ເຈົ້າໜ້າທີ່ຕາລີບານໃນອັຟການິສຖານ ກ່າວໃນວັນຈັນວານນີ້ວ່າ ຕົນໄດ້ຈັບກຸມໜ່ວຍປະຕິບັດງານຕ່າງປະເທດຄົນນຶ່ງ ຂອງກຸ່ມຫົວຮຸນແຮງລັດອິສລາມ ທີ່ຖືກກ່າວຫາວ່າ ເປັນຜູ້ພະຍາຍາມລອບສັງຫານ ແຕ່ບໍ່ປະສົບຜົນສຳເລັດ ຫົວໜ້ານັກການທູດປາກິສຖານ ຢູ່ໃນອັຟການິສຖານເມື່ອອາທິດແລ້ວນີ້.
ໂຄສົກຂອງກຸ່ມຕາລີບານ ຊາບີຮູລລາ ມູຈາຮີດ ໄດ້ກ່າວອ້າງຢູ່ໃນຖະແຫຼງການໂດຍອ້າງການສືບສວນໃນຂັ້ນຕົ້ນວ່າ ການບຸກໂຈມຕີຂອງມືປືນໃນມື້ວັນສຸກຜ່ານມາ ຕໍ່ອຸບປະທູດປາກິສຖານ ທ່ານອູເບດ-ເອີ-ເຣມານ ນາຊາມານີ ຢູ່ທີ່ນະຄອນຫຼວງກາບູລ ໄດ້ມີການວາງແຜນໂດຍມີຈຸດປະສົງເພື່ອໃຫ້ເກີດຄວາມແຕກແຍກກັບອິສລາມາບັດ.
ກຸ່ມລັດອິສລາມໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີດັ່ງກ່າວ ໂດຍກ່າວຢູ່ໃນຖະແຫຼງການວ່າ ມືປືນ 2 ຄົນຈາກກຸ່ມເຄືອຂ່າຍຂອງຕົນຢູ່ໃນຂົງເຂດ ຄືກຸ່ມອິສລາມໃນແຂວງໂຄຣາຊານ ຫຼືທີ່ເອີ້ນຫຍໍ້ວ່າ ISIS-K ເປັນຜູ້ດຳເນີນການ.
ທ່ານຊາບີຮູລລາ ໄດ້ຂຽນລົງໃນທວີດເຕີ້ວ່າ ຜູ້ທີ່ຖືກຈັບ “ແມ່ນເປັນຄົນສັນຊາດຕ່າງປະເທດ ແລະເປັນສະມາຊິກຂອງກຸ່ມ ດາ-ແອັສ” ຊຶ່ງເປັນຊື່ທີ່ໃຊ້ຢູ່ໃນທ້ອງຖິ່ນສຳລັບກຸ່ມ ISIS-K ແຕ່ກໍບໍ່ໄດ້ເວົ້າວ່າຜູ້ຕ້ອງສົງໄສມາຈາກປະເທດໃດ. ໂຄສົກກ່າວຢ້ຳວ່າ ການໂຈມຕີດັ່ງກ່າວແມ່ນໄດ້ມີການວາງແຜນຮ່ວມ ລະຫວ່າງກຸ່ມ ISIS-K ແລະກຳລັງຕໍ່ຕ້ານຕາລີບານ.
ເຈົ້າໜ້າທີ່ປາກິສຖານ ກ່າວວ່າ ທ່ານນີຊາມານີແມ່ນພວມອອກໄປຍ່າງ ຕາມປົກກະຕິຢູ່ໃນບໍລິເວນສະຖານທູດ ເວລາມືປືນລະດົມຍິງເຂົ້າໃສ່ທ່ານຈາກຕຶກທີ່ຢູ່ໃກ້ຄຽງ. ທ່ານສາມາດຫຼົບໜີໂດຍບໍ່ໄດ້ຮັບບາດເຈັບ ແຕ່ຍາມຮັກສາຄວາມສະຫງົບປາກິສໄດ້ຖືກລູກປືນຢູ່ໜ້າເອິກ ແລະຂາທັງສອງຂອງລາວ.
ທ່ານມູຈາຮີດກ່າວວ່າ “ກຸ່ມຊາວຕ່າງປະເທດແມ່ນຜູ້ຢູ່ເບື້ອງຫຼັງການໂຈມຕີແລະມີຄວາມຕັ້ງໃຈທີ່ຈະສ້າງຄວາມແຕກແຍກ ລະຫວ່າງປະເທດອ້າຍນ້ອງທັງສອງ. ທ່ານກ່າວຕື່ມວ່າ ການສືບສວນກ່ຽວກັບການຍິງໂຈມຕີ ພວມດຳເນີນຢູ່ແລະສັນຍາວ່າຈະແບ່ງປັນຂໍ້ມູນກ່ຽວກັບລາຍລະອຽດໃຫ້ຊາບຕື່ມໃນອະນາຄົດ.
ກຸ່ມ ISIS-K ໄດ້ເພີ້ມການວາງລະເບີດລະດັບສູງ ແລະການໂຈມຕີກໍ່ການຮ້າຍອື່ນໆອີກ ຢູ່ໃນອັຟການິສຖານນັບແຕ່ກຸ່ມຕາລີບານໄດ້ເຂົ້າຢຶດອຳນາດໃນປີກາຍ ນີ້. ຄວາມຮຸນແຮງໄດ້ສັງຫານຫົວໜ້ານັກສອນສາສະໜາຕາລີບານ ແລະສະມາຊິກຫຼາຍຮ້ອຍຄົນຂອງປະຊາຄົມກຸ່ມນ້ອຍຊາວຊີໄອທ໌. ນອກນັ້ນ ກຸ່ມກໍ່ການຮ້າຍ ດັ່ງກ່າວຍັງໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີສະຫຼະຊີບເມື່ອເດືອນກັນຍາຜ່ານມາ ໃກ້ໆສະຖານທູດຣັດເຊຍໃນນະຄອນຫຼວງກາບູລ ທີ່ໄດ້ສັງຫານພະນັກງານຊາວຣັດເຊຍ 2 ຄົນ ແລະຊາວອັຟການິສຖານ 4 ຄົນ.