ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລີບານ ໂຈມຕີ ກົງສຸນເຢຍຣະມັນ ເຮັດໃຫ້ 6 ຄົນ ເສຍຊີວິດ


ກຳລັງຮັກສາຄວາມສະຫງົບອັຟການິສຖານ ແລະ ອົງການເນໂຕ້ ສືບສວນເບິ່ງບໍລິເວນ ທີ່ເກີດລະເບີດ ໃກ້ສະຖານທູດເຢຍຣະມັນ.
ກຳລັງຮັກສາຄວາມສະຫງົບອັຟການິສຖານ ແລະ ອົງການເນໂຕ້ ສືບສວນເບິ່ງບໍລິເວນ ທີ່ເກີດລະເບີດ ໃກ້ສະຖານທູດເຢຍຣະມັນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ເຢຍຣະມັນ ກ່າວ​ໃນ​ວັນ​ສຸກ​ມື້ນີ້ວ່າ ພະນັກງານ​ກົງສຸນ​ທຸກໆ​ຄົນ​ແມ່ນ​ປອດ​ໄພແລະ​ບໍ່​ໄດ້​ຮັບ​ອັນຕະລາຍ​ໃດໆຫລັງ​ຈາກ​ໄດ້​ມີ​ການໂຈມ​ຕີ​ສະຫຼະ​ຊີບໃສ່ ​ອາຄານກົງສຸນ ​ໃນ​ພາກ​ເໜືອ​ອັຟກາ​ນິສຖານ.

ທ່ານ Frank-Walter Steinmeier ​ໄດ້​ສະ​ແດງ​ຄວາມ​ເສົ້າສະຫລົດ​ໃຈ ​ຕໍ່​ພວກ​ທີ່​ເສຍ​ຊີ ວິດ​ເວລາ​ພວກ​ຄົນ​ຮ້າຍ​ໃຊ້​ລົດ​ລະ​ເບີດ​ສະຫຼະຊີບ​ ແລ່ນ​ເຂົ້າຕຳ​ກົງສຸນ ທີ່ເມືອງ Mazar-i-Sharif ​ທີ່​ເຮັດ​ໃຫ້ 6 ຄົນ ​ເສຍ​ຊີວິດ ​ແລະ​ອີກ 100 ກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບ ສ່ວນ​ໃຫຍ່​ແລ້ວເປັນ​ພົນລະ​ເຮືອນ.

ພວກ​ນັກ​ລົບ​ຂອງ​ກຸ່ມ​ຕາ​ລີ​ບານ​ ໃນ​ພາກ​ເໜືອ​ຂອງ​ອັຟກາ​ນິສຖານ ​ໄດ້​ສ້າງ​ຄວາມເສຍ​ຫາຍ​ຮ້າຍ​ແຮງ​ໃຫ້​ແກ່​ກົງສຸນ​ເຢຍຣະມັນ ຫລັງ​ຈາກ​ພວກ​ເຂົາ ​ໄດ້​ບຸກ​ເຂົ້າ​ໄປ ​ໃນ​ຕຶກ​ອາ ຄານ ​ໃນ​ລະຫວ່າງ​ການ​ສູ້​ລົບ​ກັນ​ຢ່າງ​ດຸ​ເດືອດທີ່​ມີ​ຂຶ້ນ​ເປັນ​ເວລາ​ຫຼາຍຊົ່ວ​ໂມງ. ​ເຫດ​ລະ​ເບີດ​ໃນ​ຂັ້ນຕົ້ນຢູ່​ນອກ​ກົງສຸນ​ເຢຍຣະມັນ​ ​ແມ່ນ​ມາ​ຈາກ​ລົດ​ບັນທຸກ​ລະ​ເບີດທີ່​ໄດ້​ແຕກ​ຂຶ້ນ ​ແລະ​ໄດ້​ທຳລາຍ​ເຄື່ອງ​ປ້ອງກັນ​ຢູ່​ຂ້າງ​ນອກ​ຕຶກ​ກົງສຸນແລະ​ເຮັດ​ໃຫ້​ອາຄານ​ສັ່ນ​ສະ​ເທືອ​ນ​ແລະ​ກໍ​ປ້ອງ​ຢ້ຽມ​ແຕກ ໃນ​ບໍລິ​ເວນ​ກວ້າງ.

ເມືອງ Mazar-i-Sharif ໃນປະເທດອັຟການິສຖານ
ເມືອງ Mazar-i-Sharif ໃນປະເທດອັຟການິສຖານ

ໂຄສົກ​ຄົນ​ນຶ່ງ​ຂອງ​ກຸ່ມ​ກະບົດ​ອິສລາມ​ດັ່ງກ່າວ​ໃນ​ອັຟກາ​ນິສຖານ ກ່າວ​ວ່າ ພວກໂຈມ​ຕີ​ດ້ວຍ​ລະ​ເບີດ​ສະຫຼະຊີບຕາ​ລີ​ບານ​ທີ່​ຕິດ​ອາວຸດ​ເຕັມ​ອັດຕາ​ຫຼາຍໆ​ຄົນ ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ກົງສຸ​ນ​ເຢຍຣະມັນ ບໍ່​ດົນລຸນ​ຫລັງ​ທີ່​ ລົດ​ບັນທຸກ​ລະ​ເບີດ​ ໄດ້​ແຕກ​ຂຶ້ນ ຫຼັງຈາກ 11 ​ໂມງ​ກາງຄືນຕາມ​ເວລາ​ທ້ອງ​ຖິ່ນ. ​ເມື່ອ​ເຄື່ອງ​ປ້ອງ​ກັນ​ກົງ​ສຸນ ຖືກທຳລາຍ​ດ້ວຍ​ລະ​ເບີດແລ້ວ ​ເຈົ້າໜ້າ​ທີ່​ຕຳຫຼວດທ້ອງ​ຖິ່ນ​ຄົນ​ນຶ່ງ​ກ່າວ​ວ່າ ຜູ້​ໂຈມ​ຕີສະຫລະຊີບ​ອີກ​ຄົນ​ນຶ່ງ​ກໍ​ໄດ້​ນຳ​ເອົາ​ ລົດທີ່​ບັນຈຸ​ລະ​ເບີດ​ຂອງ​ລາວ ​ແລ່ນ​ເຂົ້າຕຳ​ກຳ​ແພງ​ຕຶກ​ທາງ​ດ້ານ​ໜ້າ.

ຍາດພີ່ນ້ອງຂອງຜູ້ເສຍຊີວິດ ນັ່ງຢູ່ໃກ້ໆ ກັບຜູ້ຄົນທີ່ຕາຍຄົນນຶ່ງ ໃນລະຫວ່າງ ການປະທະກັນ
ຍາດພີ່ນ້ອງຂອງຜູ້ເສຍຊີວິດ ນັ່ງຢູ່ໃກ້ໆ ກັບຜູ້ຄົນທີ່ຕາຍຄົນນຶ່ງ ໃນລະຫວ່າງ ການປະທະກັນ

ທະຫານ​ຂອງ​ອົງການ​ເນ​ໂຕ້ ​ແລະ​ກຳລັງ​ຮັກສາ​ຄວາມ​ສະຫງົບ​ອັຟກາ​ນິສຖານ​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້ເຂົ້າ​ໄປ​ປ້ອງ​ກັນ​ຕຶກ​ກົງສຸນ ​ແລະ​ກະກຽມ​ຍົກຍ້າຍ​ເຈົ້າໜ້າທີ່​ອອກ​ໄປ. ການ​ປະຕິບັດ​ງານ​ດັ່ງ​ກ່າວ​ ໄດ້​ມີ​ການ​ຊັກ​ຊ້າ ຍ້ອນ​ເປັນ​ຫ່ວງ​ຢ້ານ​ມີ​ການວາງລະ​ເບີດ​ໃສ່​ຕື່ມ ​ໂດຍ​ພວກ​ໂຈມ​ຕີ.

​ເຈົ້າໜ້າ​ທີ່​ອັຟກາ​ນິສຖານ​ກ່າວ​ວ່າ ຕົນ​ໄດ້​ປິດ​ລ້ອມ​ບໍລິ​ເວນ​ອ້​ອມ​ແອ້ມ​ກົງສຸນ​ເຢຍຣະມັນ​ແລ້ວ ຊຶ່ງ​ເຄີຍ​ເປັນ​ໂຮງ​ແຮມ​ມາ​ກ່ອນ. ລາຍ​ງານ​ຂ່າວ ​ຈາກບ່ອນ​ເກີດ​ເຫດ​ແຈ້ງວ່າ ​ເຮຣີ ຄອບ​ເຕີ້​ອົງການ​ເນ​ໂຕ້​ໄດ້​ບິນ​ຕິດຕາມ​ເບິ່ງການ​ສູ້​ລົບ​ກັນ​ຢູ່ເທິງ​ອາກາດ.​

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG