ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມຕາລິບານ ຈັບຫົວໜ້າ ສະຖານີໂທລະພາບ ເອກກະຊົນ ທີ່ມີຊື່ສຽງຂອງອັຟການິສຖານ


ແຜນທີ່ປະເທດອັຟການີິສຖານ ແລະບັນດາປະເທດເພື່ອນບ້ານ.
ແຜນທີ່ປະເທດອັຟການີິສຖານ ແລະບັນດາປະເທດເພື່ອນບ້ານ.

ເຈົ້າຂອງສະຖານີໂທລະພາບອັຟການີິສຖານທີ່ມີຊື່ສຽງຍັງບໍ່ເປັນທີ່ຊາບກັນວ່າ ລາວຢູ່ໃສ
ນຶ່ງມື້ຫຼັງຈາກທີ່ລາວໄດ້ຖືກຈັບໂຕໄປ ໂດຍກຸ່ມຕາລິບານໃນວັນອາທິດທີ່ຜ່ານມາ ອີງຕາມ
ລູກຊາຍທີ່ເປັນຜູ້ບໍລິຫານ.

ທ່ານ ໂມຮຳມັດ ອາຣິຟ ນູຣີ (Mohammad Arif Noori) ຜູ້ກໍ່ຕັ້ງແລະເປັນເຈົ້າຂອງໂທລະ
ພາບນູຣີ (Noori TV) ຊຶ່ງເປັນນຶ່ງໃນຜູ້ນຳໜ້າ ລະບົບເຄືອຂ່າຍໂທລະພາບເອກກະຊົນ
ຂອງອັຟການິສຖານ ໄດ້ຖືກນຳພາໂຕອອກຈາກເຮືອນຂອງທ່ານຢູ່ໃນນະຄອນຫຼວງກາບູລ
ເມື່ອຕອນບ່າຍວັນອາທິດ ອີງຕາມລູກຊາຍຂອງທ່ານ ທ່ານ ໂຣມັນ ນູຣີ (Roman Noori.)

ທ່ານ ນູຣີ ຜູ້ເປັນລູກຊາຍ ໄດ້ກ່າວຫາກຳລັງກຸ່ມຕາລິບານ ໃນການ “ບຸກເຂົ້າກວດຄົ້ນ”
ເຮືອນຂອງຄອບຄົວລາວ ໂດຍປາດສະຈາກໜັງສືໝາຍຈັບ ກ່ອນທີ່ຈະນຳພາໂຕພໍ່ຂອງ”
ລາວ ໄປສະຖານທີ່ທີ່ບໍ່ຊາບຈຸດໝາຍ.

ທ່ານ ນູຣີ ກ່າວຢູ່ໃນວີດີໂອ ທີ່ໄດ້ເຜີຍແຜ່ຢູ່ໃນສື່ສັງຄົມ ໃນວັນຈັນວານນີ້ວ່າ “ພວກເຮົາ
ບໍ່ໄດ້ຍິນຫຍັງໝົດຈາກລາວ ໃນເກືອບ 24 ຊົ່ວໂມງ ແລະພວກເຈົ້າ ໜ້າທີ່ບໍ່ໄດ້ແບ່ງປັນ
ຂໍ້ມູນໃດໆແກ່ພວກເຮົາ.”

ສາເຫດທ່ານ ນູຣີ ຜູ້ເປັນພໍ່ທີ່ຖືກຈັບໄປນັ້ນ ຍັງບໍ່ເປັນທີ່ຊາບໄດ້. ແຕ່ໂຄສົກຂອງກູ່ມຕາ
ລິບານ ທ່ານ ຊາບີຮູລລາ ມູຈາຮີດ (Zabilullah Mujahid) ກ່າວຕໍ່ສະມາຄົມນັກຂ່າວ
ອິດສະຫຼະ ອັຟການິສຖານ (AIJA) ວ່າການຈັບກຸມບໍ່ໄດ້ພົວພັນກັບກິດຈະການໃດໆ ”
ໃນດ້ານສື່ມວນຊົນຂອງທ່ານ ນູຣີ ສະມາຄົມ AJIA ຊຶ່ງໄດ້ກ່າວຢູ່ໃນຖະແຫຼງການ ທີ່
ສົ່ງໄປຫາວີໂອເອ.

ຄະນະກຳມະການ ໂຄງການນັກຂ່າວ ຫຼື (CPJ) ໄດ້ຮຽກຮ້ອງໃຫ້ປ່ອຍໂຕ ທ່ານ ໂມ
ຮໍາມັດ ອາຣິຟ ນູຣີ ໃນທັນທີ ແລະບໍ່ມີເງື່ອນໄຂໃດໆ.

ຢູ່ໃນຖະແຫຼງການ CPJ ກ່າວວ່າ ພວກຜູ້ຊາຍຫຼາຍສິບຄົນຕິດອາວຸດ ໄດ້ລະບຸໂຕ
ພວກເຂົາເຈົ້າວ່າ ເປັນສະມາຊິກທະຫານບ້ານ ທີ່ພົວພັນກັບກຸ່ມຕາລິບານທີ່ຄວບ
ຄຸມຕຳຫຼວດຂອງເມືອງ ໃນນະຄອນກາບູລ ໄດ້ບຸກເຂົ້າໄປໃນເຮືອນຂອງທ່ານ ນູຣີ
ແລະຄວບຄຸມທ່ານ.

ຜູ້ປະສານງານ CPJ Asia ທ່ານ ສຕີເວັນ ບັດເລີ (Steven Butler) ກ່າວຢູ່ໃນ
ຖະແຫຼງການອ້າງເຖິງທ່ານ ໂມຮຳມັດ ອາຣິຟ ນູຣີ ວ່າ “ການກັກຂັງເຈົ້າຂອງສື່
ມວນຊົນ ທ່ານອາແຣຟ ນູຣີ (Aref Noori) ໂດຍຕາລິບານພົວພັນກັບທະຫານ
ບ້ານ ເປັນຂີດໝາຍທີ່ຮ້າຍແຮງຕໍ່ການໂຈມຕີສື່ມວນຊົນອິດສະຫຼະຢູ່ໃນ ອັຟ
ການິສຖານ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG