ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຸ່ມຕາລີບານ ກ່າວອ້າງວ່າ ບໍ່ມີກຸ່ມອາລກາອີດາ ຫຼື ກຸ່ມລັດອິສລາມ ໃນອັຟການິສຖານ


ໂຄສົກຂອງກຸ່ມຕາລີບານ ທ້າວຊາບີຮູລລາ ມູຈາຮີດ (ກາງ ກ່າວຕໍ່ສື່ມວນຊົນ ທີ່ສະໜາມບິນກາບູລ ເມື່ອວັນທີ 31 ສິງຫາ 2021.
ໂຄສົກຂອງກຸ່ມຕາລີບານ ທ້າວຊາບີຮູລລາ ມູຈາຮີດ (ກາງ ກ່າວຕໍ່ສື່ມວນຊົນ ທີ່ສະໜາມບິນກາບູລ ເມື່ອວັນທີ 31 ສິງຫາ 2021.

ກຸ່ມຕາລີບານໃນອັຟການິສຖານ ໄດ້ປະຕິເສດວ່າ “ເປັນການໂຄສະນາຊວນເຊື່ອ ທີ່ບໍ່ມີມູນຄວາມຈິງ” ກ່ຽວກັບຄວາມເປັນຫ່ວງຂອງອາເມຣິກັນທີ່ວ່າ ກຸ່ມອາລກາອີດາ ຫຼືເຄືອຂ່າຍຂອງກຸ່ມກໍ່ການຮ້າຍລັດອິສລາມຈາກພາກຕາເວັນອອກກາງ ມີຖານປະຕິບັດງານຢູ່ໃນປະເທດເອເຊຍໃຕ້ດັ່ງກ່າວ.

ທ້າວຊາບີຮູລລາ ມູຈາຮີດ ໂຄສົກຂອງກຸ່ມຕາລີບານ ໄດ້ກ່າວຢືນຢັນ ໃນກອງປະຊຸມຖະແຫຼງຂ່າວທີ່ນະຄອນຫຼວງກາບູລ ບໍ່ເທົ່າໃດມື້ ຫຼັງຈາກເຄືອຂ່າຍຂອງກຸ່ມລັດອິສລາມ ປະຈຳຂົງເຂດ ທີ່ເອີ້ນຕົນເອງວ່າ ISIS-K ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການວາງລະເບີດໂຈມຕີຮ້າຍແຮງຫຼາຍໆຄັ້ງ ໃນທ້າຍອາທິດທີ່ຜ່ານມາ ໂດຍແນເປົ້າໝາຍໃສ່ພວກນັກລົບຕາລີບານໃນແຂວງນານກາຮາທາງພາກຕາເວັນອອກຂອງປະເທດ.

ການໃຫ້ຄວາມເຫັນຂອງທ້າວມູຈາຮີດຍັງມີຂຶ້ນຫຼັງຈາກການເຕືອນຂອງພວກເຈົ້າໜ້າທີ່ສືບລັບສະຫະລັດທີ່ວ່າ ໜ່ວຍປະຕິບັດງານຂອງກຸ່ມຕາລີບານແລະກຸ່ມລັດ ອິສລາມ ພວມເດີນທາງກັບຄືນໄປອັຟການິສຖານ ຍ້ອນພວກເຂົາ ມີຄວາມກ້າ ຫານຫຼາຍຂຶ້ນຈາກການເຂົ້າຢຶດອຳນາດ ຢູ່ໃນປະເທດ ທີ່ມີບັນຫາຂັດແຍ້ງດັ່ງກ່າວ ຂອງກຸ່ມຕາລີບານ ເມື່ອຫ້າອາທິດກ່ອນ.

ທະຫານຄົນນຶ່ງຂອງກຸ່ມຕາລີບານ ຢືນຍາມພານເຈຍ ທາງພາກຕາເວັນອອກສຽງເໜືອຂອງປະເທດອັຟການິສຖານ ເມື່ອວັນພຸດ ທີ 8 ກັນຍາ 2021. 2021.
ທະຫານຄົນນຶ່ງຂອງກຸ່ມຕາລີບານ ຢືນຍາມພານເຈຍ ທາງພາກຕາເວັນອອກສຽງເໜືອຂອງປະເທດອັຟການິສຖານ ເມື່ອວັນພຸດ ທີ 8 ກັນຍາ 2021. 2021.

ໂຄສົກຂອງກຸ່ມຕາລີບານ ໄດ້ປະນາມການວາງລະເບີດຢູ່ແຂວງນານກາຮາ ຊຶ່ງລາວເວົ້າວ່າ ກຸ່ມຕາລີບານທີ່ປົກຄອງປະເທດຢູ່ໃນເວລານີ້ ໄດ້ຕັດສິນໃຈທີ່ຈະຢຸດເຊົາການກໍ່ຄວາມຮຸນແຮງ ແລະບໍ່ໄດ້ມອງເຫັນວ່າ ກຸ່ມ ISIS-K ເປັນໄພຂົ່ມຂູ່ທີ່ສຳຄັນໃດໆ.

ທ້າວມູຈາຮີດກ່າວວ່າ “ເຈົ້າຈະເປັນພະຍານດ້ວຍຕົວເຈົ້າເອງວ່າ ນີ້ຈະເປັນການໂຈມຕີເທື່ອສຸດທ້າຍ ທີ່ພວກເຂົາກະທຳ ແລະພວກເຂົາຈະບໍ່ສາມາດດຳເນີນການໄດ້ອີກໃນອະນາຄົດ.”

ທ້າວມູຈາຮີດໄດ້ກ່າວຢືນຢັນໃນວັນອັງຄານວານນີ້ວ່າ ກຸ່ມຫົວຮຸນແຮງທີ່ປະຕິບັດງານໃນອັຟການິສຖານພາຍໃຕ້ຊື່ ISIS-K ນັ້ນ ບໍ່ມີຄວາມສໍາພັນໃດໆກັບພວກທີ່ໄດ້ຕໍ່ສູ້ຢູ່ໃນຊີເຣຍ ແລະອີຣັກ.

ລາວໄດ້ກ່າວ ໂດຍເອີ້ນຊື່ຂອງກຸ່ມກໍ່ການຮ້າຍທີ່ຢູ່ໃນພາກຕາເວັນອອກກາງເປັນພາສາອາຣັບ ໂດຍເວົ້າວ່າ “ກຸ່ມດາແອັສ (ລັດອິສລາມ) ບໍ່ໄດ້ມີໜ້າ ຢູ່ທີ່ນີ້ ແຕ່ອາດເປັນບາງຄົນ ທີ່ເປັນຊາວອັຟການິສຖານຂອງພວກເຮົາເອງ ໄດ້ຍອມຮັບອຸດົມການ ຊຶ່ງເປັນປາກົດການ ທີ່ຍັງບໍ່ໄດ້ຮັບຄວາມນິຍົມ ຫຼືການສະໜັບສະໜຸນຈາກປະຊາຊົນອັຟການິສຖານເທື່ອ.”

ກຸ່ມ ISIS-K ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີສະຫຼະຊີບຢູ່ທີ່ສະໜາມບິນນະຄອນ ຫຼວງກາບູລ ໃນເດືອນແລ້ວ ທີ່ໄດ້ສັງຫານທະຫານອາເມຣິກັນ 13 ຄົນ ແລະພົນລະເຮືອນຊາວອັຟການິສຖານເກືອບ 170 ຄົນທີ່ຫຸ້ມກັນຢູ່ນອກປະຕູທາງເຂົ້າສະໜາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG