ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືລະເບີດ ສະຫຼະຊີບ ໂຈມຕີລົດບັສ ທະຫານ ອັຟການິສຖານ


ທະຫານ ອັຟການິສຖານ ຈູງເດັກນ້ອຍທີ່ໄດ້ຮັບບາດເຈັບເລັກ
ນ້ອຍອອກຈາກສະຖານທີ່ໂຈມຕີດ້ວຍລະເບີດສະຫຼະຊີບ
ໃນເຂດນອກຂອງເມືອງ Mazar-e-Sharif, ປະເທດ ອັຟການິຖານ, 8 ກຸມພາ, 2016.
ທະຫານ ອັຟການິສຖານ ຈູງເດັກນ້ອຍທີ່ໄດ້ຮັບບາດເຈັບເລັກ ນ້ອຍອອກຈາກສະຖານທີ່ໂຈມຕີດ້ວຍລະເບີດສະຫຼະຊີບ ໃນເຂດນອກຂອງເມືອງ Mazar-e-Sharif, ປະເທດ ອັຟການິຖານ, 8 ກຸມພາ, 2016.

ໃນວັນຈັນມື້ນີ້ ມືລະເບີດສະຫຼະຊີບຂອງພວກ ຕາລີບານ ຄົນໜຶ່ງ ໄດ້ຂ້າທະຫານ ອັຟການິສຖານ 3​ ຄົນ ແລະ ເຮັດໃຫ້ບາດເຈັບອີກ 18 ຄົນໃນແຂວງ Balkh ຢູ່ທາງພາກເໜືອຂອງປະເທດ.

ບັນດາເຈົ້າໜ້າທີ່ ອັຟການິຖານ ກ່າວເຖິງການລາຍງານເບື້ອງຕົ້ນ ຈາກສະຖານທີ່ເກີດເຫດວ່າ ລົດ ບັສ ທີ່ນຳສົ່ງເຈົ້າໜ້າທີ່ຂອງທະ ຫານບົກ ອັຟການິສຖານ ຫຼື ANA ໄດ້ຕົກເປັນເປົ້າໝາຍຂອງການ ໂຈມຕີໃນເມືອງ Dahdadi. ຜູ້ເຫັນເຫດການໄດ້ກ່າວຕໍ່ນັກຂ່າວ ທ້ອງຖິ່ນວ່າ ພວກເຂົາເຈົ້າໄດ້ ເຫັນຢ່າງໜ້ອຍ 8 ຄົນເສຍຊີວິດໃນ ບັນດາຜູ້ທີ່ໄດ້ຮັບເຄາະຮ້າຍນັ້ນ. ລາຍງານ ກ່າວວ່າໃນບັນດາຜູ້ ບາດເຈັບມີແມ່ຍິງ 3 ຄົນທີ່ເປັນທະຫານບົກໃນແຂວງ ດັ່ງກ່າວ.

ໂຄສົກຂອງພວກ ຕາລີບານ ທ່ານ Zabihullah Mujahid ໄດ້ກ່າວໃນຖະແຫຼງການສະບັບ ໜຶ່ງທີ່ສົ່ງເຖິງນັກຂ່າວໄດ້ອ້າງວ່າກຸ່ມຕໍ່ຕ້ານລັດຖະບານໄດ້ດຳເນີນການລະເບີດ ແລະ ບອກຈຳ ນວນຜູ້ທີ່ເສຍຊີວິດມີຫຼາຍກວ່ານັ້ນ. ລາວກ່າວວ່າ ມືລະເບີດໄດ້ຂຶ້ນໄປເທິງລົດບັສ ກ່ອນທີ່ມັນ ຈະກຽມພ້ອມຂົນສົ່ງທະຫານ ANA ເພື່ອປະຕິບັດໜ້າທີ່ປະຈຳວັນຂອງພວກເຂົາເຈົ້າ ແລະ ກໍໄດ້ລະເບີດຕົນເອງຂຶ້ນ.

ໃນເຫດການທີ່ຕ່າງຈາກກັນ, ມີຜູ້ເຂົ້າໂຈມຕີທີ່ບໍ່ສາມາດລະບຸໄດ້ ຍິງໂຈມຕີໃສ່ທະຫານຍາມ ທຳນຽບປະທານາທິບໍດີໃນແຂວງ Nangarhar ທາງພາກຕາເວັນອອກຂອງປະເທດ. ໂຄສົກ ລັດຖະບານແຂວງທ່ານ Attaullah Khogyani ກ່າວວ່າທະຫານຮັກສາຄວາມປອດໄພໄດ້ ຖືກໂຈມຕີພາຍໃນເຮືອນຂອງລາວ ແລະ ແມ່ຂອງລາວກໍໄດ້ຮັບບາດເຈັບດ້ວຍ.

ນາຍພົນ John Campbell, ຊ້າຍ, ຜູ້ບັນຊາການທະຫານ ສະຫະລັດ ແລະ ກອງກຳລັງ NATO ໃນ ອັຟການິສຖານ, ແລະ ລັດຖະມົນຕີຊ່ວຍວ່າການ ອັຟການິສໂານ ທ່ານ Masoom Stanekzai ຈັດກອງປະຊຸມທີ່ກະຊວງປ້ອງກັນປະເທດໃນນະຄອນຫຼວງ ກາບູລ. 7 ກຸມພາ 2016.
ນາຍພົນ John Campbell, ຊ້າຍ, ຜູ້ບັນຊາການທະຫານ ສະຫະລັດ ແລະ ກອງກຳລັງ NATO ໃນ ອັຟການິສຖານ, ແລະ ລັດຖະມົນຕີຊ່ວຍວ່າການ ອັຟການິສໂານ ທ່ານ Masoom Stanekzai ຈັດກອງປະຊຸມທີ່ກະຊວງປ້ອງກັນປະເທດໃນນະຄອນຫຼວງ ກາບູລ. 7 ກຸມພາ 2016.

ຄວາມຮຸນແຮງໄດ້ເກີດຂຶ້ນ 2 ມື້ຫຼັງຈາກປະເທດ ອັຟການິຖານ, ປາກິສຖານ, ຈີນ ແລະ ສະຫະ ລັດ ໄດ້ປະກາດການເຈລະຈາສັນຕິພາບໂດຍກົງລະຫວ່າງ ລັດຖະບານ ອັຟການິຖານ ກັບຕົວ ແທນຂອງພວກ ຕາລີບານ ທີ່ອາດຈະເກີດຂຶ້ນໃນທ້າຍເດືອນນີ້.

ບັນດານັກການທູດຈາກສີ່ປະເທດ ໄດ້ພົບປະກັນໃນນະຄອນຫຼວງ Islamabad ແລະ ໄດ້ຕົກ ລົງກັນກ່ຽວກັບ ແຜນການທີ່ຈະສະໜັບສະໜູນການເຈລະຈາສັນຕິພາບ ອັຟການິຖານ.

XS
SM
MD
LG