ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມຕາລີບານ ອ້າງວ່າ ຕົນເປັນຜູ້ສະເໜີ ໃຫ້ຫລຸດຜ່ອນຄວາມຮຸນແຮງ ຢູ່ໃນຂໍ້ສະເໜີຂອງພວກເຂົາ


ທ້າວໂມຮາມມັດ ນາອີມ ໂຄສົກສຳລັບຫ້ອງການດ້ານການເມືອງຂອງກຸ່ມຕາລີບານ, ກຳລັງກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວຮ່ວມ ຢູ່ໃນນະຄອນຫຼວງມົສກູຂອງຣັດເຊຍ, ວັນທີ 19 ມີນາ 2021. (Alexander Zemlianichenko/Pool via Reuters)
ທ້າວໂມຮາມມັດ ນາອີມ ໂຄສົກສຳລັບຫ້ອງການດ້ານການເມືອງຂອງກຸ່ມຕາລີບານ, ກຳລັງກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວຮ່ວມ ຢູ່ໃນນະຄອນຫຼວງມົສກູຂອງຣັດເຊຍ, ວັນທີ 19 ມີນາ 2021. (Alexander Zemlianichenko/Pool via Reuters)

ກຸ່່ມຕາລີບານກ່າວອ້າງວ່າ ພວກເຂົາເອງ ບໍ່ແມ່ນສະຫະລັດ ທີ່ໄດ້ເລີ້ມນຳສະເໜີໃຫ້ຫລຸດຜ່ອນຄວາມຮຸນແຮງໃນໄລຍະສາມເດືອນ ຫຼືທີ່ເອີ້ນຫຍໍ້ວ່າ RIV ຊຶ່ງກຳລັງລໍຖ້າການພິຈາລະນາ ເພື່ອ “ສ້າງບັນຍາກາດທີ່ເອື້ອອຳນວຍໃຫ້ເກີດຜົນ” ສຳລັບການເຈລະຈາສັນຕິພາບພາຍໃນອັຟການິສຖານ ອີງຕາມເຈົ້າໜ້າທີ່ສອງຄົນຂອງກຸ່ມຕາລີບານທີ່ໄດ້ກ່າວຕໍ່ວີໂອເອໃນວັນເສົາຜ່ານມານີ້.

“ພວກເຮົາໄດ້ນໍາສະເໜີແຜນການອັັນນຶ່ງ ຊຶ່ງທຸກຝ່າຍທີ່ກ່ຽວຂ້ອງຈະຫລຸດ ຜ່ອນຄວາມຮຸນແຮງ. ແຕ່ອັນນີ້ບໍ່ແມ່ນການຢຸດຍິງ” ນັ້ນແມ່ນຄຳເວົ້າຂອງທ້າວໂມຮາມມັດ ນາອີມ ໂຄສົກຂອງກຸ່ມຕາລີບານທີ່ໄດ້ກ່າວໄປ. ຜູ້ກ່ຽວບໍ່ໄດ້ໃຫ້ລາຍລະອຽດໃດໆຕື່ມອີກ.

ເຈົ້າໜ້າທີ່ຕາລີບານອີກຄົນນຶ່ງໄດ້ກ່າວວ່າ ຂໍ້ສະເໜີດັ່ງກ່າວໄດ້ຢູ່ພາຍໃຕ້ການປຶກສາຫາລື ລະຫວ່າງສະຫະລັດ ແລະກຸ່ມຕາລີບານໃນປະເທດກາຕ້າ ຊົ່ວໄລຍະນຶ່ງແລ້ວ.

ເຈົ້າໜ້າທີ່ຕາລີບານຄົນນີ້ຜູ້ປະສົງບໍ່ອອກຊື່ ໄດ້ກ່າວວ່າ “ທັງສອງຝ່າຍ ແມ່ນກະທັງໄດ້ຈັດການປຶກສາຫາລືກັນຕື່ມອີກ ໃນລະຫວ່າງກອງປະຊຸມເມື່ອມໍ່ໆມານີ້ ຢູ່ໃນນະຄອນຫຼວງໂດຮາ ລະຫວ່າງກຸ່ມຕາລີບານ ແລະຜູ້ຕາງໜ້າພິເສດຂອງສະຫະລັດຮັບຜິດຊອບການສ້າງຄວາມປອງດອງຊາດໃນອັຟການິສຖານ ທ່ານຊາລເມ ຄາລີຊາດ.”

ບັນດາເຈົ້າໜ້າທີ່ຕາລີບານ ນອກເໜືອຈາກໂຄສົກທີ່ເປັນທາງການຂອງພວກເຂົາ ແມ່ນບໍ່ອະນຸຍາດໃຫ້ເວົ້າກັບສື່ມວນຊົນ, ສະນັ້ນພວກເຂົາພຽງແບ່ງປັນຂໍ້ມູນໃຫ້ ໃນເງື່ອນໄຂຂອງການປິດບັງຊື່ເທົ່ານັ້ນ.

ແນວຄິດນີ້ ໄດ້ປາກົດອອກມາເທື່ອທຳອິດເມື່ອຕົ້ນເດືອນນີ້ ໃນໜັງສືສະບັບນຶ່ງຈາກ ລັດຖະມົນຕີກະຊວງການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ເຖິງປະທານາທິບໍດີ ອັຟການິສຖານ ທ່ານອາສຣັຟ ການີ. ໜັງສືສະບັບນີ້ ໄດ້ຮົ່ວໄຫລຫາສື່ມວນຊົນ.

ໃນໜັງສືດັ່ງກ່າວ ທ່ານບລິງເກັນ ໄດ້ກ່າວວ່າ “ພວກເຮົາໄດ້ກຽມພ້ອມຂໍ້ສະ ເໜີທີ່ໄດ້ຖືກດັດແກ້ ໃຫ້ຫລຸດຜ່ອນຄວາມຮຸນແຮງພາຍໃນ 90 ວັນ ຊຶ່ງເປັນຈຸດປະສົງ ເພື່ອປ້ອງກັນການບຸກໂຈມຕີໃນລະດູບານໃໝ່ ໂດຍກຸ່ມຕາລີບານ ແລະກົງກັບຄວາມພະຍາຍາມ ດ້ານການທູດຂອງພວກເຮົາ ເພື່ອສະໜັບສະ ໜຸນການຕົກລົງດ້ານການເມືອງລະຫວ່າງທຸກຝ່າຍທີ່ກ່ຽວຂ້ອງ.”

ການບຸກໂຈມຕີໃນລະດູບານໃໝ່ ແມ່ນຊ່ວງເວລາທີ່ກຸ່ມຕາລີບານເລີ້ມຕົ້ນການໂຈມຕີຂອງພວກເຂົາຄືນໃໝ່ ຫຼັງຈາກທີ່ໄດ້ຢຸດໃນລະຫວ່າງລະດູໜາວ ທີ່ຍາກລຳບາກ. ໃນກອງປະຊຸມກ່ຽວກັບອັຟການິສຖານ ທີ່ຣັດເຊຍເປັນເຈົ້າ ພາບຈັດຂຶ້ນໃນນະຄອນຫຼວງມົສກູ ເມື່ອອາທິດແລ້ວນີ້ ສະຫະລັດ ຣັດເຊຍ ຈີນ ແລະປາກິສຖານ ຮ່ວມກັນຮຽກຮ້ອງຕໍ່ກຸ່ມຕາລີບານໃຫ້ຍົກເລີກການບຸກ
ໂຈມຕີໃນລະດູບານໃໝ່ ສຳລັບປີນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG