ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

8 ຄົນ ຖືກຂ້າຕາຍ ໃນການບຸກໂຈມຕີເຮືອນ ສະມາຊິກສະພາ ໂດຍກຸ່ມຕາລີບານ


ຊາຍອັຟການິສຖານ ຄົນໜຶ່ງ ຍົກຍ້າຍເຄື່ອງຂອງທີ່ຖືກໄຟເຜົາ ອອກຈາກເຮືອນ ຂອງສະມາຊິກສະພາ ທີ່ໄດ້ຖືກໂຈມຕີ ໂດຍພວກຫົວຮຸນແຮງ ຕາລີບານ, ວັນທີ 21 ທັນວາ 2016, ໃນນະຄອນຫຼວງ Kabul, Afghanistan.
ຊາຍອັຟການິສຖານ ຄົນໜຶ່ງ ຍົກຍ້າຍເຄື່ອງຂອງທີ່ຖືກໄຟເຜົາ ອອກຈາກເຮືອນ ຂອງສະມາຊິກສະພາ ທີ່ໄດ້ຖືກໂຈມຕີ ໂດຍພວກຫົວຮຸນແຮງ ຕາລີບານ, ວັນທີ 21 ທັນວາ 2016, ໃນນະຄອນຫຼວງ Kabul, Afghanistan.

ບັນດາເຈົ້າໜ້າທີ່ ອັຟການິສຖານ ກ່າວວ່າ ການບຸກໂຈມຕີຂ້າມຄືນໃນ​ແລງວັນພຸດ
ວານນີ້ ທີ່ແນເປົ້າໝາຍໃສ່ ເຮືອນສະມາຊິກສະພາທ່ານໜຶ່ງ ຢູ່ໃນນະຄອນຫຼວງ
ກາບູລ ເຮັດໃຫ້ຢ່າງໜ້ອຍ 8 ຄົນ ເສຍຊີວິດ ແລະ ອີກຫຼາຍຄົບາດເຈັບ.

ການປິດລ້ອມ ​ເປັນ​ເວລາ 13 ຊົ່ວໂມງ ໄດ້ສິ້ນສຸດລົງ ເມື່ອຕອນເຊົ້າຂອງວັນພະຫັດ
ມື້ນີ້ ເວລາມີການຍິງຕອບໂຕ້ກັນ ກັບໜ່ວຍກຳລັງພິເສດ ຂອງອັຟການິສຖານ ເຮັດໃຫ້ ພວກຄົນຮ້າຍທັງໝົດຖືກຂ້າຕາຍ ດັ່ງທີ່ທາງການຕຳຫຼວດໄດ້ບອກແກ່ບັນດານັກຂ່າວ.

ຕຳຫຼວດ ອັຟການິສຖານ ພວມແນມເບິ່ງ ຢູ່ດ້ານນອກ ເຮືອນພັກ ຂອງສະມາຊິກສະພາທ່ານໜຶ່ງ ທີ່ໄດ້ຖືກໂຈມຕີ ໂດຍພວກຫົວຮຸນແຮງ ຕາລີບານ, ວັນທີ 21 ທັນວາ 2016, ໃນນະຄອນຫຼວງ Kabul ຂອງ Afghanistan.
ຕຳຫຼວດ ອັຟການິສຖານ ພວມແນມເບິ່ງ ຢູ່ດ້ານນອກ ເຮືອນພັກ ຂອງສະມາຊິກສະພາທ່ານໜຶ່ງ ທີ່ໄດ້ຖືກໂຈມຕີ ໂດຍພວກຫົວຮຸນແຮງ ຕາລີບານ, ວັນທີ 21 ທັນວາ 2016, ໃນນະຄອນຫຼວງ Kabul ຂອງ Afghanistan.

ທ່ານ Malim Mer Wali ສະມາຊິກສະພາ ຈາກແຂວງ Helmand ຢູ່ທາງພາກໃຕ້ ຂອງປະເທດ ໄດ້ຮັບບາດເຈັບ ຫຼັງຈາກທີ່ເພິ່ນໄດ້ໂດດລົງ ຈາກຫຼັງຄາເພື່ອຫລົບໜີ. ປະຊາຊົນ​ໃນ​ເຂດ​ທ້ອງ​ຖິ່ນຍັງໄດ້ຍິນສຽງລະເບີດດັງຂຶ້ນຢ່າງແຮງສອງເທື່ອ ໃນລະ
ຫວ່າງ ທີ່​ມີ​ການປິດລ້ອມຢູ່ນັ້ນ.

ສື່ມວນຊົນທ້ອງຖິ່ນ ໄດ້ລາຍງານວ່າ ຢ່າງນ້ອຍ ຄົນຮ້າຍຜູ້ໜຶ່ງ ໃນຈຳນວນທັງໝົດ ໄດ້ບີບຂະນວນລະເບີດ ທີ່ມັດ​ຕິດ​ກັບ​ໂຕ​ຂອງ​ລາວ ໃນເວລາການໂຈມໄດ້ເລີ້ມຕົ້ນຂຶ້ນ.

ໂຄສົກຂອງກຸ່ມຕາລີບານ ໄດ້ອ້າງເອົາຄວາມຮັບຜິດຊອບ ໂດຍກ່າວວ່າ ມືລະເບີດ ສະຫຼະຊີບສອງຄົນ ທີ່ຕິດອາວຸດເຕັມອັດຕາໄດ້ບຸກເຂົ້າໄປໃນອາຄານ ເມື່ອຕອນ ແລງວັນພຸດວານນີ້ ເວລາກອງປະຊຸມ ດ້ານຄວາມປອດໄພ ກັບບັນດາເຈົ້າໜ້າທີ່ ອາວຸໂສຂອງທະຫານ ​ໃນແຂວງ Helmand ເຂົ້າຮ່ວມນຳ ກຳລັງດຳເນີນ​ໄປ​ຢູ່.

ໂຄສົກຂອງກຸ່ມຕາລີບານ ໄດ້ຢືນຢັນວ່າ ການບຸກໂຈມຕີດັ່ງກ່າວ ໄດ້ສັງຫານ “ບຸກຄົນສຳຄັນ” ຢ່າງໜ້ອຍ 20 ຄົນ ແລະ ໄດ້ເຮັດໃຫ້ອີກຫຼາຍຄົນບາດເຈັບ. ກຸ່ມຕາລີບານ ມັກ​ເປີດ​ເຜີຍຕົວເລກ ຂອງຜູ້ເສຍຊີວິດແລະບາດເຈັບ ສູງເກີນ
ຄວາມ​ເປັນ​ຈິງຢູ່ເລື້ອຍໆ ​ໃນການໂຈມຕີ​ແບບນີ້.

ແຂວງ Helmand ເປັນແຂວງໜຶ່ງທີ່ໃຫຍ່ທີ່ສຸດໃນຈຳນວນທັງໝົດ 34 ແຂວງ ຂອງອັຟການິສຖານ ແລະ ຫຼາຍໆເມືອງຂອງແຂວງນີ້ ​ໄດ້​ຖືກກຸ່ມຕາລີບານ​ເຂົ້າ
ຍຶດ​ເອົາ ເມື່ອສອງສາມເດືອນຜ່ານມານີ້ ໃນຂະນະທີ່ເມືອງ Lashkargah ຊຶ່ງ ​
ເປັນ​ເມືອງ​ເອກຂອງແຂວງ ຍັງຢູ່ພາຍໃຕ້ຄວາມກົດດັນ ຈາກກຸ່ມພວກກະບົດ
ດັ່ງກ່າວນີ້ຢູ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Afghanistan Attack
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG