ບັນດາເຈົ້າໜ້າທີ່ຢູ່ພາກຕາເວັນອອກ ຂອງອັຟການິສຖານ
ກ່າວວ່າ ການໂຈມຕີດ້ວຍລົດລະເບີດສະຫລະຊີບແມ່ນແນ
ເປົ້າໝາຍໃສ່ຂະບວນລົດ ຂອງກຳລັງທະຫານສະຫະລັດ
ໃນວັນສຸກມື້ນີ້ ໂດຍເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສີ່ຄົນ
ແລະ ໄດ້ຮັບບາດເຈັບອີກ 12 ຄົນ.
ການໂຈມຕີໄດ້ເກີດຂື້ນໃກ້ກັບສະໜາມບິນໃນເມືອງ
Jalalabad ຊຶ່ງເປັນເມືອງ ຫລວງຂອງແຂວງ Nangarhar
ທາງພາກຕາເວັນອອກຂອງປະເທດ.
ກຸ່ມທາລິບານ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີດັ່ງກ່າວ.
ໂຄສົກຕຳຫລວດປະຈຳແຂວງ ຄົນນຶ່ງກ່າວວ່າ ບັນດາຜູ້ເຄາະຮ້າຍຈາກການ ໂຈມຕີດ້ວຍ
ລະເບີດໃນຄັ້ງນີ້ ແມ່ນພົນລະເຮືອນອັຟການິສຖານທັງໝົດ ແລະບໍ່ມີທະຫານສະຫະລັດ
ໄດ້ຮັບບາດເຈັບ.
ສ່ວນຢູ່ແຫ່ງອື່ນໆໃນວັນສຸກມື້ນີ້ ລະເບີດຂ້າງທາງລູກນຶ່ງໄດ້ສັງຫານຜູ້ໂດຍສານພົນລະ
ເຮືອນ ຢ່າງນ້ອຍ 12 ຄົນ ຢູ່ໃນແຂວງ Ghazni.