ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກ ຕາລີບານ ສັງຫານເຈົ້າໜ້າທີ່ ຮັກສາຄວາມປອດໄພ ຫຼາຍກວ່າ 65 ຄົນ


ທະຫານກອງທັບບົກແຫ່ງຊາດ ອັຟການິສຖານ, ຊ້າຍ, ຮ້ອງໃສ່ພວກ ຕາລີບານ, ຫຼັງຈາກໄດ້ຍິງຈະຫຼວດໃສ່ທີ່
ໝັ້ນພວກເຂົາ ຢູ່ເຂດຊານເມືອງຂອງແຂວງ ກຸນດຸຸສ, ພາກເໜືອປະເທດ ອັຟການິສຖານ. 16 ເມສາ, 2016.
ທະຫານກອງທັບບົກແຫ່ງຊາດ ອັຟການິສຖານ, ຊ້າຍ, ຮ້ອງໃສ່ພວກ ຕາລີບານ, ຫຼັງຈາກໄດ້ຍິງຈະຫຼວດໃສ່ທີ່ ໝັ້ນພວກເຂົາ ຢູ່ເຂດຊານເມືອງຂອງແຂວງ ກຸນດຸຸສ, ພາກເໜືອປະເທດ ອັຟການິສຖານ. 16 ເມສາ, 2016.

ພວກຫົວຮຸນແຮງ ຕາລິບານ ໃນ ອັຟການິສຖານ ໄດ້ສັງຫານທະຫານຟ່າຍລັດຖະບານ
ແລະ ເຈົ້າໜ້າທີ່ຕຳຫຼວດຫຼາຍເຖິງ 65 ຄົນ ໃນການໂຈມຕີ ສາມຄັ້ງ.

ພວກເຈົ້າໜ້າທີ່ ອັຟການິສຖານ ໄດ້ກ່າວໃນວັນເສົາວານນີ້ວ່າ ນອກນັ້ນຄວາມຮຸນ
ແຮງໃນຄໍ່າຄືນຜ່ານມາໃນແຂວງ ກັນດາຮາ ທາງພາໃຕ້ແຂວງ ກຸນດຸສ ທາງພາກເໜືອ
ແລະ ແຂວງ ເຮຣາດ ທາງພາກຕາເວັນຕົກ ຍັງໄດ້ເຮັດໃຫ້ພວກເຈົ້າໜ້າທີ່ຮັກສາຄວາມ
ປອດໄພ ໄດ້ຮັບບາດເຈັບອີກຫຼາຍກວ່າ 17 ຄົນ.

ພວກກະບົດຕາລີບານ ໄດ້ຖະລົ່ມຖານທັບແຫ່ງຊາດ ອັຟການິສຖານ ຫຼື ANA ໃນເມືອງ
ຊາ ວາລິຄັອດ (Shah Walikot) ຂອງແຂວງ ກັນດາຮາ ອີງຕາມແຫຼ່ງຂ່າວທ້ອງຖິ່ນ
ທີ່ອ້າງເຖິງການຢືນຢັນຂອງໂຄສົກທາງທະຫານປະຈຳຂົງເຂດ. ພັນຕີ ຄວາຈາ ເຢຢາ
ອາລາວີ (Khwaja Yehya Alawi) ໄດ້ບອກອົງການຂ່າວສານ ອັຟການິສຖານ
ພາຈວົກ (Pajhwok) ວ່າການໂຈມຕີດັ່ງກ່າວໄດ້ສັງຫານທະຫານ 25 ຄົນ ແລະ ອີກ
ຫຼາຍຄົນກໍໄດ້ຫາຍສາບສູນໄປ.

ໂຄສົກຂອງ ຕາລີບານ ໄດ້ອ້າງວ່າ ນັກຮົບຂອງຕົນໄດ້ຂ້າທະຫານ 35 ຄົນ ແລະຈັບ
ໄປ 6 ຄົນ ທັງໄດ້ຍຶດລົດ ແລະອາວຸດໄປນຳ. ຕາມປົກກະຕິແລ້ວຕົວເລກລວມຂອງ
ພວກກະບົດ ມັກຈະເວົ້າໂຍກສະເໝີ. ພວກເຈົ້າໜ້າທີ່ໃນແຂວງ ກຸນດຸສ ກ່າວວ່າ
ພວກ ຕາລີບານ ໄດ້ດັກສະກັດປ້ອມຕຳຫຼວດຫຼາຍແຫ່ງ ໃນ ເມືອງ ກາລາອີຊາຍ ໃນ
ຄໍ່າຄືນວັນສຸກໂດຍໄດ້ສັງຫານ 24 ຄົນ ທີ່ປະຈຳການຢູ່ແຫ່ງດັ່ງກ່າວ.

ການຕາຍສ່ວນທີ່ເຫຼືອໄດ້ເກີດຂຶ້ນ ເວລາພວກ ຕາລີບານ ປະມານ 150 ຄົນໄດ້ຖະ
ຫຼົ່ມຄ້າຍທະຫານ ຢູ່ໃນເຂດເມືອງ ຊາວານ ທີ່ຫາກໍຕັ້ງຂຶ້ນມາໃໝ່ ໂດຍສັງຫານທະ
ຫານ 17 ຄົນ ອິງຕາມໂຄສົກຂອງລັດຖະບານທີ່ໄດ້ບອກວີໂອເອ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG