ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລິບັນ ສັງຫານ ທະຫານອັຟການິສຖານ ຢ່າງໜ້ອຍ 19 ຄົນ (ວີດີໂອ)


Afghanistan
please wait
Embed

No media source currently available

0:00 0:00:28 0:00

Afghanistan

ບັນດາ​ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານ ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​
ຕາ​ລີ​ບັນຈຸ​ນຶ່ງ ​ໄດ້​ທຳ​ການ​ໂຈມ​ຕີ​ຖານ​ທັບ​ກອງທັບ​ແຫ່ງ​ນຶ່ງ​
ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ອັຟກາ​ນິສຖານ ເຮັດ​ໃຫ້​ ທະຫານ
19 ຄົນ​ເສຍ​ຊີວິດ ​ແລະ​ບາດ​ເຈັບ 2 ຄົນ.

ທາງ​ການ​ອັຟກາ​ນິສຖານ ກ່າວ​ວ່າ ຍັງ​ຊອກ​ຫາ​ທະຫານອີກ
ຢ່າງ​ໜ້ອຍ ​6 ຄົນ​ ບໍ່​ເຫັນ ຫຼັງ​ຈາກ​ການ​ໂຈມ​ຕີ​ໃນ​ຕອນ​ເຊົ້າ​
ວັນ​ອາທິດ​ມື້​ນີ້ ​ໃນ​ເຂດ​ເມືອງ Ghaziabad ແຂວງ Kunar.
ລາຍ​ງານ​ຂ່າວ​ກ່ອນ​ໜ້າ​ນີ້ ​ເວົ້າ​ວ່າ ພວກ​ທະຫານ​ເຫຼົ່າ​ນີ້ ຖືກ​
ລັກພາ​ໂຕ​ໄປ.

ປະທານາທິບໍດີ ອັຟກາ​ນິສຖານ ທ່ານ Hamid Karzai ໄດ້​ປະນາມ​ການ​ໂຈມ​ຕີ​ດັ່ງກ່າວ ​ແລະ​ໄດ້​ເລື່ອນ​ແຜນ​ການ​ເດີນທາງຢ້ຽມຢາມ​ປະ​ເທດ​ສີ​ລັງກາ ​ອອກ​ໄປ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ກຳລັງ​ຂອງ​ອັຟກາ​ນິສຖານ ​ໄດ້​ເລີ້ມ​ທຳ​ການ​ຊອກ​ຄົ້ນ​ຫາ​ພວກ​ທະຫານ​ທີ່ຫາຍ​ສາບ​ສູນ​ໄປ​ນັ້ນ​ແລ້ວ.

ກຸ່ມ​ຕາ​ລີ​ບັນ ​ໄດ້​ອ້າງ​ເອົາ​ຄວາມ​ຜິດ​ຊອບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້.
XS
SM
MD
LG