ພວກເຈົ້າໜ້າອາເມຣິກັນ ແລະຕາລີບານ ພ້ອມແລ້ວ ທີ່ຈະພົບປະກັນ ໃນວັນຈັນຈະ
ມາເຖິງນີ້ ຢູ່ປາກິສຖານ ໃນການເຈລະຈາສັນຕິພາບໂດຍກົງຮອບໃໝ່ ທີ່ແນໃສ່ເພື່ອ
ແຜ້ວທາງໄປສູ່ການຕົກລົງທາງດ້ານການເມືອງ ໃນການຍຸດຕິສົງຄາມທີ່ດຳເນີນມາ
17 ປີ ໃນອັຟກາສິນຖານ.
ຈົນເຖິງປັດຈຸບັນນີ້ ມີແຕ່ປະເທດກາຕາ ແລະສະຫະລັດອາຣັບເອເມີເຣັສ ທີ່ຕັ້ງຢູ່ໃນ
ອ່າວອາຣາເບຍເທົ່ານັ້ນ ໄດ້ຫລິ້ນບົດບາດ ເປັນເຈົ້າພາບ ຈັດກອງປະຊຸມ ບ່ອນທີ່ຜູ້
ຕາງໜ້າພິເສດສະຫະລັດ ຮັບຜິດຊອບ ໃນການສ້າງຄວາມປອງດອງຊາດຢູ່ອັຟກາ
ນິສຖານ ທ່ານຊາລເມ ຄາລີລຊາດ ແລະຜູ້ເຈລະຈາອະວຸໂສຂອງ ພວກກະບົດ ທ່ານ
ເຊີຣ ມູຮໍາມັດ ອັບບັສ ສຕານິກໄຊ ໄດ້ນຳພາຄະນະເຈລະຈາເຂົາເຈົ້າ.
ຢູ່ໃນການພົບປະເທື່ອແລ້ວ ທີ່ໄດ້ຈັດຂຶ້ນຢູ່ໂດຮາ ນະຄອນຫຼວງກາຕານັ້ນ ທັງສອງ
ຝ່າຍໄດ້ຕົກລົງກັນກ່ຽວກັບຮ່າງ ການຖອນທະຫານສະຫະລັດທີ່ອາດມີຂຶ້ນ ເພື່ອເປັນ
ການແລກປ່ຽນ ກັບການຄ້ຳປະກັນ ໃນການຕໍ່ຕ້ານ ການກໍ່ການຮ້າຍຂອງກຸ່ມຕາລີ
ບານ ໂດຍກ່າວວ່າເຂົາເຈົ້າຈັດຕັ້ງສອງກຸ່ມເຮັດວຽກ ເພື່ອກຳນົດຂອບເຂດ ກ່ອນ
ພວກເຂົາເຈົ້າພົບກັນອີກເທື່ອໜ້າ.
ໂຄສົກກຸ່ມຕາລີບານ ທ່ານຊາບີຮູລລາຮ ມູຈາຮິດ ໄດ້ປະກາດ ໃນວັນພຸດວານນີ້ວ່າ
ກອງປະຊຸມໃນວັນທີ 18 ກຸມພາ ມີກຳນົດທີ່ຈະໄຂຂຶ້ນຢູ່ນະຄອນອິສລາມາບັດໃນ
ການເຊື້ອເຊີນທີ່ເປັນທາງການຂອງລັດຖະບານປາກິສຖານ. ເຈົ້າໜ້າ ທີ່ອະວຸໂສ
ກະຊວງຕ່າງປະເທດປາກິສຖານ ໄດ້ຢືນຢັນຢ່າງເປັນທາງການ ກ່ຽວກັບການເຄື່ອນ
ໄຫວດັ່ງກ່າວຕໍ່ວີໂອເອ ໂດຍຂໍສະຫງວນຊື່.
ຢູ່ໃນຖະແຫຼງການ ທ່ານມູຈາຮິດກ່າວວ່າ ຜູ້ຕາງໜ້າຂອງພວກກະບົດ ໃນລະຫວ່າງ
ການຢ້ຽມຢາມນັ້ນ ເຂົາເຈົ້າຍັງຈະພົບປະກັບນາຍົກລັດຖະມົນຕີປາກິສຖານ ທ່ານອິມ
ຣານ ຄານ ເພື່ອຫາລືກ່ຽວກັບຄວາມສຳພັນ ລະຫວ່າງສອງປະເທດເພື່ອນບ້ານ ແລະ
ບັນຫາຕ່າງໆທີ່ພວມປະເຊີນໜ້າ ໂດຍພວກອົບພະຍົບ ແລະນັກທຸລະກິດອັຟກາ
ນິສຖານ.
ປາກິສຖານຢືນຢັດວ່າ ຕົນໄດ້ຈັດໃຫ້ມີການເຈລະຈາລະຫວ່າງສະຫະລັດ ແລະ ກຸ່ມ
ຕາລີບານ ເພື່ອຊ່ວຍສົ່ງເສີມສັນຕິພາບ ແລະການສ້າງຄວາມປອງດອງຊາດ ໃນອັຟ
ການິສຖານ.
ໃນວັນອັງຄານທີ່ຜ່ານມາ ກຸ່ມຕາລີບານໄດ້ປະກາດໃຫ້ຊາບ ກ່ຽວກັບຄະນະເຈລະຈາ
14 ຄົນຂອງຕົນ ຈຳນວນນຶ່ງຢູ່ໃນກາຕາ ໃນຂະນະທີ່ຄົນອື່ນໆກ່າວກັນ ວ່າ ຢູ່ໃນປາ
ກິສຖານ.
ການເຈລະຈາທີ່ຍັງດຳເນີນຢູ່ຕໍ່ມາລະຫວ່າງສະຫະລັດ ກັບກຸ່ມຕາລີບານໄດ້ເຮັດໃຫ້ມີ
ຄວາມຫວັງ ກ່ຽວກັບການລິເລີ້ມ ຂັ້ນຕອນສັນຕິພາບ ຂອງພັກຝ່າຍຕ່າງໆໃນອັຟກາ
ນິສຖານ ເພື່ອເລືອກເອົາອະນາຄົດທາງດ້ານການເມືອງຂອງປະເທດທີ່ປະສົບກັບໄພ
ສົງຄາມດັ່ງກ່າວ.