ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ກຸ່ມຕາລິບານ ປະນາມ ສະຫະປະຊາດ ທີ່ບໍ່ພິຈາລະນາວ່າ ໃຜຈະເປັນຜູ້ຕາງໜ້າ ອັຟການິສຖານ ໃນ​ເວ​ທີ​ໂລກ


ບັນດາສະມາຊິກ​ກຸ່ມຕາລິບານ ຮັບຜິດຊອບ​ດ້ານຄວາມປອດໄພ ລາດຕະເວນຢູ່ໃນນະຄອນກາບູລ ອັຟການິສຖານ ວັນທີ 28 ຕຸລາ, 2021.
ບັນດາສະມາຊິກ​ກຸ່ມຕາລິບານ ຮັບຜິດຊອບ​ດ້ານຄວາມປອດໄພ ລາດຕະເວນຢູ່ໃນນະຄອນກາບູລ ອັຟການິສຖານ ວັນທີ 28 ຕຸລາ, 2021.

​ກຸ່ມຕາລິບານທີ່ປົກຄອງອັຟການິສຖານ ​ຕ້ອງ​ຕິສະຫະປະຊາຊາດໃນວັນພະຫັດວານນີ້ ທີ່​ໄດ້​ເລື່ອນ​ເວ​ລາ​ໃນການຕັດສິນໃຈ​ກ່ຽວ​ກັບວ່າ ໃຜຈະເປັນຜູ້ຕາງໜ້າ​ໃຫ້​ແກ່ປະເທດ ຢູ່ໃນເວທີໂລກ.

ທ່ານຊູເຮລ ຊາຮີນ (Suhail Shaheen) ຜູ້ຖືກແຕ່ງຕັ້ງ ໃຫ້​ເປັນ​ຜູ້ຕາງໜ້າຖາວອນ ຂອງ
ກຸ່ມຕາລິບານ ປະຈຳອົງການສະຫະປະຊາດ ກ່າວຢູ່ໃນຖະແຫຼງການທີ່ໄດ້ນຳອອກເຜີຍ
ແຜ່ ຜ່ານທາງທວິດເຕີວ່າ “ການຕັດສິນໃຈນີ້ ບໍ່ໄດ້ອີງໃສ່ລະ ບຽບກົດໝາຍ ແລະຄວາມ
ຍຸຕິທຳ ເພາະວ່າເຂົາເຈົ້າບໍ່ໄດ້ມອບສິດທິທີ່ຖືກຕ້ອງ ຕາມ​ກົດ​ໝາຍ​ໃຫ້​ແກ່​ປະ​ຊາ​ຊົນຊາວ
ອັຟການິສຖານ.”

ທ່ານຊາຮີນກ່າວວ່າ “ພວກເຮົາຫວັງວ່າ ສິດທິ​ດັ່ງ​ກ່າວໄດ້​ຖືກມອບ​ໃຫ້ຜູ້ຕາງໜ້າຂອງລັດຖະບານຂອງອັຟການິສຖານ ໃນອະນາຄົດອັນໃກ້ນີ້ ເພື່ອວ່າພວກເຮົາ​ຈະ​ຢູ່​ໃນ​ທ່າ​ທີ ທີ່​ສາ​ມາດແກ້ໄຂບັນຫາຂອງປະຊາຊົນອັຟການິສຖານໃຫ້ໄດ້ຜົນ ແລະມີ​ປະ​ສິດ​ທິ​ພາບ ແລະຮັກສາ​ການ​ພົວ​ພັນໃນທາງບວກກັບໂລກ.”

ຄະນະກຳມະການເພື່ອອະນຸມັດສານຕາຕັ້ງຂອງອົງກາສະຫະປະຊາຊາດ ທີ່ໃຫ້ການອະນຸມັດຕໍ່ສະມາຊິກຜູ້ຕາງໜ້າຂອງແຕ່ລະປະເທດ ໄດ້ຈັດກອງປະຊຸມປິດລັບໃນວັນພຸດທີ່ຜ່ານມາ ກ່ຽວກັບການຮ້ອງຂໍໂດຍກຸ່ມຕາລິບານ ແລະພວກທະ ຫານທີ່ປົກຄອງມຽນມາ ເພືື່ອແຕ່ງຕັ້ງບັນດາເອກອັກຄະລັດຖະທູດ ແທນຜູ້ທີ່ໄດ້ຖືກປົດອອກຈາກຕຳແໜ່ງໄປນັ້ນ.

ເອກອັກຄະລັດຖະທູດສະວີເດັນ ທ່ານນາງອັນນາ ຄາຣິນ ອີແນັສຕຣົມ (Anna Karin Enestrom) ທີ່​ເປັນ​ຫົວ​ໜ້າຄະນະກຳມະການ​ ຈາກ​ສະ​ມາ​ຊິກ 9 ປະ​ເທດ ກ່າວຕໍ່ບັນດານັກຂ່າວວ່າ ຫຼັງຈາກການສົນທະນາຂອງກອງປະຊຸມລັບວ່າ “ຄະນະກຳມະການໄດ້ຕົກ​ລົງ​ກັນ​ທີ່ຈະເລື່ອນ​ເວ​ລາ​ການ​ຕັດ​ສິນ ກ່ຽວ​ກັບ​ໜັງ​ສື​ຮັບ​ຮອງ​ໃນ​ສອງ​ສະ​ຖາ​ນະ​ການດັ່ງກ່າວ.”

ການຕັດສິນໃຈໝາຍຄວາມວ່າ ​ກຸ່ມຕາລິບານ ແລະ​ພວກທະຫານມຽນມາ ຈະບໍ່ຖືກອະນຸຍາດໃຫ້ເປັນຜູ້ຕາງໜ້າປະເທດຂອງເຂົາເຈົ້າ ໃນປັດຈຸບັນນີ້ ຢູ່ອົງການສະຫະປະຊາຊາດ.

ກຸ່ມອິສລາມ​ຫົວ​ຮຸນ​ແຮງຕາລິບານໄດ້​ເຂົ້າຍຶດອຳນາດໃນກາງເດືອນສິງຫາ ຈາກ ລັດຖະບານອັຟການິສຖານ​ຊຸດກ່ອນ ທີ່​ໜຸນ​ຫຼັງ​ໂດຍປະເທດຕາເວັນຕົກ ໃນຂະ ນະທີ່ສະຫະລັດ ແລະກຳລັງພັນທະມິດ ໄດ້ຖອນອອກຈາກປະເທດ ຫຼັງຈາກເຮັດ​ສົງ​ຄາມ​ມາ​ໄດ້ສອງທົດສະວັດ.

ສ່ວນ​ພວກທະຫານມຽນມາ ໄດ້ເຂົ້າຢຶດອຳນາດໃນການເຮັດລັດຖະປະຫານໃນເດືອນກຸມພາ​ຜ່ານ​ມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG