ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຕາ​ລີ​ບານ ກ່າວ​ປ້ອງ​ກັນ ການຫ້າມ​​ແມ່​ຍິງ ເຮັດ​ວຽກ​ໃຫ້​ສະ​ຫະ​ປະ​ຊາ​ຊາດ ແມ່ນ 'ບັນ​ຫາ​ພາຍ​ໃນ'


ແຟ້​ມ - ຊາ​ບີ​ຮູ​ລ​ລາ ມູ​ຈາ​ຮີດ ໂຄ​ສົກ​ຂອງ​ລັດ​ຖະ​ບານ​ຕາ​ລີ​ບານ ພວມ​ກ່າວ​ໃນ​ລະ​ຫວ່າງກ​ອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ກາບ​ູ​ລ ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ວັນ​ທີ 30 ມິ​ຖຸ​ນາ 2022.
ແຟ້​ມ - ຊາ​ບີ​ຮູ​ລ​ລາ ມູ​ຈາ​ຮີດ ໂຄ​ສົກ​ຂອງ​ລັດ​ຖະ​ບານ​ຕາ​ລີ​ບານ ພວມ​ກ່າວ​ໃນ​ລະ​ຫວ່າງກ​ອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ກາບ​ູ​ລ ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ວັນ​ທີ 30 ມິ​ຖຸ​ນາ 2022.

ກຸ່ມ​ຕາ​ລີ​ບານ​ ໃນ​ວັນ​ພຸດ​ວານນີ້ ກ່າວ​ວ່າ ການ​ຕັດ​ສິນ​ໃຈ​ຂອງ​ພວກ​ເຂົາ ​ທີ່​ຈະ​ຫ້າມ​ບໍ່​ໃຫ້​ແມ່​ຍິງ​ໃນ​ທ້ອງ​ຖິ່ນ ໄປ​ເຮັດ​ວຽກ​ໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນອັ​ຟ​ກາ​ນິ​ສ​ຖານນັ້ນ ແມ່ນ​ກິດ​ຈະ​ການ​ພາຍ​ໃນທີ່​ທຸກ​ໆ​ຝ່າຍ​ຄວນ​ໃຫ້​ການ​ເຄົາ​ລົບ.

ພວກ​ເຈົ້າ​ໜ້າ​ທີ່​ຂອງ​ກຸ່ມ​ສາ​ສະ​ໜາ​ອິ​ສ​ລາມ​ທີ່​ເຄັ່ງ​ຄັດ ໄດ້​ອອກ​ຄຳ​ຕອບ​ຢ່າງ​ເປັນ​ທາງ​ການ​ຂອງ​ພວກ​ເຂົາ ນຶ່ງ​ອາ​ທິດ​ ຫຼັງ​ຈາກ​ໄດ້​ມີ​ການ​ຫ້າມ ​ບໍ່​ໃຫ້​ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ​ໄປເຮັດ​ໃຫ້​ອົງ​ກ​ານ​ສະ​ຫະ​ປະ​ຊາ​ຊາດ ​ເລີ້ມ​ມີ​ຜົນ​ບັງ​ຄັບ ຊຶ່ງ​ໝາຍ​ຄວາມ​ວ່າ ມີ​ຂຶ້ນ​ນຶ່ງມື້ ຫຼັງ​ຈາກ​ຫ້ອງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ນະ​ຄອນ​ຫຼວງ​ກາ​ບູ​ລໄດ້​ທຳ​ການ​ປະ​ນາມ​ອີກ​ເທື່ອ​ນຶ່ງຕໍ່​ການ​ຈຳ​ກັດ​ຮັດ​ແຄບ​ແບບ​ຜິດ​ກົດ​ໝາຍແລະ​ເຕືອນ​ວ່າ ຕົນ​ອາດ​ຈະ​ຊຸກ​ຍູ້​ໃຫ້​ສະ​ຫະ​ປະ​ຊາ​ຊາດ ​ຢຸດ​ເຊົາ​ການ​ປະ​ຕິ​ບັດ​ງານ ​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ.

“ເອ​ມີ​ເຣດ​ອິ​ສ​ລາມ ບໍ່​ຕ້ອງ​ການ​ທີ່​ຈະ​ສ້າງ​ອຸບ​ປະ​ສັກ​ໃຫ້​ແກ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ” ຫົວ​ໜ້າ​ໂຄ​ສົກ ​ຂອງ​ກຸ່ມ​ຕາ​ລີ​ບານ ຊາ​ບີ​ຮູ​ລ​ລາ ມູ​ຈາ​ຮີດ ກ່າວ​ຢູ່​ໃນ​ຖະ​ແຫຼງການ ໃນ​ມື້​ວັນ​ພຸດ ໂດຍ​ໃຊ້​ຊື່​ຢ່າງ​ເປັນ​ທາງ​ການ​ຂອງ​ລັດ​ຖະ​ບານ​ທີ່​ມີ​ແຕ່​ຜູ້​ຊາຍ​ເທົ່າ​ນັ້ນ.

ທ່ານ​ກ່າວ​ຕື່ມ​ວ່າ “​ແທນ​ທີ່​ຈະ​ເປັນ​ຈັ່ງ​ຊັ້ນ ຕົນ​ຕ້ອງ​ການ​ຢາກ​ໃຫ້​ເປັນ​ທີ່​ຈະ​ແຈ້ງ ວ່າ ນີ້​ແມ່ນ​ບັນ​ຫາ​ພາຍ​ໃນ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ຊຶ່ງ​ບໍ່​ໄດ້​ສ້າງ​ບັນ​ຫາ​ໃຫ້​ແກ່​ຜູ້​ໃດ ແລະ​ຄວນ​ຈະ​ໄດ້​ຮັບ​ການ​ເຄົາ​ລົບ​ຈາກ​ທຸກ​ໆ​ຝ່າຍ.”

ຮອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ​ອາ​ມີ​ນາ ໂມ​ຮຳ​ເໝັດ ກ່າວ​ຜ່ານ​ທວີດ​ເຕີ້ໃນ​ວັນ​ພຸດ​ວານນີ້ວ່າ "ການຍອມ​ຈຳ​ນົນ​ກ່ຽວ​ກັບ​ເລື້ອງ​ສິດ​ທິ​ຂອງ​ແມ່ຍິງ​ໃນ​ອັ​ຟ​ກາ​ນິ​ສ​ຖານ​ມັນ​ບໍ່​ແມ່ນ​ທາງ​ເລືອກ​ເລີຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG