ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໐ ພຶດສະພາ ໒໐໒໕

ກຸ່ມ​ຕາ​ລິ​ບັນ ​ໂຈມ​ຕີ ໂຮງການ ລັດຖະບານ ອັຟກາ​ນິສຖານ ສັງຫານ 12 ຄົນ


ພວກຕຳຫຼວດຊ່ອຍພະຍຸງເພື່ອນສະຫາຍຜູ້ບາດເຈັບ ຈາກເຫດລະເບີດໃນບໍລິເວນຕຶກໂຮງການລັດຖະບານ
ພວກຕຳຫຼວດຊ່ອຍພະຍຸງເພື່ອນສະຫາຍຜູ້ບາດເຈັບ ຈາກເຫດລະເບີດໃນບໍລິເວນຕຶກໂຮງການລັດຖະບານ

ເຈົ້າໜ້າທີ່​ອັຟກາ​ນິສຖານ ກ່າວ​ວ່າ ການ​ໂຈມ​ຕີ​ຂອງກຸ່ມ​ຕາ​ລິ​ບັນ
ຕໍ່ບໍລິເວນຕຶກໂຮງການ ແຫ່ງນຶ່ງຂອງ​ລັດຖະບານ ​ໃນ​ພາກ​ຕາ​ເວັນ
​ອອກ​ຂອງ​ປະ​ເທດ ​ໄດ້​ສັງຫານ ຢ່າງ​ນ້ອຍ 12 ຄົນ ​ແລະ​ບາດ​ເຈັບ​
ອີກ ຢ່າງ​ນ້ອຍ 80 ຄົນ.

ຕຳຫຼວດ​ກ່າວ​ວ່າ ພວກໂຈມຕີໄດ້ບີບຄະນວນລະເບີດ ທີ່ຫ້າງ​
ໃສ່​ລົດ​ບັນທຸກໃຫຍ່ 2 ຄັນໃຫ້ ແຕກຂຶ້ນ ​ໃນ​ເຊົ້າ​ວັນ​ພະຫັດ​ມື້​ນີ້ຢູ່ຂ້າງນອກ​ຫ້ອງການສືບລັບ​ຂອງອັຟກາ​ນິສຖານ ​ໃນ​ແຂວງGhazni ເຮັດ​ໃຫ້ແກ້ວປະຕູປ່ອງຢ້ຽມ​ແຕກ​ກະຈາຍ ທີ່ພາ​ໃຫ້
​ຜູ້​ຄົນ​ບາດ​ເຈັບ​ຫຼາຍ​ຄົນ. ຕຳຫຼວດ 8 ຄົນ ແມ່ນຮວມຢູ່​ໃນ​ຈຳນວນຂອງຜູ້​ທີ່​ເສຍ​ຊີວິດ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ເຫດລະ​ເບີດ​ຫຼາຍ​ບັ້ນ​ແມ່ນ​ມີ​ຂຶ້ນ ຫຼັງຈາກ​ມີການຍິງຕໍ່ສູ້ກັນ ກັບກຳລັງ ຮັກສາຄວາມ​ປອດ​ໄພ​ຂອງອັຟກາ​ນິສຖານ ທີ່​ໄດ້​ສັງຫານ​ພວກ​ໂຈມ​ຕີ 19 ຄົນ​.

ກຸ່ມ​ຕາ​ລິ​ບັນ ​ໄດ້ອ້າງ​ເອົາ​ຄວາມ​ຮັບຜິດຊອບ ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້.

ການໂຈມ​ຕີດັ່ງກ່າວ ​ແມ່ນ​ໄດ້​ເນັ້ນໃຫ້ເຫັນເຖິງຄວາມບໍ່ປອດໄພທີ່ເພີ້ມທະວີຂຶ້ນຢູ່ໃນ​ອັຟກາ​ນິສຖານ ຊຶ່ງໃນເວລານີ້​ກຳລັງດີ້ນຮົນຕໍ່ສູ້ກັບວິກິດການ​ທາງ​ດ້ານການ​ເມືອງທີ່​ພົວພັນ​ກັບການ​ຂັດແຍ້ງກ່ຽວກັບຜົນການເລືອກຕັ້ງປະທານາທິບໍດີ.

XS
SM
MD
LG