ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໑ ມິຖຸນາ ໒໐໒໓

ກຸ່ມຕາລີບານ ກ່າວອ້າງວ່າ ຕົນຊະນະ ແຕ່ວ່າ ທ່ານມາສຊຸດ ສັນຍາວ່າຈະສູ້ຕໍ່ໄປ


ພວກທະຫານບ້ານທີ່ຈົງຮັກພັກດີຕໍ່ທ່ານ Ahmad Massoud ຊຸກລົດໃນຂະນະທີ່ຝຶກທະຫານຢູ່ແຂວງ Panjshir, ທາງພາກຕາເວັນອອກສຽງເໜືອ ຂອງອັຟການິສຖານ, ວັນທີ 30 ສິງຫາ, 2021

ກຸ່ມຕາລີບານກ່າວວ່າ ເສັ້ນທາງເຊື່ອມຕໍ່ໄປຫາຮ່ອມພູພານເຊຍ (Panjshir) ໄດ້ເປີດໃຫ້ໃຊ້ແລ້ວ, ແລະດຽວນີ້ອາຫານແລະເຄື່ອງໃຊ້ອື່ນໆສາມາດຂົນສົ່ງໄປມາໄດ້ແລ້ວ. ບໍ່ດົນຫລັງຈາກໄດ້ປະກາດວ່າເຂົາເຈົ້າໄດ້ເຂົ້າໄປໃນຮ່ອມພູ ແລະຍຸຕິການຕໍ່ຕ້ານທີ່ມີຕໍ່ການປົກຄອງຂອງເຂົາເຈົ້າ, ກຸ່ມດັ່ງກ່າວກໍເວົ້າວ່າ ການບໍລິການໄຟຟ້າ, ໂທລະສັບມືຖືແລະອິນເຕີແນັດຈະໄດ້ຮັບການຟື້ນຟູໃນໄວໆນີ້.
ໂຄສົກຂອງກຸ່ມຕາລີບານ, ທ່ານຊາບີຮູລລາ ມູຈາຮີດ (Zabihullah Mujahid) ກ່າວໃນກອງປະຊຸມຖະແຫຼງຂ່າວ ໃນນະຄອນຫຼວງກາບູລໃນວັນຈັນວານນີ້ວ່າ “ຂອບໃຈພະເຈົ້າທີ່ພວກເຮົາບໍ່ໄດ້ມີການບາດເຈັບແລະລົ້ມຕາຍຂອງພົນລະເຮືອນໃນການຕໍ່ສູ້ເພື່ອຍຶດເອົາ ແລະເຂົ້າຄວບຄຸມພານເຊຍ (Panjshir).”

ກຸ່ມຕາລີບານໄດ້ເຂົ້າຍຶດເອົາເມືອງເອກຂອງແຂວງ ແລະເຂດຄຸ້ມຢູ່ອາໄສຂອງເຈົ້າແຂວງຢູ່ໃນຮ່ອມພູດັ່ງກ່າວ ແລະໄດ້ເອົາວິດີໂອກ່ຽວກັບນັກລົບຂອງເຂົາເຈົ້າຢູ່ໃນເມືອງເອກນັ້ນອອກໃຫ້ຄົນເບິ່ງ.

ໃນຂະນະດຽວກັນ, ຢູ່ໃນຂໍ້ຄວາມທີ່ເປັນສຽງເວົ້າຢູ່ໃນໜ້າ Facebook ຂອງທ່ານນັ້ນ, ຜູ້ນຳການຕໍ່ຕ້ານ, ທ່ານອາມາດ ມາສຊຸດ (Ahmad Massoud) ກ່າວວ່າ ກຳລັງຂອງທ່ານຍັງຢູ່ໃນເຂດພານເຊຍຢູ່ ແລະຈະສືບຕໍ່ທໍາການຕໍ່ສູ້ກັບກຸ່ມຕາລີບານ.

ກ່ອນໜ້ານັ້ນ ໃນມື້ດຽວກັນ, ບັນຊີທວີດເຕີ (Twitter) ທີ່ສະໜັບສະໜູນການຕໍ່ຕ້ານໄດ້ອ້າງວ່າ ນັກລົບຂອງພວກຕົນໄດ້ຖອຍຄືນໄປຍັງເຂດພູເພື່ອລວບ ລວມກຸ່ມຄືນໃໝ່ ແຕ່ວ່າພວກເຂົາຈະສືບຕໍ່ທໍາການຕໍ່ສູ້.

ຂໍ້ຄວາມໃນທວີດເຕີຂອງເຂົາເຈົ້າ ທີ່ປະກາດອອກໃນຕອນບ່າຍວັນຈັນວານນີ້ຂຽນວ່າ "ໃນຄືນວານນີ້, ພວກເຮົາຕ້ອງໄດ້ທໍາການຕັດສິນໃຈອັນໜັກໜ່ວງໃນການປະເຊີນ​ໜ້າກັບການໂຈມຕີຂອງສັດຕູທີ່ໂກດແຄ້ນ ແລະກະສູນປືນທີ່ບົກບາງລົງໄປ. ຈະຢືນຢັດຢູ່ຈຸດສຸດທ້າຍຢູ່ໃນບາຊາຣັກ (Bazarak) ແລະສ່ຽງຕໍ່ການຖືກກໍາຈັດການນຳພາຂອງພວກເຮົາທັງໝົດເລີຍ, ຫຼືຈະຖອຍໄປຢູ່ໃນພື້ນທີ່ສູງກວ່າເພື່ອສືບຕໍ່ການຕໍ່ຕ້ານ. ພວກເຮົາເລືອກເອົາອັນສຸດທ້າຍ.”

ຂໍ້ຄວາມອີກອັນນຶ່ງທີ່ຖືກປະກາດໃນເວລາດຽວກັນກໍກ່າວວ່າ ບັນດາຜູ້ນຳຂອງເຂົາເຈົ້າປອດໄພ ແລະມີຄວາມຮູ້ສຶກທີ່ດີ.

“ພວກເຮົາຢູ່ໃນພື້ນທີ່ທີ່ພວກເຮົາຮູ້ດີແລະເໝາະສົມສໍາລັບພາກຕໍ່ໄປຂອງການ ຕໍ່ຕ້ານຂອງພວກເຮົາ. ພວກເຮົາຮູ້ຈັກວ່າພວກເຮົາກໍາລັງເຮັດຫຍັງ! ສິ່ງນີ້ໄດ້ຄືສິ່ງທີ່ຄາດຫວັງໄວ້!” ນັ້ນຄືຂໍ້ຄວາມທີ່ຂຽນລົງໃນທວີດເຕີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG