ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ກຸ່ມຕາລິບານ ພວມຂົ່ມຂູ່ ຕໍ່ເມືອງເອກແຂວງລັກແມນ ໃນອັຟການິສຖານ


ກຳລັງຮັກສາຄວາມປອດໄພອັຟານິສຖານ ມາເຖິງບ່ອນເວາງລະເບີດ ຢູ່ເຂດເມືອງຊາກາ ດາຣາ ນະຄອນຫຼວງກາບູລ ຂອງອັຟການິສຖານ ວັນທີ 14 ພຶອສະພາ 2021.
ກຳລັງຮັກສາຄວາມປອດໄພອັຟານິສຖານ ມາເຖິງບ່ອນເວາງລະເບີດ ຢູ່ເຂດເມືອງຊາກາ ດາຣາ ນະຄອນຫຼວງກາບູລ ຂອງອັຟການິສຖານ ວັນທີ 14 ພຶອສະພາ 2021.

ພວກເຈົ້າໜ້າທີ່ຢູໃນອັຟການິສຖານ ກ່າວໃນວັນອາທິດວານນີ້ວ່າ ກຳລັງຮັກສາຄວາມ
ປອດໄພ ໄດ້ທຳການສູ້ລົບຢ່າງດຸເດືອດ ກັບພວກກະບົດຕາລິບານ ເພື່ອ ປ້ອງກັນເຂົາ
ເຈົ້າບໍ່ໃຫ້ພວກເຂົາ ເຂົ້າຄວບຄຸມແຂວງທີ່ເປັນສູນກາງ ໃນພາກຕາ ເວັນອອກຂອງປະ
ເທດ ໃນຂະນະທີ່ກຳລັງຂອງຕ່າງປະເທດພາຍໃຕ້ການນຳພາ ຂອງສະຫະລັດ ພວມ
ຖອນອອກໄປ ຈາກປະເທດດັ່ງກ່າວ.

ພວກຕາລິບານໄດ້ບຸກເຂົ້າໄປໃກ້ເມືອງເມຕາລາມ (Mehtarlam) ເມືອງເອກ ຂອງ
ແຂວງລັກແມນ (Laghman) ທີ່ພວມມີການສູ້ລົບກັນ ຫຼັງຈາກໄດ້ຍຶດເອົາ ຄ້າຍທະຫານ
ທີ່ສຳຄັນໆ ຢູ່ອ້ອມແອ້ມເມືອງດັ່ງກ່າວ ໃນຕອນເຊົ້າຂອງມື້ວານນີ້. ພວກກະບົດໄດ້ເຂົ້າ
ຄວບຄຸມຫຼາຍໆເຂດ ໃນແຂວງດັ່ງກ່າວ ຫວ່າງມໍ່ໆມານີ້ໂດຍ ໄດ້ເຂົ້າຍຶດເອົາເຂດດໍລັດ
ຊາ (Dawlat Shah) ໃນວັນສຸກ ອາທິດແລ້ວນີ້ ຊຶ່ງ ໄດ້ແຜ້ວທາງໃຫ້ມີການໂຈມຕີ ຕໍ່
ເມືອງເມຕາລາມ.

ກະຊວງປ້ອງກັນປະເທດ ໄດ້ໃຫ້ການຢືນຢັນ ໃນຕອນແລງວັນອາທິດວານນີ້ວ່າ ຜູ້ບັນຊາ
ການກອງທັບບົກອັຟການິສຖານ ທ່ານໂມຮຳເໝັດ ຢາຊິນ ເຊຍ ພ້ອມ ທັງເປັນຜູ້ຮັກສາ
ການ ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ໄປເຖິງເມືອງ ເລັກແມນ ພ້ອມດ້ວຍພວກ
ເຈົ້າໜ້າທີ່ອະວຸໂສ ໃນດ້ານປ້ອງກັນປະເທດແລະນຳ ພາການປະຕິບັດງານບຸກໂຈມຕີ
ຕອບໂຕ້ຕໍ່ຕາລິບານຄືນ.

[[https://twitter.com/FawadAman2/status/1396509601684770818?s=20]]

ປະຊາຊົນ ແລະແຫຼ່ງຂ່າວດ້ານຄວາມປອດໄພໄດ້ລາຍງານວ່າ ມີການໂຈມຕີໜັກເກີດຂຶ້ນ
ໃກ້ຄຸກທີ່ສຳຄັນຂອງແຂວງ ແລະຢູ່ໃນຫຼາຍເຂດຂອງເມຕາລາມ. ທັງສອງຝ່າຍຕ່າງກໍລາຍ
ງານວ່າ ມີການບາດເຈັບລົ້ມຕາຍເກີດຂຶ້ນແຕ່ບໍ່ໄດ້ໃຫ້ ລາຍລະອຽດໂດຍທັນທີເທື່ອ.

ສື່ມວນຊົນອັຟການິສຖານ ລາຍງານວ່າ ການສູ້ລົບຢ່າງໜັກຍັງໄດ້ເກີດຂຶ້ນໃນ ຫຼາຍໆ
ເມືອງໃນແຂວງແບັກແລນ (Baghlan) ທາງພາກເໜືອຂອງປະເທດແລະບໍລິເວນອ້ອມ
ແອ້ມເມືອງຫຼວງ ປຸລ-ອີ ກຸມຣີ (Pul-e-Khumri). ຄວາມຮຸນແຮງໄດ້ເພີ້ມທະວີຂຶ້ນຢູ່ໃນ
ຫຼາຍໆແຂວງຂອງອັຟການິສຖານ ຫຼັງຈາກ ສະຫະລັດ ພ້ອມດ້ວຍບັນດາພັນທະມິດ ໃນ
ອົງການເນໂຕ້ (NATO) ໄດ້ເລີ້ມ ຖອນກຳລັງ ທີ່ຍັງເຫຼືອຢູ່ຈຸສຸດທ້າຍ ອອກຈາກປະເທດ
ດັ່ງກ່າວ ໃນວັນທີ 1 ພຶດ ສະພາຜ່ານມາ.

ພວກຕາລິບານ ນັບແຕ່ນັ້ນມາ ໄດ້ທຳການບຸກຄືບໜ້າ ແລະຂົ່ມຂູ່ເມືອງເອກຂອງຫຼາຍ
ແຂວງແລະໄດ້ຍຶດເອົາສີ່ເມືອງ ຊຶ່ງສອງແຫ່ງໃນຈຳນວນນັ້ນແມ່ນ ແມ່ນຢູ່ໃນແຂວງທີ່ຕັ້ງ
ຫ່າງຈາກນະຄອນຫຼວງກາບູລຂອງອັຟການິສຖານພຽງ 70 ກິໂລແມັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG