ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກະ​ບົດ ຕາ​ລີ​ບານ ປະ​ຕິ​ຍານວ່າ ຈະ​ໂຈມ​ຕີ ແລະ ກໍ່​ກວນ​ການ​ເລືອກ​ຕັ້ງ ອັ​ຟ​ກາ​ນິ​ສ​ຖານ


ຜູ້​ຊາຍ ອັ​ຟ​ກາ​ນິ​ສ​ຖານ ຄົນ​ນຶ່ງ​ເດີນ​ທາງ​ຮອດ​ສູນ​ລົງ​ທະ​ບຽນ ຜູ້​ລົງ​ຄະ​ແນນ​ສຽງ ສຳ​ລັບການ​ເລືອກ​ຕັ້ງ ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ເມືອງ ໃນ​ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ. 23 ເມ​ສາ, 2018.
ຜູ້​ຊາຍ ອັ​ຟ​ກາ​ນິ​ສ​ຖານ ຄົນ​ນຶ່ງ​ເດີນ​ທາງ​ຮອດ​ສູນ​ລົງ​ທະ​ບຽນ ຜູ້​ລົງ​ຄະ​ແນນ​ສຽງ ສຳ​ລັບການ​ເລືອກ​ຕັ້ງ ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ເມືອງ ໃນ​ນະ​ຄອນຫຼວງ ກາ​ບູ​ລ, ອັ​ຟ​ກາ​ນິ​ສ​ຖານ. 23 ເມ​ສາ, 2018.

ພວກ​ກະ​ບົດ ຕາ​ລີ​ບານ ໄດ້​ສັ່ງ​ໃຫ້​ນັກ​ຮົບຂອງ​ພວກ​ເຂົາ ​ໂຈມ​ຕີ​ບັນ​ດາ​ເຈົ້າ​ໜ້າ​ທີ່ ແລະ
ກອງກຳລັງຮັກສາຄວາມປອດໄພ ຜູ້ທີ່ຊ່ວຍເຫຼືອໃນການຈັດການເລືອກຕັ້ງສະພາແຫ່ງ
ຊາດຂອງເດືອນນີ້ໃນປະເທດ ອັຟການິສຖານ, ແລະ ໄດ້ປະນາມຂະບວນການດັ່ງ
ກ່າວນັ້ນວ່າ “ປອມ” ແລະ “ຫຼອກລວງຢ່າງສິ້ນເຊີງ.”

​ໃນຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ ພວກ​ກະ​ບົ​ດ​ອິ​ສ​ລາມ ທີ່ເປີດ​ເຜີຍ​ໃນ​ວັນ​ຈັນ​ມື້ນີ້ ໄດ້ຮຽກ​
ຮ້ອງບັນດາຜູ້ລົງແຂ່ງຂັນ ແລະ ຜູ້ລົງຄະແນນສຽງ ບໍ່ໃຫ້ໄປລົງຄະແນນສຽງ, ໂດຍຢືນ
ຢັດວ່າ ສະພາບການຖືກຄວບຄຸມ “ເພື່ອຈຸດປະສົງພຽງຢ່າງດຽວ ກ່ຽວກັບ ການເຮັດ
ໃຫ້ພວກຫຸ່ນກະບອກ ຜູ້ທີ່ໄດ້ຮັບອະນຸຍາດໂດຍກອງກຳລັງທີ່ທຳການຄອບຄອງໃນ
ອັຟການິສຖານ ຢູ່ນັ້ນ ໄດ້ຮັບການສະໜັບສະໜູນ.”

ການ​ເລືອກ​ຕັ້ງ​ທີ່​ຖືກ​ເລື່ອນ​ເວ​ລາ​ມາ​ດົນ​ນານ ແມ່ນ​ມີ​ກຳ​ນົດ​ຈະຈັດ​ຂຶ້ນ​ໃນ​ວັນ​ທີ 20 ຕຸ​
ລານີ້. ຜູ້ລົງແຂ່ງຂັນຫຼາຍກວ່າ 2,500 ຄົນ, ລວມທັງແມ່ຍິງ 418 ຄົນ, ແມ່ນກຳລັງແຂ່ງ
ຂັນເພື່ອຍາດບ່ອນນັ່ງ 249 ຕຳແໜ່ງໃນສະພາຕ່ຳ, ຊື່ວ່າ ໂວເລຊີ ເຈີກາ.

ລັດ​ຖະ​ບານ ອັ​ຟ​ກາ​ນິ​ສ​ຖານ ມີ​ແຜນ ​ທີ່​ຈະ​ສົ່ງ​ທະ​ຫານ ແລະ ຕຳຫຼວດ 54,000 ຄົນ​ໄປ
ຮັກສາຄວາມປອດໄພໃຫ້ຜູ້ລົງຄະແນນສຽງໃນມື້ປ່ອນບັດ. ກອງກຳລັງ ເນໂຕ້ ນຳໜ້າ
ໂດຍ ສະຫະລັດ ຢູ່ໃນປະເທດດັ່ງກ່າວ ກໍໄດ້ປະຕິຍານວ່າ ຈະຊ່ວຍເຫຼືອບັນເຈົ້າໜ້າທີ່
ອັຟການິສຖານ ໃນການຈັດການເລືອກຕັ້ງນັ້ນ.

ຖະ​ແຫຼງ​ການ​ຂອງ​ພວກ​ ຕາ​ລີ​ບານ ກ່າວ​ວ່າ “ພວກ​ຄົນ​ຜູ້​ທີ່​ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະ​ຊ່ວຍ​
ເຫຼືອໃນການຈັດຂະບວນການນີ້ ໃຫ້ປະສົບຜົນສຳເລັດ ດ້ວຍການສະໜອງ​ການ​ຮັກ​ສາ
ຄວາມປອດໄພນັ້ນ, ຈະຖືກແນເປົ້າໃສ່ ແລະ ຈະເຮັດທຸກຢ່າງທີ່ສາມາດເຮັດໄດ້ ເພື່ອ
ກີດກັ້ນ ແລະ ຕໍ່ຕ້ານການລວມຫົວມຸ່ງຮ້າຍຂອງ ອາເມຣິກາ ນີ້.”

ການ​ປະ​ກາດ​ຂອງ​ພວກ​ກະ​ບົດ ໄດ້​ກໍ່ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ອັນ​ຕະ​ລາຍ​ຕໍ່​
ພົນລະເຮືອນ ອັຟການິສຖານ ຫຼາຍຂຶ້ນ ທ່າມກາງການເຕືອນຂອງອົງການສະຫະປະ
ຊາຊາດ ທີ່ວ່າ ຈຳນວນຜູ້ເສຍຊີວິດ ແລະ ບາດເຈັບຂອງພົນລະເຮືອນໃນປີ 2018 ນັ້ນ
ແມ່ນໄດ້ເພີ່ມຂຶ້ນສູງກວ່າທີ່ເຄີຍມີມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG