ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ ຕາລີບານ ປະກາດການຢຸດຍິງ 3​ ວັນ ສຳລັບວັນພັກ ບຸນ ອີດ


ໂຄສົກຂອງຫ້ອງການດ້ານການເມືອງຂອງກຸ່ມຕາລີບານ ທ້າວ ໂມຮຳມັດ ນາອີມ.
ໂຄສົກຂອງຫ້ອງການດ້ານການເມືອງຂອງກຸ່ມຕາລີບານ ທ້າວ ໂມຮຳມັດ ນາອີມ.

ກຸ່ມຕາລີບານ ໄດ້ປະກາດການຢຸດຍິງທົ່ວປະເທດທີ່ຈະມີຜົນບັງຄັບໃຊ້ເວລາທີ່ບຸນປະຈຳປີ ອີດ-ອາລ-ຟີດເທີ ຂອງຊາວມຸສລິມ ຈະເລີ່ມຂຶ້ນໃນວັນພະຫັດນີ້, ເຊິ່ງເປັນຂີດໝາຍຂອງການສິ້ນສຸດເດືອນຖືສິນອົດ ຣາມາດານ ຂອງສາສະໜາ ອິສລາມ.

ການປະກາດດັ່ງກ່າວໄດ້ມີຂຶ້ນລຸນຫຼັງການໂຈມຕີທີ່ເພີ່ມຂຶ້ນໂດຍກຸ່ມກະບົດອິສລາມດັ່ງກ່າວຕໍ່ກອງກຳລັງລັດຖະບານໃນທົ່ວຫຼາຍແຂວງຂອງ ອັຟການິສຖານ. ກະຊວງພາຍໃນໄດ້ປະກາດໃນວັນຈັນມື້ນີ້ວ່າ ບໍ່ດົນຫຼັງຈາກການປະກາດຢຸດຍິງຂອງກຸ່ມຕາລີບານ ຢ່າງໜ້ອຍ 11 ຄົນໄດ້ເສຍຊີວິດ ເວລາທີ່ລະເບີດໄດ້ແຕກໃສ່ລົດເມຄັນນຶ່ງໃນແຂວງ ຊາບູລ. ການປະກາດຢຸດຍິງທີ່ວ່ານັ້ນໄດ້ມີຂຶ້ນນຶ່ງວັນ ຫຼັງຈາກລະເບີດແຕກຫຼາຍຄັ້ງຢູ່ນອກໂຮງຮຽນເດັກຍິງໃນນະຄອນຫຼວງ ກາບູລ ທີ່ໄດ້ສັງຫານຫຼາຍກວ່າ 60 ຄົນ, ເຊິ່ງສ່ວນຫຼາຍແມ່ນນັກຮຽນ.

ກຸ່ມຕາລີບານໄດ້ກ່າວໃນວັນອາທິດວານນີ້ວ່າ ການນຳຂອງພວກເຂົາໄດ້ແນະນຳໃຫ້ນັກລົບກະບົດຂອງພວກເຂົາທຸກຄົນ “ຢຸດການປະຕິບັດການໂຈມຕີຕໍ່ສັດຕູທັງໝົດ” ໃນທົ່ວປະເທດເພື່ອໃຫ້ຊາວ ອັຟການິສຖານ ສາມາດສະເຫຼີມສະຫຼອງບຸນດັ່ງກ່າວ “ໃນບັນຍາກາດທີ່ສະຫງົບ ແລະ ປອດໄພ.”

ພວກນັກລົບກະບົດທີ່ວ່ານັ້ນ ໄດ້ຖືກແນະນຳໃຫ້ລະເມີດການຢຸດຍິງສຳລັບການປ້ອງກັນຕົວເທົ່ານັ້ນ ແລະ ບໍ່ໄດ້ໃຫ້ໄປຢ້ຽມຢາມເຂດຂອງພວກສັດຕູ ຫຼື ຕ້ອນຮັບກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ໃນລະຫວ່າງການສະເຫຼີມສະຫຼອງບຸນ ອີດ ສາມວັນນັ້ນ.

ກຸ່ມຕາລີບານເຄີຍປະກາດການຢຸດຍິງທົ່ວປະເທດສຳລັບບຸນ ອີດ ມາແລ້ວ ແຕ່ໄດ້ສືບຕໍ່ການຕໍ່ສູ້ໃນທັນທີຫຼັງຈາກການສະເຫຼີມສະຫຼອງ.

ມັນບໍ່ມີປະຕິກິລິຍາຕອບໂຕ້ໃນທັນທີຈາກລັດຖະບານ ອັຟການິສຖານ, ແຕ່ເຂົາເຈົ້າຄາດວ່າຈະຕອບສະໜອງຄືທີ່ເຂົາເຈົ້າໄດ້ເຮັດໃນອະດີດ.

ໃນຖະແຫຼງການທີ່ຖືກປະກາດຕ່າງຫາກກ່ອນໜ້ານັ້ນໃນການເຊື່ອມໂຍງກັບວັນພັກ ອີດ ດັ່ງກ່າວ, ຫົວໜ້າກຸ່ມຕາລີບານ ທ້າວ ມໍລາວີ ຮີບາຕຸລລາ ອາຄຸນຊາດາ ໄດ້ຍົກຍ້ອງການຖອນຕົວຂອງກຳລັງທະຫານ ສະຫະລັດ ແລະ NATO ອອກຈາກ ອັຟການສຖານ ທີ່ກຳລັງດຳເນີນຢູ່.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG