ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລີບານ ໂຈມຕີຄ້າຍທະຫານ ໃນພາກໃຕ້ ອັຟການິສຖານ


ແຂວງ Kandahar ອັຟການິສຖານ
ແຂວງ Kandahar ອັຟການິສຖານ

ກະຊວງປ້ອງກັນປະເທດອັຟການິສຖານ ກ່າວວ່າ ມີທະຫານຢ່າງນ້ອຍ 43 ຄົນເສຍຊີວິດ ຫຼັງຈາກທີ່ກອງກຳລັງກຸ່ມຕາລິບານ ບຸກໂຈມຕີຄ້າຍທະຫານແຫ່ງນຶ່ງ ໃນພາກໃຕ້ຂອງອັຟ
ການິສຖານ ໃນວັນພະຫັດມື້ນີ້.

ນອກນັ້ນ ຍັງມີທະຫານ 9 ຄົນ ໄດ້ຮັບບາດເຈັບໃນການໂຈມຕີ ໃນຕອນເຊົ້າມືດ ຕໍ່ຄ້າຍ
ທະຫານ ທີ່ຕັ້ງຢູ່ໃນເມືອງ Kandahar ໃນຂະນະທີ່ ອີກ 6 ຄົນ ຫາຍສາບສູນ. ກະຊວງ
ປ້ອງກັນປະເທດ ຍັງກ່າວອີກວ່າ ພວກໂຈມຕີຂອງກຸ່ມຕາລິບານ 10 ຄົນ ໄດ້ເສຍຊີວິດ.

ໃນຖະແຫຼງການສະບັບນຶ່ງ ທີ່ອອກມາອ້າງເອົາຄວາມຮັບຜິດຊອບກ່ຽວກັບການໂຈມຕີ
ຄັ້ງນີ້ກຸ່ມຕາລິບານ ກ່າວວ່າ ມີທະຫານ 60 ຄົນ ໄດ້ຖືກຂ້າຕາຍ.

ການໂຈມທີ່ວ່ານີ້ ໄດ້ເລີ່ມຂຶ້ນດ້ວຍການວາງລະເບີດສະລະຊີບ ແລະດຳເນີນຕໍ່ໄປ ດ້ວຍ
ພວກມືປືນ ບຸກລະດົມຍິງ ເຂົ້າໄປໃນຄ້າຍດັ່ງກ່າວ.

ນີ້ແມ່ນການໂຈມຕີທີ່ຮ້າຍແຮງຄັ້ງທີ 3 ໂດຍກຸ່ມຕາລິບານ ຕໍ່ຄ້າຍກອງກຳລັງຮັກສາ
ຄວາມປອດໄພໃນສັບປະດານີ້, ຊຶ່ງທັງໝົດນັ້ນ ແມ່ນມີຂຶ້ນແບບຄ້າຍຄືກັນ. ມີຢ່າງນ້ອຍ
52 ຄົນ ເສຍຊີວິດ ຈາກການໂຈມຕີດັ່ງກ່າວ ໃສ່ສູນກາງຝຶກແອບຕຳຫຼວດ ໃນເມືອງ
Gardez ທາງພາກຕາເວັນອອກຂອງປະເທດ ໃນວັນອັງຄານຜ່ານມານີ້ ຊຶ່ງມີການໂຈມ
ຕີຢູ່ອີກບ່ອນນຶ່ງ ໃນມື້ດຽວກັນນີ້ ທີ່ແຂວງ Ghazni ທາງພາກໃຕ້ຂອງປະເທດນັ້ນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG