ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ຂອງພວກກະບົດຕາລີບານ ສັງຫານທະຫານອັຟການິສຖານ 6 ຄົນ


ກຳລັງຮັກສາຄວາມປອດໄພອັຟການິສຖານ ໃນລະຫວ່າງການສູ້ລົບ ກັບພວກກະບົດຕາລິບານ ໃນແຂວງລັກມານ ຢູ່ທາງພາກຕາເວັນອອກອັຟການິສຖານ ໃັນທີ 1 ມີນາ 2017.
ກຳລັງຮັກສາຄວາມປອດໄພອັຟການິສຖານ ໃນລະຫວ່າງການສູ້ລົບ ກັບພວກກະບົດຕາລິບານ ໃນແຂວງລັກມານ ຢູ່ທາງພາກຕາເວັນອອກອັຟການິສຖານ ໃັນທີ 1 ມີນາ 2017.

ຢ່າງໜ້ອຍມີທະຫານກອງທັບແຫ່ງຊາດອັຟການິສຖານ ຫົກຄົນໄດ້ຖືກຂ້າຕາຍ ແລະອີກຫ້າຄົນໄດ້ຮັບບາດເຈັບຈາກການໂຈມຕີຂອງພວກກະບົດຕາລິບານໃນ ແຂວງລັກມານ ຢູ່ທາງພາກຕາເວັນອອກອັຟການິສຖານ ໃນແລງວັນອາທິດທີ່ ຜ່ານມາ ອີງຕາມກະຊວງປ້ອງກັນປະເທດອັຟການິສຖານ.

ເຖິງຢ່າງໃດກໍດີ ແຫຼ່ງຂ່າວຂອງລັດຖະບານຜູ້ທີ່ບໍ່ປະສົງອອກຊື່ກ່າວວ່າ ຈຳນວນ ຜູ້ເສຍຊີວິດມີຢູ່ 10 ຄົນ ໃນຂະນະທີ່ມີຜູ້ໄດ້ຮັບບາດເຈັບຢູ່ເຈັດຄົນ ແລະພວກ
ປະຊາຊົນໃນທ້ອງຖິ່ນກ່າວວ່າ ສະມາຊິກກອງທັບແຫ່ງຊາດ ໄດ້ຖືກຂ້າຕາຍ 11 ຄົນ ແລະເກົ້າຄົນໄດ້ຮັບບາດເຈັບ.

ຖະແຫຼງການກະຊວງປ້ອງກັນປະເທດກ່າວວ່າ ກຳລັງອັຟການິສຖານໄດ້ໂຈມຕີ ສັດຕູໃຫ້ແຕກຖອຍໄປ ຢູ່ໃນເຂດເມືອງອາລິສຊິງແລະເຮັດໃຫ້ພວກກະບົດຕາລິ ບານເສຍຫາຍໜັກ ແຕ່ແຫຼ່ງຂ່າວລັດຖະບານກ່າວວ່າ ລົດຮໍາວີທະຫານອັຟກາ ນີິສຖານ ຢ່າງໜ້ອຍ 10 ຄັນ ໄດ້ຖືກທຳລາຍໃນການໂຈມຕີນີ້.

ປະຊາຊົນໃນທ້ອງຖິ່ນ ກ່າວວ່າ ທະຫານໄດ້ຕັ້ງປ້ອມຍາມຂຶ້ນໃໝ່ຢູ່ໃນໝູ່ບ້ານ. ພວກກະບົດຕາລິບານໄດ້ທຳການໂຈມຕີ ຫຼັງຈາກທະຫານໄດ້ໃຊ້ເວລາໃນຕອນ ກາງຄືນສ້າງຄ້າຍ ແລະໄດ້ເສີມກຳລັງໃໝ່. ໂຄສົກຕາລີບານ ທ້າວຊາບີອູລລາ ມູຈາຮີດ ໄດ້ກ່າວອ້າງເຖິງການໂຈມນີ້ ຢູ່ໃນຖະແຫຼງຂ່າວຕໍ່ພວກນັກຂ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG