ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມຕາລີບັນ ປາກິສຖານ ໂຈມຕີ ທະຫານບ້ານ ທີ່ເປັນຄູ່ແຂ່ງ (ສະໄລດ໌)


ພວກຜູ້ຊາຍປາກີສຖານ ກໍາລັງຫາມຄົນເຈັບຜູ້ນຶ່ງ ຈາກການໂຈມຕີ ຂອງພວກ​ຕາ​ລິ​ບັນ
ພວກຜູ້ຊາຍປາກີສຖານ ກໍາລັງຫາມຄົນເຈັບຜູ້ນຶ່ງ ຈາກການໂຈມຕີ ຂອງພວກ​ຕາ​ລິ​ບັນ
ພວກເຈົ້າ​ໜ້າ​ທີ່ປາ​ກິ​ສຖານ ກ່າວ​ວ່າ ມື​ລະ​ເບີດ​ສະລະ​ຊີບ​ຂອງ
​ກຸ່ມ​ຕາ​ລິ​ບັນ ​ໄດ້​ໂຈມ​ຕີ​ຄ້າຍ​ທະຫານບ້ານ​ທີ່​ເປັນ​ຄູ່​ປໍ​ລະ​ປັກກຸ່ມ
​ນຶ່ງ ໂດຍໄດ້​ສັງຫານ 13 ຄົນ.

​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຄົນ​ນຶ່ງຂອງ​ລັດຖະບານປາ​ກິ​ສຖານ​ ກ່າວ​ວ່າ
ມື​ລະ​ເບີດ​ສະລະ​ຊີບ​ຄົນ​ນີ້ ໄດ້​ຂັບ​ລົດ​ທີ່​ເຕັ​ມ​ໄປ​ດ້ວຍ​ລະ​ເບີດ​
ເຂົ້າ​ໄປ​ໃນ​ກອງ​ບັນຊາ​ການຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ທີ່​ຕໍ່ຕ້ານ​
ກຸ່ມ​ຕາ​ລິ​ບັນ ພາຍ​ໃຕ້​ການ​ບັງຄັບ​ບັນຊາຂອງທ່ານ Nabi
Hanfi ​ໃນ​ເຂດ​ຊົນ​ເຜົ່າ Orakzai ​ໃນ​ວັນ​ພະຫັດ​ມື້​ນີ້.
ນອກ​ນັ້ນ ຍັງ​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບຢ່າງ​ນ້ອຍ 6 ຄົນ ​ໃນ​ການ​
ໂຈມ​ຕີຄັ້ງນີ້​.

ໂຄສົກ​ຂອງ​ກຸ່​ມຕາ​ລິ​ບັນໄດ້​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດ​ຊອບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້. ​
ໂດຍກ່າວວ່າ ທ່ານ Hanfi ຜູ້​ທີ່​ລອດ​ຊີວິດ​ມາ​ໄດ້ນັ້ນຍັງ​ຈະ​ຢູ່​ໃນ​ລາຍ​ຊື່​ຂອງ​ພວກ​ທີ່​ຈະ
​ຕ້ອງ​ຖືກສັງຫານ​ຢູ່​ຕໍ່​ໄປ.

​ກຸ່ມຕາ​ລິ​ບັນ ​ໄດ້​ທຳ​ການ​ຕໍ່ສູ້​ມາ​ເປັນ​ເວລາ​ນຶ່ງທົດ​ສະ​ວັດ​ ​ເພື່ອ​ຊ່ວງ​ຊິງ​ເອົາ​ອຳນາດ​ໃນ​ເຂດ
ຊົນ​ເຜົ່າ ທາງ​ພາກຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກິສຖານ ​ໃນຄວາມພະຍາຍາມເພື່ອ​ຈະນຳ
​ເຂດ​ດັ່ງກ່າວມາຢູ່​ພາຍ​ໃຕ້​ກົດຂອງ​ສາສະໜາ​ອີສລາມ. ພວກຫົວໜ້າ​ຂອງ​ກຸ່ມທະຫານ​ບ້ານ
​ບາງ​ຄົນ ​ເຊັ່ນ​ທ່ານ Hanfi ​ໄດ້​ເຂົ້າ​ຮ່ວ​ມກັບ​ລັດຖະບານ​ເພື່ອຂັດຂວາງ​ການ​ດຳ​ເນີນຄວາມ
​ພະຍາຍາມເຫຼົ່ານີ້ຂອງ​ກຸ່ມ​ຕາ​ລິ​ບັນ.

XS
SM
MD
LG