ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຕາລີບານ ລອບສັງຫານ ເຈົ້າໜ້າທີ່ ຮັກສາ ຄວາມສະຫງົບ ຜູ້ສຳຄັນ ຂອງອັຟການິສຖານ


ແຜນທີ່ເຂດແຂວງ ກັນດາຮາຣ
ແຜນທີ່ເຂດແຂວງ ກັນດາຮາຣ

ບັນດາເຈົ້າໜ້າທີ່ ໃນອັຟການິສຖານ ກ່າວວ່າ ຜູ້ບັນຊາການລະດັບສູງ ດ້ານຄວາມສະ
ຫງົບຂອງພາກພື້ນ ແລະ ພວກອາລັກຂາຂອງຜູ້ກ່ຽວຈຳນວນນຶ່ງ ໄດ້ຖືກສັງຫານ ໃນ
ການໂຈມຕີດ້ວຍລະເບີດ ຢູ່ໃນພາກໃຕ້ຂອງອັຟການິສຖານ ເມື່ອຕອນເຊົ້າວັນພຸດມື້ນີ້.

ບັນດາເຈົ້າໜ້າທີ່ອັຟການິສຖານ ໄດ້ລະບຸໂຕ ຊາຍຜູ້ຖືກຂ້າຕາຍຄື ທ່ານ ຈານານ ມາມາ
ຜູ້ທີ່ນຳພາ ໜ່ວຍຮັບມືກັບເຫດວິກິດການ ໃຫ້ແກ່ກຳລັງຕຳຫຼວດຊາຍແດນ ໃນແຂວງ
ກັນດາຮາຣ.

ໂຄສົກຂອງລັດຖະບານຂັ້ນແຂວງ ໄດ້ກ່າວວ່າ “ລະເບີດໜຽວ” ລູກນຶ່ງ--ທີ່ເປັນອຸປະ
ກອນ ລະເບີດ ຕິດກັບແຜໜຽວ -- ໄດ້ຖືກນຳໄປຕິດໃສ່ລົດຂອງຜູ້ບັນຊາການຕຳຫຼວດ.

ພວກກະບົດ ຕາລີບານ ໄດ້ອ້າງເອົາຄວາມຮັບຜິດຊອບ ຢ່າງໄວວາ ສຳລັບ ແຜນການ
ສັງຫານ ອັນທີ່ເອີ້ນ ວ່າ “ລະເບີດຍຸດທະວິທີ” ຕໍ່ຂະບວນລົດຂອງທ່ານ ຈານານ ຢູ່
ໃນເມືອງຫຼວງຂອງແຂວງດັ່ງກ່າວ ທີ່ເອີ້ນກັນອີກວ່າ ກັນດາຮາຣ. ເມື່ອໄວໆມານີ້
ພວກກະບົດໄດ້ ນຳໃຊ້ພວກລະເບີດໜຽວຫຼາຍຂຶ້ນ ເພື່ອແນເປົ້າໝາຍໃສ່ ພວກເຈົ້າ
ໜ້າທີ່ຮັກສາຄວາມສະຫງົບຂອງອັຟການິສຖານ.

ໃນຖະແຫລງການສະບັບນຶ່ງ ທີ່ໄດ້ສົ່ງໄປໃຫ້ສື່ມວນຊົນ ໂດຍມີ ໂຄສົກຂອງກຸ່ມຕາລີ
ບານ ໄດ້ອ້າງເອົາການລະເບີດທີ່ໄດ້ສັງຫານເຈົ້າໜ້າທີ່ຮັກສາຄວາມສະຫງົບ ອີກ 6 ຄົນ
ແຕ່ຫາກວ່າ ພວກກະບົດໄດ້ອ້າງ ຈຳນວນຂອງການເສຍຊີວິດ ຫຼາຍເກີນກວ່າຄວາມຈິງ.

ພວກກະບົດ ໄດ້ອະທິບາຍວ່າ ຜູ້ບັນຊາການຕຳຫຼວດທີ່ໄດ້ຖຶກສັງຫານ ນັ້ນວ່າ ເປັນ
ພັນທະມິດທີ່ສຳຄັນ ຂອງສະຫະລັດ ຢູ່ໃນຂົງເຂດທາງພາກໃຕ້ຂອງອັຟການິສຖານ.

ທ່ານ ຈານານ ໄດ້ເປັນຜູ້ໃກ້ຊິດ ກັບ ພົນເອກ ອັບດຸລ ຣາເຊກ ຫົວໜ້າຕຳຫຼວດໜ່ວຍ
ຕໍ່ຕ້ານກຸ່ມຕາລີບານຂອງແຂວງ.

ຄາດກັນວ່າ ກຸ່ມຕາລີບານ ຈະປະກາດອັນທີ່ເອີ້ນວ່າ "ການໂຈມຕີໃນລະດູບານໃໝ່"
ປະຈຳປີ ຂອງຕົນ ໃນທ້າຍເດືອນນີ້ ທີ່ນຳໄປສູ່ ການຍົກລະດັບຂຶ້ນອີກ ໃນສະມໍລະພູມ
ການໂຈມຕີຂອງພວກກະບົດ ທົ່ວປະເທດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG