກຳນົດຈະເລີ້ມການເຈລະຈາສັນຕິພາບຄືນໃໝ່ ຢູ່ທີ່ກາຕ້າ ໃນວັນທີ 5 ມັງກອນ ຫຼັງຈາກທີ່ການຢຸດພັກເປັນເວລາສາມອາທິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG