ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມ ຕາລີບານ ປະຕິເສດວ່າ ບໍ່ໄດ້ເຂົ້າຮ່ວມ ເຈລະຈາສັນຕິພາບ ໃນປະເທດ ເທີກີ


ພາບຂອງຫ້ອງການດ້ານການເມືອງ ອັຟການິສຖານຂອງກຸ່ມ ຕາລີບານ ໃນນະຄອນຫຼວງ ໂດຮາ, ປະເທດ ກາຕ້າ. 18 ມິຖຸນາ, 2013.
ພາບຂອງຫ້ອງການດ້ານການເມືອງ ອັຟການິສຖານຂອງກຸ່ມ ຕາລີບານ ໃນນະຄອນຫຼວງ ໂດຮາ, ປະເທດ ກາຕ້າ. 18 ມິຖຸນາ, 2013.

ມີລາຍງານວ່າ ນັກເຈລະຈາລັດຖະບານ ອັຟການິສຖານ ກັບ ພວກເຈົ້າໜ້າທີ່ ກຸ່ມ
ຕາລີບານ ໄດ້ເປີດ “ການເຈລະຈາຢ່າງບໍ່ເປັນທາງການ ໃນປະເທດ ເທີກີ ເພື່ອປຶກສາ
ຫາລື “ກົນໄກຕ່າງໆ” ທີ່ອາດຈະເປັນຊ່ອງທາງ ສຳລັບການລິເລີ່ມການເຈລະຈາສັນຕິ
ພາບແບບເປັນທາງການ.

ຜູ້ເຂົ້າຮ່ວມ ໃນກອງປະຊຸມດັ່ງກ່າວ ໄດ້ບອກສື່ມວນຊົນ ອັຟການິສຖານ ວ່າ ການເຈ
ລະຈາທັງຫຼາຍ ແມ່ນໄດ້ຖືກຈັດຂຶ້ນດ້ວຍການຮ່ວມມືກັບລັດຖະບານ ເທີກີ.

ພວກເຈົ້າໜ້າທີ່ ຈາກຫ້ອງການກຸ່ມຕາລີບານ ທີ່ມີຫ້ອງການຕັ້ງຢູ່ປະເທດ ກາຕ້າ ແລະ
ກ່າວກັນວ່າ ກຸ່ມກະບົດອື່ນໆ ກໍແມ່ນລວມຢູ່ໃນພວກຜູ້ເຂົ້າຮ່ວມນັ້ນດ້ວຍ. ລັດຖະບານ
ອັຟການິສຖານ ບໍ່ໄດ້ມີຄຳເຫັນຫຽັງ ກ່ຽວກັບ ການປຶກສາຫາລືນັ້ນ.

ແຕ່ໂຄສົກຂອງກຸ່ມ ຕາລີບານ, ທ້າວ ຊາບີຮຸລລາ ມູຈາຮິດ "Zabihullah Mujahid"
ໄດ້ປະຕິເສດ ລາຍງານ ກ່ຽວກັບ ການເຂົ້າຮ່ວມ ໃນການເຈລະຈາຂອງກຸ່ມນັ້ນທີ່ປະ
ເທດ ເທີກີ.

ກອງປະຊຸມໃນປະເທດ ເທີກີ ທີ່ຖືກລາຍງານນັ້ນ ໄດ້ມີຂຶ້ນໃນຂະນະທີ່ຄະນະຜູ້ແທນ
ສະພາຄວາມໝັ້ນຄົງອົງການ ສະຫະປະຊາຊາດ ຈັດ ການເຈລະຈາກັບບັນດາຜູ້ນຳ
ອັຟການິສຖານ ໃນນະຄອນຫຼວງ ກາບູລ ກ່ຽວກັບ ຄວາມປອດໄພ ແລະ ບັນຫາການ
ເມືອງຕ່າງໆໃນປະເທດທີ່ຖືກທຳລາຍໂດຍສົງຄາມນັ້ນ. ບັນດາເຈົ້າໜ້າທີ່ລັດຖະບານ
ແລະ ຄະນະຜູ້ແທນອົງການສະຫະປະຊາຊາດ ທີ່ເດີນທາງຢ້ຽມຢາມ ໄດ້ພາກັນປິດ
ປາກມິດງຽບ ກ່ຽວກັບ ກອງປະຊຸມທີ່ກຳລັງດຳເນີນໄປຢູ່.

ບັນດາເຈົ້າໜ້າທີ່ໄດ້ຮັກສາຄວາມປອດໄພຢ່າງເຄັ່ງຄັດ ໃນນະຄອນ ຫຼວງຂອງ ອັຟກາ
ນິສຖານ ທີ່ຖືກໂຈມຕີ ແລະ ໄດ້ປ່ຽນການສັນຈອນໃນຖະໜົນທີ່ສຳຄັນຕ່າງໆ ເພື່ອປ້ອງ
ກັນການເຄື່ອນໄຫວຂອງຄະນະຜູ້ແທນທີ່ມີສະມາຊິກ 15 ທ່ານນັ້ນ.

ການຢ້ຽມຢາມໄດ້ມີຂຶ້ນໃນຂະນະທີ່ຄວາມປອດໄພຢູ່ອ້ອມປະເທດ ອັຟການິສຖານ ໄດ້
ຊຸດໂຊມລົງ, ພ້ອມດ້ວຍກອງກຳລັງລັດຖະບານ ແລະ ພວກກະບົດ ຕາລີບານ ເຂົ້າ
ຮ່ວມໃນການຕໍ່ສູ້ໃນສະໜາມຮົບ ແລະ ການໂຈມຕີແບບກອງໂຈນທັງຫຼາຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG