ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​ກຸ່ມ​ຕາ​ລີ​ບານ ໂຈມ​ຕີ ຂະ​ບວນ​​ລົດຂອງ​ພວກ​ຕຳ​ຫຼວດ ອັ​ຟ​ກາ​ນິ​ສ​ຖານ


ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ກວດ​ກາ​ສະ​ຖານ​ທີ່ ​ທີ່​ຖືກ​ໂຈມ​ຕີ​ຢ່າງ​ໜັກ ໃນ​ໃຈກາງ​ນະ​ຄອນ​ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ, 12 ພະ​ຈິກ 2018.
ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ກວດ​ກາ​ສະ​ຖານ​ທີ່ ​ທີ່​ຖືກ​ໂຈມ​ຕີ​ຢ່າງ​ໜັກ ໃນ​ໃຈກາງ​ນະ​ຄອນ​ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ, 12 ພະ​ຈິກ 2018.

​ບັນ​ດາ​ເຈົ້າ​ໜ້າ​ທີ່ຮັກສາຄວາມ​ປອດ​ໄພ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ກ່າວ​ວ່າ
ກຸ່ມ​ຕາ​ລີ​ບານ ໄດ້​ດັກ​ສະ​ກັດ​ໂຈມ​ຕີ​ຂະ​ບວນລົດຂອງ​ພວກ​ຕຳ​ຫຼວດໃນ​ແຂວງ​ຟາ​ຕາ ຊຶ່ງ​ໄດ້​
ສັງ​ຫານ ເຈົ້າ​ໜ້າ​ທີ່ ຕຳ​ຫຼວດ 20 ຄົນ.

ອົງ​ການ​ຂ່າວ​ເອ​ພີ (Associated Press) ກ່າວ​ວ່າ ​ຂະ​ບວນ​ຂອງ​ພວກ​ຕຳ​ຫຼວດ ທີ່​ເດີນ
​ທາງ​ໃນ​ວັນ​ອາ​ທິດ​ວານ​ນີ້ ໃນ​ເຂດ​ທີ່​ໃກ້​ໆກັບ (Lash wa Juwayn) ເພື່ອ​ແນະ​ນຳໂຕ​
ຜູ້​ບັງ​ຄັບ​ບັນ​ຊາການ​ຕຳ​ຫຼວດຄົນໃໝ່​ທີ່​ຫາ​ກໍ​ຖືກ​ແຕ່ງ​ຕັ້ງ.

ຜູ້​ບັງ​ຄັບ​ບັນ​ຊາ​ຕຳ​ຫຼວດຄົນໃໝ່ ໄດ້​ຖືກ​ສັງ​ຫານ ໃນ​ການ​ໂຈມ​ດີ​ທີ່​ວ່າ​ນີ້ ອີງ​ຕາມ​ລາຍ​ງານ​
ຂອງ​ເອ​ພີ.

​ກຸ່ມ​ຕາ​ລີ​ບານ ໄດ້​ເພີ້ມ​ການ​ກະ​ທຳ​ຢ່າງ​ໄຮ້​ຢາງ​ອາຍ ໃນ​ການ​ໂຈມ​ຕີ​ເກືອບ​ວ່າ​ທຸກ​ມື້​ຂອງ
​ພວກ​ເຂົາ ໃສ່ກອງ​ກຳ​ລັງ​ທະ​ຫານ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ແລະ​ກອງ​ກຳ​ລັງ​ຮັກ​ສາ​ຄວາມ
​ປອດໄພ ໃນ​ທົ່ວ​ປະ​ເທດ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG