ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານ ຂອງ ສປຊ ເຕືອນວ່າ ກຸ່ມຕາລິບານ ຈະໃຊ້ກຳລັງເຂົ້າຍຶດ ໃນສິ່ງທີ່ຕົນບໍ່ໄດ້ຮັບ ໃນການເຈລະຈາ


ທະຫານມາຣີນຂອງສະຫະລັດ ຮ່າຍກະສອບຊາຍຢູ່ຕໍ່ຫນ້າຄ້າຍ, ໃກ້ກັບປ້າຍທີ່ເຕືອນທຸກໆຄົນວ່າ ກອງກໍາລັງຕາລິບານອາດຈະຢູ່ທົ່ວທຸກທິດທາງ ໃນພາກໃຕ້ຂອງອັຟການິສຖານ, ເມື່ອວັນທີ 1 ທັນວາ ປີ 2001.
ທະຫານມາຣີນຂອງສະຫະລັດ ຮ່າຍກະສອບຊາຍຢູ່ຕໍ່ຫນ້າຄ້າຍ, ໃກ້ກັບປ້າຍທີ່ເຕືອນທຸກໆຄົນວ່າ ກອງກໍາລັງຕາລິບານອາດຈະຢູ່ທົ່ວທຸກທິດທາງ ໃນພາກໃຕ້ຂອງອັຟການິສຖານ, ເມື່ອວັນທີ 1 ທັນວາ ປີ 2001.

ກຸ່ມຕາລິບານ (Taliban) ເບິ່ງຄືວ່າ ພ້ອມທີ່ຈະໃຊ້ກໍາລັງເຂົ້າຍຶດເອົາໃນສິ່ງທີ່ພວກເຂົາບໍ່ໄດ້ຮັບໃນການເຈລະຈາ ເມື່ອກອງທັບສະຫະລັດ ແລະກອງກໍາລັງປະສົມ ເສັດສິ້ນການຖອນໂຕອອກຈາກອັຟການິສຖານ, ອີງຕາມຂໍ້ມູນ ໃນການປະເມີນໃຫມ່ ຈາກຫນ່ວຍສືບລັບຂອງປະເທດສະມາຊິກສະຫະປະຊາຊາດ.

ລາຍງານທີ່ນຳອອກເຜີຍແຜ່ ໂດຍທີມກວດສອບການລົງໂທດ ຂອງອົງການສະ ຫະປະຊາຊາດໃນອັຟການິສຖານເມື່ອວັນພະຫັດວານນີ້, ເຕືອນວ່າ ໃນຂະນະທີ່ກຸ່ມຕາລິບານ ໃນດ້ານເຕັກນິກແລ້ວ ຍັງຄົງປະຕິບັດຕາມເງື່ອນໄຂຂອງຂໍ້ຕົກລົງໃນປີກາຍນີ້ກັບສະຫະລັດ, ພວກເຂົາໄດ້ຍຶດອໍານາດໄວ້ແໜ້ນເຊິ່ງຄວບຄຸມໂດຍ ກົງ ຫົວເມືອງທີ່ເປັນສູນກາງການປົກຄອງຂອງປະເທດຫລາຍກ່ວາເຄິ່ງນຶ່ງ, ໃນຂະນະທີ່ກໍາລັງຍາດແຍ່ງເພື່ອເຂົ້າຄວບຄຸມໃຫ້ໄດ້ 70 ເປີເຊັນຂອງດິນແດນ ທີ່
ຢູ່ນອກເຂດເທດສະບານ.

ແລະອົງການສືບລັບຂອງປະເທດສະມາຊິກສະຫະປະຊາໄດ້ເຕືອນວ່າ ນີ້ອາດຈະເປັນພຽງຈຸດເລີ້ມຕົ້ນເທົ່ານັ້ນ.

ອົງການສະຫະປະຊາຊາດ ກ່າວວ່າ “ກຸ່ມຕາລິບານໄດ້ກ່າວໂອ້ອວດ ແລະລາຍງານ ກ່ຽວກັບການກຽມພ້ອມຢ່າງເຂັ້ມແຂງສໍາລັບການບຸກໂຈມຕີໃນລະດູໃບໄມ້ປົ່ງ ສະແດງໃຫ້ເຫັນວ່າກຸ່ມນີ້ມີແນວໂນ້ມທີ່ຈະເພີ້ມປະຕິບັດງານທາງທະຫານໃນປີ 2021 ບໍ່ວ່າຈະມີການປະກາດກ່ຽວກັບການບຸກໂຈມຕີໃນລະດູໃບໄມ້ປົ່ງນີ້ຫລືບໍ່ກໍ່ຕາມ.”

ອົງການສືບລັບບົ່ງຊີ້ໃຫ້ເຫັນວ່າ ຜູ້ບັນຊາການຂອງກຸ່ມຕາລິບານໄດ້ລວມກໍາລັງຂອງພວກເຂົາໄວ້ ອ້ອມຫົວເມືອງສໍາຄັນຕ່າງໆພ້ອມທີ່ຈະໂຈມຕີ, ເຊິ່ງເປັນສ່ວນນຶ່ງຂອງຍຸດທະສາດ “ກໍາໜົດຮູບແບບການປະຕິບັດງານໃນອະນາຄົດເມື່ອກອງທະຫານຕ່າງປະເທດທີ່ຈາກໄປ ບໍ່ສາມາດຕອບໂຕ້ຢ່າງມີປະສິດທິພາບໄດ້ອີກ”.

ລາຍງານຂອງອົງການສະຫະປະຊາຊາດໄດ້ເຕືອນເພີ້ມເຕີມວ່າ ມີຫຼັກຖານພຽງເລັກນ້ອຍທີ່ສະແດງໃຫ້ເຫັນວ່າ ກຸ່ມຕາລິບານໄດ້ດຳເນີນການເພື່ອຕັດຄວາມສໍາພັນກັບກຸ່ມກໍ່ການຮ້າຍອາລ-ກາອິດາ (al-Qaida) ຕາມທີ່ກໍາໜົດໄວ້ ໃນຂໍ້ຕົກ ລົງກັບສະຫະລັດ.

ໃນທາງກົງກັນຂ້າມ, ໜ່ວຍສືບລັບໄດ້ສະແດງໃຫ້ເຫັນ ເຖິງຄວາມສໍາພັນ ລະ ຫວ່າງກຸ່ມຕາລິບານ ແລະອາລ-ກາອິດາ “ເຕີບໃຫຍ່ຂະຫຍາຍໂຕຂຶ້ນຢ່າງເລິກ ເຊິ່ງ ອັນເປັນຜົນມາຈາກພັນທະສ່ວນຕົວຂອງການແຕ່ງງານແລະການເປັນຮຸ້ນສ່ວນຮ່ວມກັນໃນການຕໍ່ສູ້ ເຊິ່ງຂະນະນີ້ ໄດ້ມີການຝັງແໜ້ນໂດຍຜ່ານສາຍສໍາພັນຂອງຄົນຮຸ້ນທີສອງ”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG