ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກຸ່ມຕາລີບານ ພະຍາຍາມເຮັດໃຫ້ທ່ານ ພອມພຽວ ໝັ້ນໃຈ ທ່າມກາງບັນຫາ ການສະເໜີເງິນລາງວັນ ຂອງ ຣັດເຊຍ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ຈັດກອງປະຊຸມຖະແຫຼງຂ່າວ ກ່ຽວກັບ ການຮັບມືກັບ ຈີນ ແລະ ອີຣ່ານ, ແລະ ການຕໍ່ສູ້ກັບໂຣກລະບາດໄວຣັສໂຄໂຣນາ, ນະຄອນຫຼວງ ວໍຊິງຕັນ, 24 ມິຖຸນາ, 2020.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ຈັດກອງປະຊຸມຖະແຫຼງຂ່າວ ກ່ຽວກັບ ການຮັບມືກັບ ຈີນ ແລະ ອີຣ່ານ, ແລະ ການຕໍ່ສູ້ກັບໂຣກລະບາດໄວຣັສໂຄໂຣນາ, ນະຄອນຫຼວງ ວໍຊິງຕັນ, 24 ມິຖຸນາ, 2020.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ໄມຄ໌ ພອມພຽວ ໄດ້ຂໍໃຫ້ກຸ່ມ ຕາລີບານ ເອົາໃຈໃສ່ກັບຄຳໝັ້ນສັນຍາຂອງພວກເຂົາ ເພື່ອຢຸດການໂຈມຕີຕໍ່ ທະຫານ ອາເມຣິກັນ ໃນ ອັຟການິສຖານ.

ທ່ານ ພອມພຽວ ໄດ້ຈັດກອງປະຊຸມ ທາງວິດີໂອ ກັບ ມຸລລາ ອັບດຸລ ການີ ບາຣາດາ, ຮອງຫົວໜ້າຂອງກຸ່ມກະບົດນັ້ນ ແລະ ເປັນຫົວໜ້າຫ້ອງການ ການ ເມືອງຂອງພວກເຂົາໃນປະເທດ ກາຕ້າ, ທ່າມກາງການຮຽກຮ້ອງເພີ່ມຂຶ້ນ ຈາກບັນດາສະມາຊິກສະພາ ສະຫະລັດ ສຳລັບປະທານາທິບໍດີ ດໍໂນລ ທຣຳ ເພື່ອສືບສວນສອບສວນລາຍງານໃໝ່ທີ່ວ່າ ຣັດເຊຍ ໄດ້ສະເໜີເງິນລາງວັນໃຫ້ພວກ ນັກຮົບ ຕາລີບານ ຂ້າທະຫານ ອາເມຣິກັນ ໃນ ອັຟການິສຖານ.

ໂຄສົກກະຊວງການຕ່າງປະເທດ ທ່ານນາງ ມໍແກນ ອໍເຕກຸສ ໄດ້ກ່າວໃນວັນ ອັງຄານວານນີ້ວ່າ “ທ່ານລັດຖະມົນຕີໄດ້ໃຫ້ຄວາມກະຈ່າງແຈ້ງຕໍ່ຄວາມຫວັງ ສຳລັບກຸ່ມ ຕາລີບານ ເພື່ອບັນລຸຄຳໝັ້ນສັນຍາຂອງພວກເຂົາ, ເຊິ່ງລວມມີການ ບໍ່ໂຈມຕີຄົນ ອາເມຣິກັນ.”

ສຳລັບພາກສ່ວນຂອງພວກເຂົານັ້ນ, ກຸ່ມຕາລີບານ ໄດ້ກ່າວວ່າ ມູນລາ ບາຣາດາ ໄດ້ໃຫ້ການຮັບ ຮອງຕໍ່ທ່ານ ພອມພຽວ ວ່າ ກຸ່ມກະບົດ ອິສລາມ ດັ່ງກ່າວບໍ່ໄດ້ອະນຸຍາດໃຫ້ໃຜໃຊ້ ອັຟການິສຖານ ເພື່ອວາງແຜນໂຈມຕີຕໍ່ປະເທດອື່ນໆ.

