ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລີບານ ແລະ ຈີນ ຕ້ອງຕິການລະເມີດ ເຂດນ່ານຟ້າ ຂອງອັຟການິສຖານ ໂດຍສະຫະລັດ


ເຮືອບໍ່ມີຄົນຂັບ ຫຼືໂດຣນ MQ-9 ຂອງສະຫະລັດ ຖືກນຳໄປສະແດງ ໃນງານສະແດງເຮືອບິນ ທີ່ສະໜາມບິນການດາຮາ ໃນປະເທດອັຟການິສຖານ ເມື່ອວັນທີ 23 ມັງກອນ ປີ 2018.
ເຮືອບໍ່ມີຄົນຂັບ ຫຼືໂດຣນ MQ-9 ຂອງສະຫະລັດ ຖືກນຳໄປສະແດງ ໃນງານສະແດງເຮືອບິນ ທີ່ສະໜາມບິນການດາຮາ ໃນປະເທດອັຟການິສຖານ ເມື່ອວັນທີ 23 ມັງກອນ ປີ 2018.

ກຸ່ມຕາລີບານແລະຈີນ ຮຽກຮ້ອງໃນວັນພຸດວານນີ້ ໃຫ້ສະຫະລັດຢຸດເຊົາການສົ່ງເຮືອບິນບໍ່ມີຄົນຂັບຫຼືໂດຣນບິນເຂົ້າໄປໃນເຂດນ່ານຟ້າຂອງອັຟການິສຖານ ໂດຍກ່າວວ່າ ການກະທຳດັ່ງກ່າວ ແມ່ນເປັນລ່ວງລະເມີດຕໍ່ອະທິປະໄຕ ແລະຂໍ້ຕົກລົງກັບ ອັຟການິສຖານ.

ກຸ່ມຕາລີບານ ກ່າວຢູ່ໃນຖະແຫຼງການວ່າ “ເມື່ອໄວໆມານີ້ ພວກເຮົາຍັງເຫັນສະຫະລັດ ລ່ວງລະ ເມີດຕໍ່ສິດທິລະຫວ່ງປະເທດ ກົດໝາຍ ແລະຄວາມໝັ້ນໝາຍທີ່ໄດ້ໃຫ້ໄວ້ຕໍ່ເອມີເຣດອິສລາມ (ຕາລີບານ) ທີ່ນະຄອນໂດຮາ ປະເທດກາຕ້າ ໃນຂະນະທີ່ເຂດນ່ານຟ້າອັນສັກສິດຂອງອັຟການິສຖານ ໄດ້ຖືກຮຸກຮານໂດຍໂດຣນຂອງສະຫະລັດ.”

ກຸ່ມອິສລາມຫົວຮຸນແຮງດັ່ງກ່າວ ໄດ້ອ້າງອີງເຖິງຂໍ້ຕົກລົງ ເດືອນກຸມພາປີ 2020 ກັບວໍຊິງຕັນ ທີ່ແຜ້ວທາງໄປສູ່ການຖອນກຳລັງທະຫານສະຫະລັດ ແລະອົງການເນໂຕ້ອອກຈາກອັຟການິສຖານ. ຂັ້ນຕອນໃນການຖອນທະຫານ ສິ້ນສຸດລົງເມື່ອເດືອນແລ້ວນີ້ ຊຶ່ງເປັນຂີດໝາຍຂອງການສິ້ນສຸດ ການເຂົ້າໄປພົວພັນຂອງນາໆຊາດເປັນເວລາເກືອບ 20 ປີ ໃນສົງຄາມອັຟການິສຖານ.

