ພວກເຈົ້າໜ້າທີ່ກ່າວໃນວັນສຸກວານນີ້ວ່າ ພວກກະບົດຕາລີບານ ໄດ້ດຳເນີນການໂຈມ
ຕີຂ້າມຄືນຢູ່ ເມືອງຟາຣາ ນະຄອນຫຼວງຂອງແຂວງຟາຣາ ທີ່ຕັ້ງຢູ່ພາກຕາເວັນຕົກຂອງ
ອັຟການິສຖານ.
ຍັງບໍ່ມີຄຳເວົ້າໃນທັນທີທັນໃດເທື່ອ ກ່ຽວກັບການເສຍຊີວິດແລະບາດເຈັບຂອງກຳລັງ
ທະຫານອັຟການິສຖານ ຫຼືຂອງຕາລີບານ.
ໃນວັນພະຫັດທີ່ຜ່ານມາ ທະຫານຂອງປະເທດພັນທະມິດທີ່ນຳພາໂດຍອົງການ
NATO ກ່າວວ່າ ທະຫານອາເມຣິກັນຄົນນຶ່ງ ແລະທະຫານໂຣມາເນຍຄົນນຶ່ງ ເສຍ
ຊີວິດ “ຢູ່ໃນຂະນະທີ່ປະຕິບັດງານ” ຢູ່ໃນນະຄອນກາບູລຂອງອັຟການິສຖານ ຊຶ່ງ
ເຮັດໃຫ້ຈຳນວນທະຫານສະຫະລັດທີ່ເສຍຊີວິດເພີ້ມຂຶ້ນເປັນ 16 ຄົນ ໃນປີນີ້.
ໃນວັນສຸກວານນີ້ ທຳນຽບຫ້າແຈໄດ້ລະບຸຕົວທະຫານສະຫະລັດທີ່ເສຍຊີວິດໄປນັ້ນ
ວ່າແມ່ນຈ່າຕີ ແອລລິສ ບາແຣັດໂຕ ອໍຕິສ ຈາກເພີດໂຕຣິໂກ ແລະກ່າວວ່າ ລາວໄດ້
ເສຍຊີວິດໃນຕອນທີ່ລະເບີດໄດ້ແຕກຂຶ້ນຢູໃກ້ລົດຂອງລາວ.
ກຸ່ມຕາລີບານ ໄດ້ອ້າງເອົາຄວາມຮັບຜິດຊອບຕໍ່ການວາງລະເບີດສະຫຼະຊີບໃສ່ລົດ
ໃນວັນພະຫັດຜ່ານມາ ໃນນະຄອນກາບູລ ທີ່ກຸ່ມດັ່ງກ່າວເວົ້າວ່າໄດ້ສັງຫານທະຫານ
ຕ່າງປະເທດ ແລະທະຫານທ້ອງຖິ່ນ.
ໂຄສົກກະຊວງພາຍໃນອັຟການິສຖານ ທ່ານ ນາສແຣັດ ຣາຮີນີ ໄດ້ຢືນຢັນຢູ່ໃນຖະ
ແຫຼງການສະບັບນຶ່ງໃນວັນພະຫັດຜ່ານມາວ່າ ລະເບີດແຕກໄດ້ສັງຫານຢ່າງໜ້ອຍ
10 ຄົນ ແລະເຮັດໃຫ້ຄົນໄດ້ຮັບບາດເຈັບ 42 ຄົນ. ທ່ານໄດ້ຢືນຢັນວ່າຜູ້ເຄາະຮ້າຍ
ທັງໝົດນັ້ນແມ່ນພົນລະເຮືອນ.
ການວາງລະເບີດໄດ້ເກີດຂຶ້ນຢູ່ໃນເຂດໃຈກາງເມືອງກາບູລ ທີ່ມີກອງບັນຊາການ
ອົງການ NATO, ສະຖານທູດສະຫະລັດ ແລະຫ້ອງການສືບລັບຂອງອັຟການິສຖານ,
ຊຶ່ງແມ່ນຫ້ອງການຫົວໜ້າຮັກສາຄວາມປອດໄພແຫ່ງຊາດ (NDS) ຕັ້ງຢູ່. ລະເບີດໄດ້
ທຳລາຍລົດຫຼາຍຄັນ ແລະຮ້ານຄ້າທີ່ຢູ່ໃກ້ໆນັ້ນຫລາຍແຫ່ງ.