ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ຍຸຕິທຳ ຂອງ ຕາລີບານ ຮຽກຮ້ອງ ໃຫ້ມີ ສັນຕິພາບ


ແຜນທີ່ອັຟການິສຖານ
ແຜນທີ່ອັຟການິສຖານ

ສະມາຊິກອະວຸໂສຄົນນຶ່ງ ຂອງກຸ່ມກະບົດຕາລີບານ ຮຽກຮ້ອງໃຫ້ມີສັນຕິພາບຢູ່
ໃນອັຟການິສຖານ. ການໃຫ້ຄວາມເຫັນດັ່ງກ່າວ ໂດຍຫົວໜ້າຝ່າຍຍຸຕິທຳ ຂອງ
ກຸ່ມຕາລີບານ ທ່ານມໍລາວີ ອັບດູລ ໂຮກົມ ມີຂຶ້ນຢູ່ໃນຈົດໝາຍສະບັບນຶ່ງ ທີ່ສົ່ງ
ໄປເຖິງຜູ້ນຳຂອງກຸ່ມຕາລີບານ ທ່ານຮັບຕູລລາ ອາຄຸນຊາດາ.

ທ່ານໂຮກົມກ່າວວ່າ ຊາວອັຟການິສຖານທັງຫຼາຍ ຮວມທັງພວກທີ່ອາໄສຢູ່ໃນເຂດ
ຄວບຄຸມຂອງພວກຕາລີບານຫຼືຂອງຝ່າຍລັດຖະບານອັຟການິສຖານ ແມ່ນ
ຮູ້ສຶກເບື່ອໜ່າຍເຕັມທີຕໍ່ສົງຄາມວ ແລະຢາກມີສັນຕິພາບ.

ກະຊວງປ້ອງກັນປະເທດອັຟການິສຖານ ໄດ້ມອບສຳເນົາສະບັບນຶ່ງໃຫ້ແກ່ວີໂອ
ເອ ຊຶ່ງໃນຂັ້ນຕົ້ນແມ່ນໄດ້ຖືກສົ່ງ ໄປຈາກລັດບັກລານ ທາງພາກຕາເວັນອອກ ສຽງເໜືອຂອງປະເທດ ແລະກ່າວອ້າງວ່າ ສະມາຊິກກຸ່ມຕາລີບານຫຼາຍໆຄົນກໍ
ເຫັນພ້ອມກັບເລື້ອງນີ້.

ໜັງສືສະບັບນີ້ ກ່າວວ່າ “ໃນເມື່ອວ່າພວກຜູ້ນຳຂອງປະເທດເທດອິສລາມ ເປັນຜູ້ຮັບຜິດຊອບຕໍ່ການຮຽກຮ້ອງຢ່່າງຖືກຊອບທຳຕ້ອງຕາມກົດໝາຍ ຂອງປະຊາ
ຊົນອັຟການິສຖານແລ້ວ ມັນຈຶ່ງຈຳເປັນ ເຖິງແມ່ນວ່າກຳລັງມີການປະຕິບັດງານ
ຄັນດັກຕໍ່ຕ້ານພວກຍຶດຄອງໃນເວລານີ້ກໍຕາມ ຄະນະນຳພາຈຶ່ງຄວນພິຈາລະນາ
ຕໍ່ການຮຽກຮ້ອງໃຫ້ມີສັນຕິພາບຂອງປະຊາຊົນ ແລະໃຫ້ການຕອບຮັບຢ່າງໝັ້ນ
ໃຈແກ່ຊາວອັຟການິສຖານ ຫຼັງຈາກໄດ້ປຶກສາຫາລືກັບພວກຜູ້ນຳທັງໝົດແລ້ວ.”

ກຸ່ມຕາລີບານໃນອັຟການິສຖານ ໄດ້ປະກາດກ່ຽວກັບການບຸກໂຈມຕີໃນປີ 2018
ໂດຍຕັ້ງຊື່ວ່າ ການປະຕິບັດງານ ອາລຄັນດັກ ຂອງພວກຈີຮາດດີ ເມື່ອວັນທີ 25
ເມສາຜ່ານມາ. ເຖິງແມ່ນໄດ້ມີການຮຽກຮ້ອງໃຫ້ມີສັນຕິພາບກໍຕາມ ທ່ານໂຮກົມ
ອີກຄັ້ງນຶ່ງ ໄດ້ຮ້ອງລັດຖະບານອັຟການິສຖານວ່າ ເປັນລັດຖະບານຫຸ່ນ ແລະຂໍ້
ສະເໜີສັນຕິພາບຂອງລັດຖະບານນັ້ນ ແມ່ນບໍ່ຈິງໃຈ. ແລະນອກນັ້ນທ່ານຍັງເອີ້ນ
ກຳລັງນາໆຊາດ ພາຍໃຕ້ການນຳພາຂອງສະຫະລັດນັ້ນວ່າ ກຳລັງຂອງພວກຍຶດຄອງ.

ແຕ່ແນວໃດກໍຕາມ ສະພາສັນຕິພາບຂອງອັຟການິສຖານ ກ່າວວ່າ ພວກຜູຸ້ນຳຂອງ
ຕາລີບານ ໄດ້ເລີ້ມຫາລືກັນ ກ່ຽວກັບຂໍ້ສະເໜີສັນຕິພາບຂອງລັດຖະບານແລ້ວ.

ໂຄສົກຂອງສະພາສັນຕິພາບ ກ່າວຕໍ່ວີໂອເອວ່າ “ອີງຕາມລາຍງານທີ່ພວກເຮົາ
ໄດ້ຮັບມາຈາກແຫຼ່ງຂ່າວຕ່າງໆ ຮວມທັງລາຍງານຂອງສື່ມວນຊົນແລ້ວ ພວກຕາລີ
ບານ ຫຼືພວກຜູ້ນຳຂອງກຸ່ມປະກອບອາວຸດ ໄດ້ເລີ້ມຫາລືກັນກ່ຽວກັບວ່າຈະພົວພັນ
ໃນການເຈລະຈາກັບຝ່າຍລັດຖະບານແບບໃດ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ກະຊວງປ້ອງກັນປະເທດ ນຳສະເໜີຈົດໝາຍໃຫ້ ວີໂອເອ ທີ່ສົ່ງມາຈາກ ແຂວງແບກລານ, ແລະກ່າວອ້າງວ່າ ສະມາຊິກຕາລີບານ ທີ່ສະນັບສະນຸນສັນຕິພາບ.
ກະຊວງປ້ອງກັນປະເທດ ນຳສະເໜີຈົດໝາຍໃຫ້ ວີໂອເອ ທີ່ສົ່ງມາຈາກ ແຂວງແບກລານ, ແລະກ່າວອ້າງວ່າ ສະມາຊິກຕາລີບານ ທີ່ສະນັບສະນຸນສັນຕິພາບ.

XS
SM
MD
LG