ໂຄສົກດ້ານການເມືອງຂອງກຸ່ມຕາລີບານ ທ້າວ ຊູເຮລ ຊາຮີນ ໄດ້ກ່າວຕໍ່ວີໂອເອຈາກນະຄອນ ຫຼວງ ໂດຮາ ປະເທດ ກາຕ້າ ວ່າ “ມັນບໍ່ແມ່ນຄວາມຈິງ. ພວກເຮົາໄດ້ປະຕິເສດ ກ່ຽວກັບ ບັນຫານັ້ນແລ້ວ,” ເມື່ອຖືກຖາມວ່າທ່ານ ພອມພຽວ ໄດ້ຍົກບັນຫາ ກ່ຽວກັບ ການກ່າວຫາການຮ່ວມມືລະ ຫວ່າງ ຣັດເຊຍ ກັບ ກຸ່ມ ຕາລີບານ.

ທ້າວ ຊາຮີນ ກ່າວວ່າ “ທ່ານ ບາຣາດາ ໄດ້ກ່າວຢໍ້າອີກຄັ້ງນຶ່ງວ່າ ກຸ່ມຕາລີບານ ມີຄຳໝັ້ນສັນຍາທີ່ຈະບໍ່ອານຸຍາດໃຫ້ໃຜໃຊ້ແຜ່ນດິນຂອງ ອັຟການິສຖານ ເພື່ອທຳການໂຈມຕີຕໍ່ປະເທດໃດໆ.”

ໃນລາຍງານພິເສດ ທີ່ຖືກພິມເຜີຍແຜ່ໂດຍໜັງສືພິມ ນິວ ຢອກ ໄທມສ໌ ເມື່ອ ອາທິດທີ່ຜ່ານມາ, ໂດຍອ້າງເຖິງບັນດາເຈົ້າໜ້າທີ່ໆບໍ່ປະສົງອອກຊື່ນັ້ນ, ໄດ້ລາຍ ງານວ່າ ທ່ານ ທຣຳ ໄດ້ຖືກແຈ້ງໃຫ້ຊາບ ກ່ຽວກັບ ການກ່າວຫາເງິນລາງວັນ ຣັດເຊຍ ດັ່ງກ່າວ ແຕ່ບໍ່ໄດ້ເຮັດຫຍັງໃນການຕອບໂຕ້.

ທ່ານ ທຣຳ ໄດ້ປະຕິເສດ ກ່ຽວກັບ ການຖືກລາຍງານໃຫ້ຟັງເຖິງກໍລະນີນັ້ນ.

ໂຄສົກທຳນຽບຂາວ ທ່ານນາງ ເຄລີ ແມັກເອັນນານີ ໄດ້ກ່າວໃນວັນຈັນວານນີ້ ເມື່ອນັກຂ່າວຖາມ ເປັນຫຍັງທ່ານປະທານາທິບໍດີ ຈຶ່ງບໍ່ໄດ້ຖືກແຈ້ງໃຫ້ຊາບວ່າ “ຂໍ້ມູນລັບຈະຖືກກວດສອບກ່ອນມັນມາຮອດປະທານາທິບໍດີແຫ່ງ ສະຫະລັດ. ແລະ ໃນກໍລະນີນີ້, ມັນບໍ່ໄດ້ຖືກພິສູດວ່າມີຄວາມຈິງ.”

ທ້າວ ຊາຮີນ ໄດ້ກ່າວວ່າ ມູນລາ ບາຣາດາ ກໍໄດ້ໃຫ້ການຢືນຢັນອີກຄັ້ງນຶ່ງ ກ່ຽວກັບ ຄຳໝັ້ນສັນຍາຂອງກຸ່ມຂອງລາວ ຕໍ່ຂໍ້ຕົກລົງສ້າງສາສັນຕິພາບກັບ ວໍຊິງຕັນ, ເຊິ່ງຮຽກຮ້ອງໃຫ້ທຸກກອງກຳລັງ ສະຫະລັດ ແລະ ພັນທະມິດຖອນຕົວອອກຈາກ ອັຟການິສຖານ ພາຍໃນເດືອນກໍລະກົດ 2021 ເພື່ອເປັນການ ແລກປ່ຽນກັບການຮັບປະກັບໃນການຕໍ່ຕ້ານການກໍ່ການຮ້າຍຂອງກຸ່ມຕາລີບານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG