ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

50 ຄົນ ຖືກຂ້າຕາຍ ໃນການໂຈມຕີ ໂດຍກຸ່ມຕາລີບານ ຢູ່ ສະໜາມບິນການດາຮາ

ກຳລັງຮັກສາຄວາມປອດໄພ ອັຟການິສຖານ ກວດກາຄວາມເສຍຫາຍ ຫຼັງຈາກເກີດການປະທະກັນ ລະຫວ່າງ ພວກນັກຕໍ່ສູ້ຕາລີບານ ແລະ ກຳລັງຮັກສາຄວາມປອດໄພ ອັຟການິສຖານ ໃນສະໜາມບິນ Kandahar, ປະເທດອັຟການິສຖານ, ວັນທີ 9 ທັນວາ 2015.
ກຳລັງຮັກສາຄວາມປອດໄພ ອັຟການິສຖານ ກວດກາຄວາມເສຍຫາຍ ຫຼັງຈາກເກີດການປະທະກັນ ລະຫວ່າງ ພວກນັກຕໍ່ສູ້ຕາລີບານ ແລະ ກຳລັງຮັກສາຄວາມປອດໄພ ອັຟການິສຖານ ໃນສະໜາມບິນ Kandahar, ປະເທດອັຟການິສຖານ, ວັນທີ 9 ທັນວາ 2015.

ການບຸກໂຈມຕີ ຂະໜາດໃຫຍ່ ຂອງພວກຕາລີບານ ຕໍ່ສະໜາມ
ບິນທີ່ສຳຄັນ ໃນພາກໃຕ້ຂອງອັຟການິສຖານ ໄດ້ສິ້ນສຸດລົງ ເມື່ອ
ຕອນແລງວັນພຸດວານນີ້ ອີງຕາມເຈົ້າໜ້າທີ່ອັຟການິສຖານຫຼາຍ
ທ່ານ ທີ່ໄດ້ກ່າວວ່າ ຈຳນວນຜູ້ເສຍຊີວິດ ​ໄດ້ເພີ້ມສູງຂຶ້ນ​ເປັນ
50 ຄົນ.

ກະຊວງປ້ອງກັນປະເທດຂອງອັຟການິສຖານ ໄດ້ກ່າວວ່າ ພົນ
ລະເຮືອນ 38 ຄົນ ທະຫານ 10 ຄົນ ແລະ ຕຳຫຼວດ 2 ຄົນ ຖືກ
ຂ້າຕາຍ ໃນການໂຈມຕີດັ່ງກ່າວ ຊຶ່ງໄດ້ເລີ້ມຕົ້ນຂຶ້ນ ໃນຕອນເຊົ້າ
ວັນອັງຄານມື້ກ່ອນນີ້ ຢູ່ທີ່ເດີນເຮືອບິນ Kandahar.

ຖະແຫລງການສະບັບນຶ່ງ ກ່າວອີກວ່າ ຫົວຮຸນແຮງຕາລີບານ ຄົນສຸດທ້າຍ ໃນຈຳນວນ
ທັງໝົດ 11 ຄົນ ທີ່ກ່ຽວຂ້ອງໃນການໂຈມຕີ ແມ່ນໄດ້ຖືກຂ້າຕາຍແລ້ວ ຫຼາຍກວ່າ 24 ຊົ່ວ
ໂມງ ຫຼັງຈາກການບຸກໂຈມຕີ ໄດ້ເລີ້ມຂຶ້ນ.

ຄົນອັຟການິສຖານ ຮັກສາຄວາມປອດໄພ ຜູ້ນຶ່ງ ຢືນຍາມ ຢູ່ທີ່ສະຖານີຕຳຫຼວດ ຫຼັງຈາກເກີດການປະທະກັນ ລະຫວ່າງ ຕຳຫຼວດອັຟການິສຖານ ແລະ ພວກຫົວຮຸນແຮງຕາລີບານ ໃນເມືອງ Kandahar ຢູ່ທາງພາກໃຕ້ຂອງນະຄອນ Kabul, ປະເທດອັຟການິສຖານ, ວັນທີ 8 ທັນວາ 2015.

ພວກວາງລະເບີດສະລະຊີບ ຕິດອາວຸດເຕັມອັດຕາ ໃສ່ເຄື່ອງແບບຂອງກຳລັງຮັກສາ
ຄວາມປອດໄພ ອັຟການິສຖານ ໄດ້ບຸກໂຈມຕີ້ເຂົ້າໄປໃນເດີ່ນເຮືອບິນ ຊຶ່ງເປັນຄ້າຍ
ທະຫານ ທີ່ລວມທັງ ທະຫານຂອງອົງການ NATO.

ບໍ່ມີລາຍງານການເສຍຊີວິດຂອງທະຫານ ອົງການເນໂຕ້.

ໂຄສົກຂອງກຸ່ມຕາລີບານ ນາຍ Zabihullah Mujahid ກ່າວວ່າ ພວກນັກຕໍ່ສູ້ຂອງຕົນ
ໄດ້ເຂົ້າໄປໃນຖານທັບນັ້ນ ແລະ ໄດ້ໂຈມຕີ ທະຫານຂອງທ້ອງຖິ່ນ ແລະທະຫານຕ່າງ
ຊາດ ຢູ່ທີ່ນັ້ນ. ລາວໄດ້ອ້າງວ່າ ການບຸກໂຈມຕີ ເຮັດໃຫ້ ທະຫານ 150 ຄົນ ເສຍຊີວິດ
ແຕ່ກຸ່ມກະບົດອິສລາມຫົວຮຸນແຮງຈັດຈຸນີ້ ປົກກະຕິແລ້ວໄດ້ກ່າວເກີນຄວາມເປັນຈິງ ​
ໃນການອ້າງກ່ຽວ​ກັບການເສຍຊີວິດນັ້ນ.

ກຸ່ມຕາລີບານຍັງໄດ້ເປີດເຜີຍພາບຂອງອັນທີ່ຕົນກ່າວວ່າ ເປັນທະຫານ 10 ຄົນ ໃນ
ເຄື່ອງແບບ ທີ່ຖືກສົ່ງໄປໂຈມຕີສະໜາມບິນ Kandahar.

​ເຈົ້າໜ້າ​ທີ່​ອັຟກາ​ນິສຖານ​ກ່າວ​ວ່າ​ ພວກ​ກະບົດ​ເ​ລີ້ມ​ໂຈມ​ຕີ​ ຈາກ​ບໍລິ​ເວນ ​ຄຸ້ມເຮືອນ​ຄົນ
ຕັ້ງ​ຢູ່.

Kandahar Attack
please wait
Embed

No media source currently available

0:00 0:00:38 0:00

XS
SM
MD
LG