ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລິບານ ສັງຫານ ຕໍາຫຼວດ 3 ຄົນ ຢູ່ອັຟການິສຖານ


ຊາວອັຟການີສຖານກໍາລັງຢ້ຽມສົບຂອງຕໍາຫຼວດສອງຄົນທີ່ຖືກສັງ ຫານໃນເຫດການລະເບີດແຄມທາງ ໃນອັຟການີສພານ
ຊາວອັຟການີສຖານກໍາລັງຢ້ຽມສົບຂອງຕໍາຫຼວດສອງຄົນທີ່ຖືກສັງ ຫານໃນເຫດການລະເບີດແຄມທາງ ໃນອັຟການີສພານ
ກຸ່ມ​ຕາ​ລີບານ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດ​ຊອບ ​ໃນການ​ສັງຫານ
ຕໍາຫຼວດສາມ​ຄົນ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ອັຟກາ​ນີສຖານ​ເມື່ອ​
ວັນ​ອາທິດ​ມື້​ນີ້ ໂຮມ​ທັງຮອງ​ຜູ້ບັນຊາການຕຳຫຼວດ ປະຈຳແຂວງ
ທ່ານ Mohammed Hassain Adil.

ກຸ່ມ​ຫົວ​ຮຸນ​ແຮງ​ເວົ້າ​ວ່າ ລະ​ເບີດ​ແຄມ​ທາງທີ່​ແຂວງ Ghazni ແມ່ນ
ເປັນ​ຂີດໝາຍຂອງ​ການ​ເລີ່​ມຕົ້ນການ​ບຸກ​ໂຈມ​ຕີ​ໃນ​ລະດູ​ບານ​ໃໝ່
​ປະ​ຈໍາປີ.

ບັນດາ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ ​ເວົ້າວ່າ ນອກຈາກ​ຮອງ​ຜູ້ບັນຊາການ
ແລ້ວກໍ​ຍັງມີຕໍາຫຼວດອາລັກຂາ​ຂອງທ່ານສອງ​ຄົນ​ໄດ້​ຖືກ​ສັງຫານ
ແລະ​ອີກ​ສອງ​ຄົນ​ບາດເຈັບ ​ໃນເຫດການ​ໂຈມ​ຕີທີ່​ເມືອງ Zana Khan ນັ້ນ.
XS
SM
MD
LG