ກຸ່ມຕາລີບານໄດ້ເຕືອນ ໂດຍບໍ່ໄດ້ໃຫ້ການອະທິບາຍຫຍັງເພີ້ມຕື່ມວ່າ “ພວກເຮົາຂໍຮຽກຮ້ອງໃຫ້ທຸກໆປະເທດ ໂດຍສະເພາະແມ່ນສະຫະລັດ ໃຫ້ປະຕິບັດຕໍ່ອັຟການິສຖານ ເມື່ອພິຈາລະນາເຖິງສິດທິຂອງລະຫວ່າງປະເທດ ກົດໝາຍແລະຄວາມໝັ້ນໝາຍຕ່າງໆ ເພື່ອປ້ອງກັນບໍ່ໃຫ້ເກີດຜົນທີ່ຕິດຕາມມາໃນທາງລົບ.”

ໂຄສົກກະຊວງການຕ່າງປະເທດຈີນ ທ່ານນາງຫົວຈຸນຍິ້ງ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ທີ່ກະຊວງຕ່າງປະເທດຈີນ ໃນນະຄອນຫຼວງປັກກິ່ງ ເມື່ອວັນທີ 10 ທັນວາປີ 2020.
ໂຄສົກກະຊວງການຕ່າງປະເທດຈີນ ທ່ານນາງຫົວຈຸນຍິ້ງ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ທີ່ກະຊວງຕ່າງປະເທດຈີນ ໃນນະຄອນຫຼວງປັກກິ່ງ ເມື່ອວັນທີ 10 ທັນວາປີ 2020.

ຍັງບໍ່ມີການໃຫ້ຄວາມເຫັນໃດໆຈາກເຈົ້າໜ້າທີ່ຂອງສະຫະລັດເທື່ອໃນເວລານີ້. ການເຕືອນດັ່ງກ່າວແມ່ນປາກົດວ່າ ມີຂຶ້ນເພື່ອເປັນການຕອບໂຕ້ ຕໍ່ການໃຫ້ຄວາມເຫັນເມື່ອໄວໆມານີ້ ຂອງທຳນຽບຫ້າແຈ ທີ່ກ່າວວ່າ ວໍຊິງຕັນຍັງຮັກສາໄວ້ “ທຸກໆອຳນາດທີ່ຈຳເປັນ ເພື່ອທຳການປະຕິບັດງານ ຕໍ່ຕ້ານການກໍ່ການຮ້າຍ ໃນອະນາຄົດ” ຢູ່ໃນປະເທດອັຟການິສຖານ.

ໂຄສົກຂອງທຳນຽບຫ້າແຈ ທ່ານຈອນ ເຄີບີ ກ່າວຕໍ່ພວກນັກຂ່າວໃນວັນສຸກອາ ທິດແລ້ວນີ້ວ່າ “ພວກເຮົາຍັງມີຄວາມເຊື່ອໝັ້ນ ໃນຄວາມສາມາດເຫຼົ່ານີ້ ເພື່ອດຳເນີນການໄປໜ້າ. ໂດຍບໍ່ຕ້ອງເວົ້າເຖິງ ກົດລະບຽບທີ່ສະເພາະເຈາະຈົງ ໃນການພົວພັນ ທີ່ຫ້ອມລ້ອມການໂຈມຕີທາງອາກາດ ໃນເວລານີ້ ແມ່ນບໍ່ຈຳເປັນທີ່ຈະຕ້ອງເປີດເຂດນ່ານຟ້າ ກັບກຸ່ມຕາລີບານ ແລະພວກເຮົາກໍບໍ່ຄາດວ່າ ຈະເກີດສິ່ງນັ້ນ ໃນການປະຕິບັດງານໂຈມຕີທາງອາກາດຕໍ່ຕ້ານພວກກໍ່ການຮ້າຍ ໃນ ອະນາຄົດ ຈະຕ້ອງຂຶ້ນຢູ່ກັບການຂໍອະນຸຍາດທີ່ວ່ານັ້ນ.”

ນອກນັ້ນ ຈີນຍັງໄດ້ສະແດງການຄັດຄ້ານໃນວັນພຸດວານນີ້ ຕໍ່ການປະຕິບັດງານຂອງເຮືອບິນບໍ່ມີຄົນຂັບຫຼືໂດຣນຂອງສະຫະລັດ ໃນເຂດນ່ານຟ້າຂອງອັຟການິສຖານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG