ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ປະນາມ ການໂຈມຕີ ສະພາແຫ່ງຊາດ ອັຟການິສຖານ ໂດຍພວກທາລີບານ


Aftermath of Taliban Attack On Afghan Parliament
please wait

No media source currently available

0:00 0:00:37 0:00

Construction workers eat lunch near a board with an artist's impression of the central business district, outside a construction site in Beijing, China.

ພວກ​ຫົວ​ຮຸນ​ແຮງ Taliban​ ທີ່​ຕິດ​ອາວຸດ​ໜັກ ໄດ້ແນ​ເປົ້າ​ໝາຍ
​ໃສ່ຕຶກສະພາແຫ່ງ​ຊາດ ຂອງ​ອັຟກາ​ນິສຖານ ​ໃນ​ວັນ​ຈັນ​ມື້​ນີ້ ​
ໃນ​ການ​ໂຈມ​ຕີ​ສະຫຼະຊີບທີ່​ປະກອບ​ດ້ວຍ​ການວາງ​ລະ​ເບີດ
ຫຼາຍບັ້ນ ພ້ອມ​ກັນ​ກັບການ​ ຍິງ​ໂຈມ​ຕີຢູ່​ນອກ​ອາຄານ ​ໃນ​ຂະນະ
​ທີ່ ບັນດາ​ຜູ້​ແທນປະຊຸມກັນ ​ຢູ່​ໃນ​ສະພາ.

ການ​ໂຈມ​ຕີ​ເລີ້ມ​ຕົ້ນ​ຂຶ້ນ ດ້ວຍ​ສຽງລະ​ເບີດ​ຢ່າງ​ໃຫຍ່ຢູ່​ປະຕູ​ທາງ​
ເຂົ້າ​ໃຫຍ່ ຕິດຕາມ​ດ້ວຍ​ການລະ​ເບີດ​ຫຼາຍໆ​ບັ້ນ ທີ່​ສົ່ງ​ຄວັນ​ໄຟ​
ພຸ້ງຂຶ່ນ​ສູ່​ທ້ອງ​ຟ້າ ຈາກ​ຕຶກ​ສະພາ ​ໃນ​ນະຄອນຫຼວງກາ​ບູລ ​ແລະ
​ກໍ່​ໃຫ້​ເກີດ​ໝອກ​ຄວັນ​ປົກ​ຄຸມ​ໄປ​ທົ່ວ ​ໃນ​ຂະນະ​ທີ່​ພວກ​ຜູ້ແທນ
​ພາກັນ​ແລ່ນ​ຫຼົບໜີ ດ້ວຍຄວາມ​ຕື່ນ​ຕົກ​ໃຈ.

ແຜນທີ່ ເຂດນະຄອນຫຼວງກາບູລ ບໍລິເວນສະພາແຫ່ງຊາດ, ປະເທດອັຟການິສຖານ.
ແຜນທີ່ ເຂດນະຄອນຫຼວງກາບູລ ບໍລິເວນສະພາແຫ່ງຊາດ, ປະເທດອັຟການິສຖານ.

ໂຄສົກກະຊວງພາຍ​ໃນ​ຄົນ​ໜຶ່ງ ກ່າວ​ວ່າ ມີ​ມື​ປືນ​ຕາ​ລີ​ບານ 7 ຄົນ​ທີ່​ມີ​ລະ​ເບີດ​ມັດ​ຕິດ​ຕົວ
ປະກອບສ່ວນ​ໃນ​ການ​ໂຈມ​ຕີ ​ແລະ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ໄດ້​ສັງຫານ​ທັງ​ໝົດ​ 7
ຄົນ ​ນັ້ນ. ການ​ໂຈມ​ຕີ​ດຳ​ເນີນ​ໄປ​ເກືອ​ບສອງ​ຊົ່ວ​ໂມງ. ກະຊວງ​ພາຍໃນ​ກ່າວ​ວ່າ ບໍ່​ມີ​ຜູ້​ແທນ​ຄົນ​ໃດ​ໄດ້​ຮັບ​ບາດ​ເຈັບ ​ແຕ່​ມີຄົນ​ອື່ນໆ​ຢ່າງ​ນ້ອຍ 30 ຄົນ​ໄດ້​ຮັບ​ບາດ​ເຈັບ ຮວມທັງ​ແມ່ຍິງ 5 ຄົນ​ແລະ​ເດັກນ້ອຍ 3 ຄົນ. ​ໃນ​ນັ້ນ ບາງ​ຄົນ​ມີ​ອາການ​ສາຫັດ.

ລົດຄັນນຶ່ງ ຖືກໄຟເຜົາໄໝ້ ຫຼັງຈາກລະເບີດແຕກຂຶ້ນ ຢູ່ໃກ້ໆ ລັດຖະສະພາອັຟການິສຖານ ໃນນະຄອນຫຼວງກາບູລ ປະເທດອັຟການິສຖານ, ວັນທີ 22 ມິຖຸນາ 2015.
ລົດຄັນນຶ່ງ ຖືກໄຟເຜົາໄໝ້ ຫຼັງຈາກລະເບີດແຕກຂຶ້ນ ຢູ່ໃກ້ໆ ລັດຖະສະພາອັຟການິສຖານ ໃນນະຄອນຫຼວງກາບູລ ປະເທດອັຟການິສຖານ, ວັນທີ 22 ມິຖຸນາ 2015.

ສະຖານທູດ​ສະຫະລັດ​ໃນ​ນະຄອນຫຼວງກາ​ບູລ ​ໄດ້​ອອກ​ຄຳ​ຖະ​ແຫຼງ ປະນາມ​ການ​ໂຈມຕີຄັ້ງ​ນີ້ ​ໂດຍ​ກ່າວ​ວ່າ “ການ​ໂຈມ​ຕີ​ຕໍ່​ສະພາ​ແຫ່ງ​ຊາດ ​ແມ່ນ​ສະ​ແດງ​ໃຫ້​ເຫັນ ຢ່າງ​ໂຈ່ງ​ແຈ້ງ ​ເຖິງການຂາດຄວາມ​ເຄົາລົບ​ນັບຖື​ຕໍ່ ປະຊາທິປະ​ໄຕ​ແລະການ​ປົກຄອງ​ດ້ວຍ​ຕົວ​ບົດ​ກົດໝາຍ.”

Afghanistan Violence
please wait
Embed

No media source currently available

0:00 0:01:00 0:00

ພວກ​ຕາ​ລີ​ບານ​ໄດ້​ອອກ​ຄຳ​ຖະ​ແຫຼງ ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ສຳ​ຫຼັບອັນ​ທີ່​ພວກ​ເຂົາ​ຮ້ອງ​ວ່າ ພາລະກິດ​ສະຫຼະຊີ​ບ.

ສະພາອັຟການິສຖານ ອະນຸມັດການຕໍ່ເວລາ ດຳລົງຕຳແໜ່ງ ຂອງຜູ້ແທນ:

Afghan Parliament Extends Its Term Amid Questions of Legality
please wait

No media source currently available

0:00 0:02:11 0:00

XS
SM
MD
LG