ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກ​ກະ​ບົດ​ຕາ​ລິ​ບານ ຈັບ​ທະ​ຫານ ເດີນ​ສວນ​ສະ​ໜາມ​ ​ສັນ​ຕິ​ພາບ 27 ຄົນ


ພວກ​ຮັ​ກ​ສາ​ສັນ​ຕິ​ພາບ​ອັ​ຟ​ກາ​ນິ​ສ​ຖານ ມາ​ເຖິງ​ນະ​ຄອນ​ຄາ​ບູ​ລ ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 18 ມິ​ຖຸ​ນາ 2018.
ພວກ​ຮັ​ກ​ສາ​ສັນ​ຕິ​ພາບ​ອັ​ຟ​ກາ​ນິ​ສ​ຖານ ມາ​ເຖິງ​ນະ​ຄອນ​ຄາ​ບູ​ລ ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 18 ມິ​ຖຸ​ນາ 2018.

ກຸ່ມ​ນັກ​ເຄື່ອນ​ໄຫວ​ກຸ່ມ​ນຶ່ງ​ໃນ​ອັ​ຟ​ກາ​ນິ​ສ​ຖານ ກ່າວ​ວ່າ ພວກ​ກະ​ບົດ​ຕາ​ລິ​ບານ ໄດ້​ຈັບ
ຂະ​ບວນເດີນ​ສວນ​ນະ​ໜາມສັນ​ຕິ​ພາບ 27 ຄົນ ຢູ່​ທາງ​ພ​າ​ກ​ຕາ​ເວັນ​ຕົກ​ຂອງ​ອັ​ຟ​ກາ​ນິ​ສ
​ຖານ ແລະ​ໄດ້​ນຳ​ເອົາ​ເຂົາ​ເຈົ້າ​ໄປ​ໄວ້​ສະ​ຖານ​ທີ່ ທີ່​ບໍ່​ເປີດ​ເຜີຍ.

ທ່ານ​ບິ​ສ​ມິ​ລ​ລາ ວາ​ຕັນ​ໂດ​ສ (Bismillah Watandost) ໂຄ​ສົກ​ແກ່​ການ​ເຄື່ອນ​ໄຫວ​
ສັນ​ຕິ​ພາບ (PPM) ກ່າວ​ວ່າ ອົງ​ການ​ຂອງ​ທ່ານ​ເສຍ​ການ​ຕິດ​ຕໍ່​ກັບ​ເພື່ອນ​ຮ່ວມ​ງານ​ຂອງ
ເຂົາ​ເຈົ້າ 27 ຄົນ ໃນ​ຕອນ​ທ້າຍ​ແລງວັນ​ອັງ​ຄານ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເດີນ​ທາງ​ຈາກ​
ເມືອງ​ຮີ​ຣັດ (Herat) ໄປ​ຫາ ແຂວງຟາ​ຣາ (Farah) ຢູ່​ໃນ​ລົດ​ຫົກ​ຄັນ.

ທ່ານ​ກ່າວ​ຕໍ່​ໄປ​ອີກວ່າ ເຂົາ​ເຈົ້າ​ໄດ້​ຖືກ​ຕັບ​ໂຕ​ໄປ​ໂດຍ​ພວກ​ຕາ​ລິ​ບານ ແລະ​ບັນ​ດາ​ຜູ້​ນຳ
PPM ໄດ້​ຕິດ​ຕໍ່​ຫາ​ບັນ​ດາ​ຜູ້​ນຳ​ຂັ້ນ​ສູງ​ຂອງ​ຕາ​ລິ​ບານ ເພື່ອ​ປະ​ກັນ​ກ​ານ​ກັບ​ຄືນ​ຂອງ​ເຂົາ
​ເຈົ້າ​ດ້ວຍ​ຄວາມ​ປອ​ດ​ໄພ.

ທ່ານ​ໂມ​ຮີ​ບຸ​ລ​ລາ ໂມ​ຮິບ (Mohibullah Mohib) ໂຄ​ສົກ​ຄົນ​ນຶ່ງ​ແກ່​ຕຳ​ຫຼວດ​ຟາ​ຣາ​ຮ
ກ່າວ​ຕໍ່ ວີ​ໂອ​ເອ ວ່າ ພວກ​ຮັກ​ສາ​ສັນ​ຕິ​ພາບ​ໄດ້​ເຫັນ​ເທື່ອ​ສຸດ​ທ້າຍ​ປະ​ມານ 3:30 ຕອນ
​ແລງວັນ​ອັງ​ຄານວານ​ນີ້ ທີ່​ເມືອງ​ຮາ​ຣາ​ຕ ຢູ່​ຖະ​ໜົນ​ຮາຍ​ເວ​ຟາ​ຣາ.

ຕາ​ລິ​ບານ​ຍັງ​ບໍ່​ທັນ​ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ ຫຼື​ຮັບ​ຮູ້​ຢ່າງ​ເປີດ​ເຜີຍ​ຂອງ​ການ​ລັກ​
ພາ​ໂຕ​ພວກ​ຮັກ​ສາ​ສັນ​ຕິ​ພາບ.

ພວກ​ຮັກ​ສາ​ສັນ​ຕິ​ພ​າບ​ໄດ້​ມີ​ກຳ​ນົດ​ເດີນ​ທາງ​ໄປ​ທາງ​ພາກ​ຕາ​ເວັນ​ຕົກຂອງ​ແຂວງ​ກໍ​ຣ
(Ghor) ແລະ​ແບັດ​ກິ​ສ (Badghis) ແຕ່​ໄດ້​ປ່ຽນ​ແຜນ​ເນື່ອງ​ຈາກ​ຫິ​ມະ​ຕົກ ແລະ​ອາ​ກາດ​
ໜາ​ວ. ເຂົາ​ເຈົ້າ​ຕ້ອງ​ການ​ເຕົ້າ​ໂຮມ​ໃນ​ການ​ເຫັນ​ດີສັນ​ຕິ​ພາບ​ຢູ່​ໃນ​ແຂວງ ​ຟາ​ຣາ​ຮ.

ຕາ​ລິ​ບານ​ໄດ້​ຈັບ​ພວກ​ນັກ​ເຄື່ອນ​ໄຫວ​ສັນ​ຕິ​ພາບ ຈາກ​ຫຼາ​ຍ​ພາກ​ຕ່າງໆ​ຂອງ​ອັ​ຟ​ກາ​ນິ​ສ​ຖານຫຼາຍໆ​ເທື່ອ​ທີ່​ຜ່ານ​ມາ. ເຂົາ​ເຈົ້າ​ໄດ້​ຖືກ​ປ່ອຍ​ໂຕ​ຫຼັງ​ຈາກ​ສອງ​ສາມ​ມື້.

ການ​ເຄື່ອນ​ໄຫວ​ສັນ​ຕິ​ພາບ​ໄດ້​ເລີ້ມ​ຂຶ້ນ​ສອງ​ປີ​ກ່ອນ ຕິດ​ຕາມ​ກັນ​ມາ​ເວ​ລາ​ພວກ​ນັກ​
ເຄື່ອນ​ໄຫວ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ເມືອງ​ລາ​ສ​ກາ​ກາ (Lashkargah) ຂອງ​ແຂວງ​ແຮວ
​ແມນ ເພື່ອ​ປະ​ທ້ວງ​ການ​ໂຈມ​ຕີ​ທີ່​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດຫຼາຍກວ່າ 15 ຄົນ ແລະ​ຫຼັງ
​ຈາກ​ນັ້ນ​ຕໍ່​ມາ​ໄດ້​ຍ່າງ​ໄປ​ສູ່​ນະ​ຄອນ​ຫຼວງ​ຄາ​ບູ​ລ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG