ກຸ່ມຕາລີບານໄດ້ໂຈມຕີຖານທັບບົກໃນພາກໃຕ້ຂອງປະເທດ ອັຟການິສຖານ, ສັງຫານທະຫານຢ່າງໜ້ອຍ 10 ຄົນ ແລະ ບາດເຈັບ 4 ຄົນ.
ຖະແຫຼງການສະບັບນຶ່ງຂອງກອງທັບ ອັຟການິສຖານ ໄດ້ກ່າວໃນວັນເສົາວານນີ້ວ່າ ການໂຈມຕີດ້ວຍລະເບີດ ແລະ ປືນຂອງພວກກະບົດໃນຕອນເຊົ້າມືດໄດ້ເກີດຂຶ້ນໃນແຂວງ ແຮລມານ, ບ່ອນທີ່ເມືອງສ່ວນຫຼາຍແມ່ນຖືກຄວບຄຸມໂດຍກຸ່ມຕາລີບານ.
ໂຄສົກລັດຖະບານປະຈຳແຂວງທ່ານ ໂອມາ ຊແວັກ (Omar Zwak) ໄດ້ກ່າວຕໍ່ວີໂອເອວ່າມືສັງຫານໄດ້ກົດປຸ່ມລະເບີດ ກ່ອນທີ່ຈະບຸກເຂົ້າໄປໃນຖານທັບໃນເມືອງ ແຊນກິນ (Sangin) . ທ່ານໄດ້ກ່າວວ່າ ການປະທະກັນທີ່ຕາມມາໄດ້ດຳເນີນໄປເປັນເວລາຫຼາຍຊົ່ວໂມງ ແລະ ທັງສອງຝ່າຍກໍມີຜູ້ເສຍຊີວິດ ແລະ ບາດເຈັບ. ທ່ານ ສວັກ ບໍ່ໄດ້ໃຫ້ລາຍລະອຽດເພີ່ມເຕີມ.
ແນວໃນກໍຕາມ, ເຈົ້າໜ້າທີ່ ອັຟາກິສຖານ ໃນທ້ອງຖິ່ນໄດ້ກ່າວຕໍ່ວີໂອເອ ໂດຍບໍ່ອອກຊື່ວ່າ ການໂຈມຕີຂອງກຸ່ມຕາລີບານໄດ້ສັງຫານທະຫານ 17 ຄົນ ແລະ ບາດເຈັບ 6 ຄົນ. ສື່ມວນຊົນໃນທ້ອງຖິ່ນໄດ້ລາຍງານວ່າ ກຸ່ມຕາລີບານໄດ້ຂຸດອຸໂມງເພື່ອເຂົ້າໄປຫາຖານກອງທັງບົກນັ້ນ.
ໂຄສົກກຸ່ມຕາລີບານຄົນນຶ່ງໄດ້ອ້າງໃນຖະແຫຼງການວ່າ ນັກຮົບຂອງພວກເຮົາໄດ້ບຸກເຂົ້າໄປໃນຖານທັບບົກ ແລະ ຂ້າກອງກຳລັງທະຫານ ອັຟການິສຖານ 26 ຄົນ, ເຖິງແນວໃນກໍຕາມການກ່າວອ້າງຂອງກຸ່ມກະບົດນັ້ນມັກຈະເກີດຄວາມຈິງ. ເມືອງ ຊາງກິນ ແມ່ນຖືກຄວບຄຸມໂດຍພວກກະບົດເປັນສ່ວນໃຫຍ່.
ໃນອາທິດນີ້ກຸ່ມຕາລີບານໄດ້ດຳເນີນການໂຈມຕີຊ້ຳກັນຕໍ່ກອງກຳລັງ ອັຟການິສຖານ ໃນຫຼາຍແຂວງຕ່າງກັນ, ກໍ່ໃຫ້ມີຜູ້ເສຍຊີວິດຫຼາຍສິບຄົນ ແລະ ໄດ້ເຂົ້າໄປຢູ່ເຕັມໃນເຂດແດນນັ້ນ. ນຶ່ງໃນການໂຈມຕີຕ່າງໆໃນແຂວງ ຄັນດຸສ ເມື່ອວັນຈັນທີ່ຜ່ານມາ ກໍໄດ້ເຮັດໃຫ້ທະຫານ ອາເມຣິກັນ ຄົນນຶ່ງເສຍຊີວິດເຊັ່ນກັນ.
ການໂຈມຕີທີ່ມີຄວາມຮຸນແຮງຂຶ້ນຂອງພວກກະບົດ ໄດ້ເກີດຂຶ້ນເຖິງແມ່ນໄດ້ມີການຮຽກຮ້ອງໂດຍ ສະຫະລັດ ໃຫ້ກຸ່ມຕາລີບານ ລຸດຜ່ອນຄວາມຮຸນແຮງ ເພື່ອຊ່ວຍຂະບວນການສັນຕິພາບທີ່ເປັນບັນຫາ ເຊິ່ງແນເປົ້າໃສ່ການເລີ່ມຕົ້ນການເຈລະຈາລະຫວ່າງ ອັຟການິສຖານ ເພື່ອສິ້ນສຸດສົງຄາມ 18 ປີນັ້ນ.
ໃນວັນສຸກທີ່ຜ່ານມາ, ໜັງສີພິມ Wall Street Journal ໄດ້ລາຍງານວ່າ ສະພາການນຳ ຕາລີບານ ໄດ້ຕົກລົງໃນວັນພຸດແລ້ວນີ້ ສຳລັບການຢຸດຍິງນຶ່ງອາທິດ, ໂດຍອ້າງເຖິງຄົນນຶ່ງທີ່ໄດ້ຮັບການແນະນຳໂດຍເຈົ້າໜ້າທີ່ອາວຸໂສຂອງກຸ່ມຕາລີບານ ທີ່ເຂົ້າຮ່ວມໃນກອງປະຊຸມໃນເມືອງ ເກັດຕາ, ຢູ່ສຳນັກງານໃຫຍ່ຂອງກຸ່ມນັ້ນ.
ໜັງສືພິມດັ່ງກ່າວໄດ້ເວົ້າວ່າ ມັນບໍ່ແນ່ນອນໃນທັນທີທັນໃດວ່າ ການເຄື່ອນໄຫວດັ່ງກ່າວຈະເຮັດໃຫ້ມີການຕົກລົງກັນກັບ ສະຫະລັດ ທີ່ຈະລວມມີການຫຼຸດກຳລັງທະຫານ ອາເມຣິກັນ ປະມານ 13,000 ຄົນໃນ ອັຟການິສຖານ.