ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຫົວຮຸນແຮງ ຕາລີບານ ມີຄວາມສົງໄສ ກ່ຽວກັບ ການເຈລະຈາ ສັນຕິພາບ

ບັນດາຜູ້ແທນ ຈາກອັຟການິສຖານ ປາກິສຖານ ສະຫະລັດ ແລະ ຈີນ ປຶກສາຫາລືກັນ ເພື່ອຫາວິທີສຶ້ນສຸດສົງຄາມ ກັບພວກຕາລີບານ ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງກາບູລ ອັຟການິສຖານ, 23 ກຸມພາ 2016.
ບັນດາຜູ້ແທນ ຈາກອັຟການິສຖານ ປາກິສຖານ ສະຫະລັດ ແລະ ຈີນ ປຶກສາຫາລືກັນ ເພື່ອຫາວິທີສຶ້ນສຸດສົງຄາມ ກັບພວກຕາລີບານ ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງກາບູລ ອັຟການິສຖານ, 23 ກຸມພາ 2016.

ພວກ ຕາລີບານ ຂອງ ອັຟການິສຖານ ແມ່ນກຳລັງມີຄວາມສົງໄສ ເພີ່ມເຕີມ ກ່ຽວກັບ ຄວາມຜົນປະໂຫຍດຈາກການເຈລະຈາສັນຕິ ພາບ ກັບລັດຖະບານນະຄອນຫຼວງ ກາບູລ.

ໃນຖະແຫຼງການເປັນພາສາ Pashto ສະບັບໜຶ່ງທີ່ກ່າວຕໍ່ ວີໂອເອ ໃນວັນເສົາວານນີ້ວ່າ ຜູ້ນຳຂອງພວກເຂົາແມ່ນຍັງບໍ່ທັນໄດ້ຕັດສິນ ໃຈທີ່ຈະເຮັດ ສັນຍາກັບນະຄອນຫຼວງ ກາບູລ ເທື່ອ. ພວກເຂົາກ່າວ ວ່າ ຕົນເຊື່ອວ່າການເຈລະ ຈາຈະບໍ່ມີປະໂຫຍດຫຍັງຈົນກວ່າທະ ຫານຕ່າງປະເທດ ຈະຖອນອອກຈາກ ອັຟການິສຖານ ໝົດ, ມາດ ຕະການລົງໂທດຕໍ່ຜູ້ນຳຕໍ່ຕ້ານລັດຖະບານໄດ້ຖືກ ຍົກເລີກ ແລະ ນັກໂທດ ຕາລີບານ ໄດ້ຖືກປ່ອຍຕົວ.

ທີວທັດທົ່ວໄປຂອງຫ້ອງການພວກ ຕາລີບານ ໃນນະຄອນຫຼວງ ໂດຮາ ປະເທດ ກາຕ້າ. ເຈົ້າໜ້າທີ່ ອັຟການິສຖານ ແລະ ຕາລີບານ ຈະຈັດການ ເຈລະຈາ "ການປອງດອງ ກັນ" ໃນປະເທດ ກາຕ້າ, ອົງການຂ່າວ ລັດຖະ ບານຂອງປະເທດອ່າວ Gulf ລາຍງານ. 2 ພຶດສະພາ 2015.

ຖະແຫຼງການໄດ້ກ່າວວ່່າ ການບຸກໂຈມຕີຕອນກາງຄືນຂອງ ສະຫະ ລັດ ໃນ ອັຟການິສຖານ ແມ່ນກຳລັງສືບຕໍ່ຢູ່. ພວກເຂົາໄດ້ກ່າວ ເພີ່ມເຕີມວ່າ ກອງກຳລັງ ສະຫະລັດ ໄດ້ຖືກສົ່ງໄປສະ ໜາມຮົບ ແລະ ວ່າກອງກຳລັງ ອັຟການິສຖານ ກໍຍັງໄດ້ເພີ່ມການປະຕິບັດ ການຂອງພວກເຂົາເຈົ້າຫຼາຍຂຶ້ນ. ພວກເຂົາກ່າວວ່າ ໂດຍພິຈາລະ ນາຕໍ່ການພັດທະນາດັ່ງກ່າວນີ້, ການເຈລະຈາສັນຕິພາບໃດໆກໍ ຈະບໍ່ມີຄວາມໝາຍຫຍັງ.

ໃນນະຄອນຫຼວງ ວໍຊິງຕັນ ວັນເສົາວານນີ້, ກະຊວງການຕ່າງປະ ເທດ ໄດ້ຮຽກຮ້ອງໃຫ້ພວກ ຕາລີບານ ປ່ຽນໃຈຂອງພວກເຂົາເຈົ້າ ແລະ ໃຫ້ສັນຍາວ່າຕົນຈະເຂົ້າຮ່ວມໃນການເຈ ລະຈາ.

ຕຳຫຼວດ ອັຟການິສຖານ ຄົນໜຶ່ງກຳລັງແລ່ນໃນລະຫວ່າການຍິງກັນ ຢູ່ຕໍ່ ໜ້າກົງສຸນ ອິນເດຍ ໃນເມືອງ Jalalabad ອັຟການິສຖານ. 2 ມີນາ 2016.
ຕຳຫຼວດ ອັຟການິສຖານ ຄົນໜຶ່ງກຳລັງແລ່ນໃນລະຫວ່າການຍິງກັນ ຢູ່ຕໍ່ ໜ້າກົງສຸນ ອິນເດຍ ໃນເມືອງ Jalalabad ອັຟການິສຖານ. 2 ມີນາ 2016.

ໂຄສົກກະຊວງການຕ່າງປະເທດກ່າວວ່າ “ພວກ ຕາລີບານ ມີທາງ ເລືອກໜຶ່ງທີ່ຈະເຂົ້າຮ່ວມໃນການເຈລະຈາ ເພື່ອສັນຕິພາບທີ່ຊື່ ສັດຕໍ່ກັນ ຫຼື ສືບຕໍ່ສູ້ຮົບກັນໃນສົງຄາມ ເຊິ່ງພວກເຂົາກຳລັງຂ້າ ໝູ່ເພື່ອນຊາວ ອັຟການິສຖານ ແລະ ທຳລາຍປະເທດຂອງພວກ ເຂົາເອງ. ຖ້າພວກເຂົາຫາກເລືອກເອົາທາງເລືອກອັນທີ 2, ພວກ ເຂົາຈະ ປະເຊີນໜ້າກັບຄວາມພະຍາຍາມທີ່ປະສົມປະສານກັນ ລະຫວ່າງກອງ ກຳລັງຮັກສາຄວາມໝັ້ນຄົງ ອັຟການິສຖານ ແລະ ຄູ່ຮ່ວມຈາກນານາຊາດຂອງພວກເຂົາເຈົ້າ.”

ບັນດານັກການທູດ ອັຟການິສຖານ, ຈີນ, ປາກິສຖານ ແລະ ສະຫະ ລັດ ຜູ້ທີ່ໄດ້ຈັດການເຈລະຈາຫວັງວ່າ ກອງປະຊຸມຈະເລີ່ມຂຶ້ນໃນ ສັບປະດາທຳອິດຂອງເດືອນມີນານີ້.

ເອກອັກຄະລັດຖະທູດຂອງ ອັຟການິສຖານ ໃນ ປາກິສຖານ ທ່ານ Hazrat Omer Zakhilwal, ໄດ້ກ່າວຕໍ່ວີໂອເອໃນວັນສຸກທີ່ຜ່ານມາວ່າ “ມັນມີຫຼາຍສິ່ງຫຼາຍຢ່າງເກີດຂຶ້ນໃນ ເບື້ອງຫຼັງ” ແລະ ໄດ້ກ່າວວ່າທ່ານຫວັງວ່າການເຈລະຈາຈະເລີ່ມຂຶ້ນພາຍໃນອີກສອງສາມມື້ນີ້.

XS
SM
MD
LG