ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລິບານ ສັ່ງຫ້າມ ບໍ່​ໃຫ້ສະຖານີວິທະຍຸ​ທ້ອງ​ຖິ່ນ ​ອອກ​ລາຍ​ການ​ຂອງວີ​ໂອ​ເອ ແລະວິທະຍຸຢູໂຣບເສລີ ໃນອັຟການິສຖານ


ແຟ້ມ-ນັກຂ່າວ VOA ພາກພາສາອັຟການິສຖານ ໂນຊາບາ ອາສນາ (Noshaba Ashna), ຮາຟິສ ອັສຊາຟີ (Hafiz Assefi) ແລະໂຣຢາ ຊາມານີ (Roya Zamani) ໃນການລາຍງານການອອກອາກາດ ຢູ່ທີ່ສໍານັກງານໃຫຍ່ຂອງ VOA ໃນນະຄອນຫຼວງວໍຊິງຕັນ.
ແຟ້ມ-ນັກຂ່າວ VOA ພາກພາສາອັຟການິສຖານ ໂນຊາບາ ອາສນາ (Noshaba Ashna), ຮາຟິສ ອັສຊາຟີ (Hafiz Assefi) ແລະໂຣຢາ ຊາມານີ (Roya Zamani) ໃນການລາຍງານການອອກອາກາດ ຢູ່ທີ່ສໍານັກງານໃຫຍ່ຂອງ VOA ໃນນະຄອນຫຼວງວໍຊິງຕັນ.

ເຈົ້າໜ້າທີ່ຂອງລັດຖະບານຕາລິບານ ໄດ້ປະກາດສັ່ງຫ້າມ ບໍ່​ໃຫ້ອອກອາກາດ ລາຍ​ການຂອງສຽງອາເມຣິກາ ​ຫຼື VOA ແລະ​ຂອງວິທະຍຸຢູໂຣບ​ເສ​ລີແລະວິ ທະຍຸເສລີພາບ ​ຫຼື RFE/RL ໂດຍສະຖານີວິທະຍຸ FM ຢູ່ໃນປະເທດອັັຟການິສຖານ, ໂດຍອ້າງເຖິງຂໍ້ຮຽກຮ້ອງ ທີ່ພວກເຂົາເຈົ້າໄດ້ຮັບ ກ່ຽວກັບ ເນື້ອໄນຂອງການດໍາເນີນລາຍການ.

ການຫ້າມດັ່ງກ່າວ ແມ່ນມີຜົນບັງຄັບໃຊ້ພາຍໃນວັນທີ 1 ທັນວານີ້ເປັນຕົ້ນໄປ, ອີງຕາມຄໍາສັ່ງທີ່ໄດ້ວາງອອກມາ ໂດຍກະຊວງວັດທະນະທໍາ ແລະຂໍ້ມູນຂ່າວ ສານຂອງລັດຖະບານຕາລິບານ.

ໂຄສົກຂອງລັດຖະບານຕາລິບານຍັງບໍ່ໄດ້ໃຫ້ລາຍລະອຽດໃດໆ ກ່ຽວກັບການຕໍ່ວ່າ ທີ່ຖືກກ່າວຫາ ເຊິ່ງພວກເຂົາກ່າວວ່າໄດ້ຮັບກ່ຽວກັບລາຍການຂ່າວທີ່ໃຫ້ທຶນໂດຍສະຫະລັດ.

ມັນຍັງບໍ່ທັນແຈ່ມແຈ້ງເທື່ອວ່າ ການສັ່ງຫ້າມດັ່ງກ່າວນັ້ນຈະມີຜົນກະທົບຕໍ່ການອອກອາກາດຂອງວິ​ທະ​ຍຸສາກົນອື່ນໆ ທີ່ອອກອາກາດໃນລະບົບ FM ຄືກັນ ຢູ່ອັຟການິສຖານຫຼືບໍ່.

ນັບຕັ້ງແຕ່ເຂົ້າຢຶດອໍານາດໃນປີທີ່ຜ່ານມາ, ກຸ່ມຕາລິບານໄດ້ດໍາເນີນການອອກຂໍ້ກໍານົດຫຼາຍໆຢ່າງກ່ຽວກັບຂໍ້ຈໍາກັດຕໍ່ບັນດານັກຂ່າວ ແລະການອອກຂ່າວທາງສື່ສັງຄົມຕ່າງໆ ຢູ່ໃນອັຟການິສຖານ, ລວມທັງການກໍານົດໃຫ້ແມ່ຍິງທຸກຄົນ ຈະຕ້ອງໃສ່ຜ້າປົກໜ້ານໍາອີກດ້ວຍ.

ບັນດາກຸ່ມອິດສະຫຼະໃນການນໍາສະເໜີຂ່າວ ໄດ້ກ່າວຫາວ່າກຸ່ມຕາລິບານກໍາລັງຫ້າມການນໍາສະເໜີຂ່າວໃນທົ່ວປະເທດ, ກໍ່ກວນພວກນັກຂ່າວ ແລະບໍ່ຍອມຮັບສິດທິໃນການເຮັດວຽກ ຂອງບຸກຄະລາກອນດ້ານການຂ່າວທີ່ເປັນແມ່ຍິງ.

ວິ​ທະ​ຍຸ VOA ແລະ RFE/RL ແມ່ນອົງການຂ່າວທີ່ໄດ້ຮັບທຶນຈາກລັດຖະບານສະຫະລັດ ເຊິ່ງດໍາເນີນງານແບບເປັນອິດສະຫຼະໃນການອອກຂ່າວ ແລະມີເປົ້າໝາຍໃນການນໍາສະເໜີຂ່າວທີ່ກວມລວມ ແລະສົມ​ດຸນ​ບໍ່​ເຂົ້າ​ຂ້າງ​ອອກ​ຂາ.

ການບໍລິການໃນການອອກອາກາດຢູ່ໃນອັຟການິສຖານຂອງ VOA ເປັນເວລາ 12 ຊົ່ວໂມງຕໍ່ມື້ໂດຍ​ທາງວິ​ທ​ະ​ຍຸ FM15 ແລະ​ ວິ​ທະ​ຍຸຄື້ນກາງ (MW) ສອງສະ​ຖາ​ນີ, ໂດຍແບ່ງການອອກອາກາດເປັນສອງພາສາລະຫວ່າງພາສາພາສໂຕ (Pashto) ແລະ ພາສາດາຣີ (Dari).

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG